ປິດງານແຂ່ງຂັນກິລາເຂດ I 5 ເມືອງເໜືອແຂວງໄຊຍະບູລີ ທີ່ເມືອງຫົງສາເປັນເຈົ້າພາບ

ພິທີປິດງານແຂ່ງຂັນກິລາເຂດ I 5 ເມືອງເໜືອຂອງແຂວງໄຊຍະບູລີຄື: ເມືອງຫົງສາ, ເມືອງເງິນ, ເມືອງຊຽງຮ່ອນ, ເມືອງຄອບ ແລະ ເມືອງໄຊສະຖານ ທີ່ເມືອງຫົງສາເປັນເຈົ້າພາບ ໄດ້ຈັດຂຶ້ນໃນວັນທີ 28 ມິຖຸນາ 2025, ຢູ່ທີ່ເດີ່ນກິລາຮົ່ມຂອງເມືອງຫົງສາ, ໂດຍການເປັນປະທານຂອງ ທ່ານ ພອນສະຫວັນ ໄຊສົມພັນ ເລຂາພັກເມືອງຫົງສາ, ມີການນຳຂອງແຕ່ລະເມືອງ, ແຂກຖືກເຊີນ, ຄູຝຶກ – ນັກກິລາ, ພະນັກງານ, ທະຫານ, ຕຳຫຼວດ ແລະ ມວນຊົນເຂົ້າຮ່ວມຊົມຢ່າງຫຼວງຫຼາຍ.
ທ່ານ ພົມມາ ພົມມະຫານ ຮອງເລຂາພັກເມືອງຫົງສາ ໄດ້ຜ່ານບົດສະຫຼຸບການແຂ່ງຂັນກິລາເຂດ I 5 ເມືອງເໜືອຂອງແຂວງໄຊຍະບູລີ ບາງຕອນທ່ານໄດ້ໃຫ້ຮູ້ວ່າ: ຈຸດປະສົງແມ່ນ ເພື່ອເປັນການສ້າງຂະບວນການຮອບດ້ານ ເພື່ອຂໍ່ານັບຮັບຕ້ອນ ກອງປະຊຸມໃຫຍ່ຜູ້ແທນ ອົງຄະນະພັກແຂວງ ໄຊຍະບູລີ ຄັ້ງທີ VIII ແລະ ເພື່ອເປັນການຄັດເລືອກເອົານັກກິລາ ເຂົ້າຮ່ວມການແຂ່ງຂັນກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫຼວງວຽງຈັນເປັນເຈົ້າພາບ, ພ້ອມກັນນັ້ນ ກໍ່ເພື່ອສົ່ງເສີມໃຫ້ ເຍົາວະຊົນ-ຊາວໜຸ່ມ ຫັນມາຫຼີ້ນກິລາ, ຫ່າງໄກຢາເສບຕິດ ຮັບປະກັນສ້າງບຸກຂະລາກອນດ້ານການສຶກສາ ທີ່ມີຄຸນນະພາບ ມີສຸຂະພາບແຂງແຮງ, ມີອະນາຄົດທີ່ສົດໃສ ແລະ ມີບັນຍາກາດເບີກບານມ່ວນຊື່ນ. ການແຂ່ງຂັນກິລາເຂດ I (5 ເມືອງເໜືອ) ທີ່ເມືອງຫົງສາເປັນເຈົ້າພາບ ໄດ້ເລີ່ມການແຂ່ງຂັນມາແຕ່ວັນທີ 23 ມິຖຸນາ ເປັນຕົ້ນມາ, ໃຊ້ເວລາການແຂ່ງຂັນທັງໝົດ 6 ວັນ, ໂດຍມີ 3 ປະເພດກິລາມີ 5 ລາຍການໃນນີ້: ກິລາບານເຕະຊາຍມີ 5 ທີມ, ກິລາບານເຕະຍິງມີ 4 ທີມ, ກິລາບານສົ່ງຊາຍມີ 4 ທີມ, ກິລາບານສົ່ງຍິງມີ 3 ທີມ ແລະ ກິລາກະຕໍ້ຫວາຍມີ 5 ທີມ.
ສຳລັບຜົນການແຂ່ງຂັນກິລາປະເພດບານເຕະຊາຍ: ທີ 1 ຮ່ວມມີຄື: ເມືອງ ຫົງສາ A ແລະ ທີມເມືອງເງິນ ໄດ້ຮັບຂັນ 1 ໜ່ວຍ ພ້ອມເງິນສົດເມືອງລະ 8 ລ້ານກີບ, ທີ 3 ເມືອງຫົງສາ B ໄດ້ຮັບເງິນສົດ 5 ລ້ານກີບ, ປະເພດບານເຕະຍິງ ທີ 1 ເມືອງຫົງສາ ໄດ້ຮັບຂັນ 1 ໜ່ວຍ ພ້ອມເງິນສົດ 8 ລ້ານກີບ, ທີ 2 ເມືອງເງິນ ໄດ້ຮັບເງິນສົດ 6 ລ້ານກີບ, ທີ 3 ເມືອງຄອບ ໄດ້ຮັບເງິນສົດ 5 ລ້ານກີບ, ປະເພດກິລາບານສົ່ງຊາຍ ທີ 1 ເມືອງຫົງສາ ໄດ້ຮັບຂັນ 1 ໜ່ວຍ ພ້ອມເງິນສົດ 6 ລ້ານກີບ, ທີ 2 ເມືອງຄອບ ໄດ້ຮັບເງິນສົດ 4 ລ້ານກີບ, ທີ 3 ເມືອງເງິນ ໄດ້ຮັບເງິນສົດ 3 ລ້ານກີບ, ປະເພດກິລາບານສົ່ງຍິງ ທີ 1 ເມືອງຫົງສາ ໄດ້ຮັບຂັນ 1 ໜ່ວຍ ພ້ອມເງິນສົດ 6 ລ້ານກີບ, ທີ 2 ເມືອງເງິນ ໄດ້ຮັບເງິນສົດ 4 ລ້ານກີບ, ທີ 3 ເມືອງຊຽງຮ່ອນ ໄດ້ຮັບເງິນສົດ 3 ລ້ານກີບ ແລະ ປະເພດກິລາກະຕໍ້ຫວາຍ ທີ 1 ເມືອງຊຽງຮ່ອນ ໄດ້ຮັບຂັນ 1 ໜ່ວຍ ພ້ອມເງິນສົດ 3 ລ້ານ 5 ແສນກີບ, ທີ 2 ເມືອງຄອບ ໄດ້ຮັບເງິນສົດ 2 ລ້ານ 5 ແສນກີບ ແລະ ທີ 3 ເມືອງຫົງສາ ໄດ້ຮັບເງິນສົດ 1 ລ້ານ 5 ແສນກີບ.
ພາບ-ຂ່າວ: ຖວທເມືອງຫົງສາ






