ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ລົງນາມຮ່ວມມືໂຄງການສົ່ງເສີມການສຶກສາທັກສະຊີວິດ ເພື່ອຄວາມສະເໝີພາບ ຍິງ-ຊາຍ

Jun 1, 2025

ກະຊວງສຶກສາທິການ ແລະ ກິລາ (ສສກ) ຕາງໜ້າໂດຍກົມຮ່ວມມືກັບຕ່າງປະເທດ ແລະ ອົງການຣູມທູຣີດ ປະຈໍາ ສປປ ລາວ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ ກ່ຽວກັບໂຄງການສົ່ງເສີມການສຶກສາທັກສະຊີວິດ ເພື່ອຄວາມສະເໝີພາບລະຫວ່າງ ຍິງ-ຊາຍ ເຊິ່ງຈະເລີ່ມຈັດຕັ້ງປະຕິບັດໃນເດືອນກໍລະກົດ 2025 ຫາ ເດືອນ ມິຖຸນາ 2029 ຢູ່ໃນ 1 ນະຄອນ ແລະ 7 ເມືອງຂອງ 2 ແຂວງເປົ້າໝາຍຄື: ແຂວງຫຼວງພະບາງ ມີ ນະຄອນຫຼວງພະບາງ ເມືອງຊຽງເງິນ ເມືອງນານ ແລະ ເມືອງປາກອູ ສໍາລັບແຂວງຈຳປາສັກ ມີ: ເມືອງສຸຂຸມາ ມຸນລະປາໂມກ ປະທຸມພອນ ແລະ ເມືອງບາຈຽງຈະເລີນສຸກ ລວມງົບປະມານຂອງໂຄງການທັງໝົດແມ່ນ 34 ຕື້ກວ່າກີບ.
ພິທີດັ່ງກ່າວ ຈັດຂຶ້ນວັນທີ 27 ມິຖຸນາ 2025 ຜ່ານມາ ທີ່ໂຮງແຮມອາມາຣີ ນະຄອນຫຼວງວຽງຈັນ ໃຫ້ກຽດຕາງໜ້າລົງນາມໂດຍ ທ່ານ ຮສ ປອ ນາງ ສິລິນທອນ ສັກລໍຄຳ ຫົວໜ້າກົມຮ່ວມມືກັບຕ່າງປະເທດ ກະຊວງ ສສກ ແລະ ທ່ານ ນາງ ໜໍ່ຄຳ ສຸພານຸວົງ ຜູ້ອຳນວຍການອົງການຣູມທູຣີດ ປະຈຳລາວ ມີທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີກະຊວງ ສສກ ຕາງໜ້າກົມ ສະຖາບັນ ພະແນກການ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ ເປັນສັກຂີພິຍານ.
ໂອກາດນີ້ ທ່ານ ຮສ ປອ ນາງ ສີລິນທອນ ສັກລໍຄໍາ ໄດ້ກ່າວວ່າ: ກະຊວງ ສສກ ສະແດງຄວາມຂອບໃຈອົງການຣູມທູຣີດ ທີ່ໃຫ້ການສະໜັບສະໜູນໃນການພັດທະນາວຽກງານການສຶກສາ ໃນຕະຫຼອດໄລຍະ 20 ປີ ທີ່ຜ່ານມາ ອົງການຣູມທູຣີດ ປະຈໍາລາວ ໄດ້ເອົາໃຈໃສ່ໃຫ້ການຊ່ວຍເຫຼືອແກ່ການພັດທະນາຊັບພະຍາກອນມະນຸດ ຂອງຂະແໜງການສຶກສາ ແລະ ກິລາຂອງ ສປປ ລາວ ທີ່ມີມູນຄ່າມະຫາສານ ມີຈໍານວນຫຼາຍພັນຄົນທີ່ໄດ້ຮັບຜົນປະໂຫຍດ ເລີ່ມແຕ່ມື້ໄດ້ຮັບການສ້າງຕັ້ງຢູ່ ສປປ ລາວ ເປັນຕົ້ນມາຈົນເຖິງປັດຈຸບັນ ເພື່ອເຮັດໃຫ້ບັນລຸເປົ້າໝາຍພັດທະນາຂອງຂະແໜງການສຶກສາ ແລະ ກິລາໃນແຕ່ລະໄລຍະ ໂດຍສະເພາະແມ່ນຍົກສູງຄຸນນະພາບຂອງການຮຽນ-ການສອນໃນຊັ້ນປະຖົມສຶກສາ ແລະ ມັດທະຍົມສຶກສາ ສະນັ້ນ ຕາງໜ້າການນໍາກະຊວງ ສສກ ຂໍຮຽກຮ້ອງໃຫ້ທຸກພາກສ່ວນທີ່ກ່ຽວຂ້ອງຮ່ວມກັນຈັດຕັ້ງປະຕິບັດ ໂຄງການສົ່ງເສີມການສຶກສາທັກສະຊີວິດເພື່ອຄວາມສະເໝີພາບ ລະຫວ່າງ ຍິງ-ຊາຍ ໃຫ້ມີປະສິດທິພາບ ປະສິດທິຜົນ ແລະ ມີຜົນສໍາເລັດສູງ ເພື່ອເປັນການປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ.
ໂອກາດດຽວກັນ ທ່ານ ນາງ ໜໍ່ຄຳ ສຸພານຸວົງ ໄດ້ກ່າວວ່າ: ອົງການຣູມທູຣີດພວກເຮົາ ໄດ້ຍົກໃຫ້ເຫັນເຖິງຄວາມສໍາຄັນຂອງການສຶກສາທັກສະຊີວິດ ສໍາລັບນັກຮຽນໃນຊັ້ນມັດທະຍົມສຶກສາ ທີ່ຈະຊ່ວຍໃຫ້ເຂົາເຈົ້າສາມາດດໍາລົງຊີວິດໃນສັງຄົມຍຸກໃໝ່ໄດ້ຢ່າງໝັ້ນໃຈ ແລະ ມີຄວາມປອດໄພໃນຊີວິດ ເປັນຕົ້ນທັກສະໃນການປັບຕົວເຂົ້າກັບສະພາບແວດລ້ອມຕ່າງໆເຊັ່ນ: ການເປັນຜູ້ນໍາ ການຮ່ວມມື ການສື່ສານ ການຄິດວິເຄາະ ແລະ ການຕັດສິນໃຈ ອົງການຣູມທູຣີດ ຫວັງຢ່າງຍິ່ງວ່າການຊ່ວຍເຫຼືອທາງດ້ານວິຊາການຄັ້ງນີ້ ຈະຊ່ວຍປັບປຸງຄຸນນະພາບການຮຽນ-ການສອນໃນລະບົບສາມັນສຶກສາ ກໍຄືວຽກງານພັດທະນາຄູແບບຍືນຍົງ.
ພາບ-ຂ່າວ: ບຸນທະວີ ນະວົງສາ
May be an image of 11 people, dais and text