ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກົມໃຫຍ່ຕໍາຫຼວດ ກະຊວງ ປກສ ລາວ ພົບປະແລກປ່ຽນກັບ ຄະນະກໍາມາທິການກົດໝາຍ ແລະ ຍຸຕິທໍາວຸດທິສະພາ ແຫ່ງ ຣາຊະອານາຈັກໄທ

Jul 1, 2025

ກອງປະຊຸມພົບປະ ລະຫວ່າງ ກະຊວງປ້ອງກັນຄວາມສະຫງົບ ລາວ ແລະ ຄະນະກໍາມາທິການກົດໝາຍ ແລະ ຍຸຕິທໍາວຸດທິສະພາ ແຫ່ງ ຣາຊະອານາຈັກໄທ ໄດ້ຈັດຂຶ້ນໃນວັນທີ 1 ກໍລະກົດ 2025 ທີ່ກະຊວງ ປກສ, ໂດຍການເປັນປະທານຮ່ວມ ລະຫວ່າງສອງຝ່າຍ ຄື: ຝ່າຍລາວນຳໂດຍ “ພົຈວ ປອ ວັນທອນ ສຸລິສັກ” ຮອງຫົວໜ້າກົມໃຫຍ່ຕຳຫຼວດ ກະຊວງປ້ອງກັນຄວາມສະຫງົບ ແລະ ຝ່າຍໄທນຳໂດຍ “ພົທ ບຸນຈັນ ນວນສາຍ” ປະທານຄະນະກໍາມາທິການກົດໝາຍ ແລະ ຍຸຕິທໍາວຸດທິສະພາ ແຫ່ງ ຣາຊະອານາຈັກໄທ ມີບັນດາທ່ານຄະນະຜູ້ແທນຝ່າຍລາວ ແລະ ໄທ ເຂົ້າຮ່ວມ
ກອງປະຊຸມພົບປະສອງຝ່າຍຄັ້ງນີ້ ເພື່ອເສີມສ້າງມິດຕະພາບ, ຄວາມເປັນນໍ້າໜຶ່ງໃຈດຽວ, ການພົວພັນຮ່ວມມືໃນການສະກັດກັ້ນ, ຕ້ານ ແລະ ແກ້ໄຂບັນຫາຢາເສບຕິດ ທີ່ມີການລັກລອບນໍາເຂົ້າ-ສົ່ງອອກ ຜ່ານຊາຍແດນຂອງທັງສອງປະເທດ ໃຫ້ຫຼຸດໜ້ອຍລົງເທື່ອລະກ້າວ ແລະ ກາຍເປັນຊາຍແດນທີ່ປອດຢາເສບຕິດ ແນໃສ່ເຮັດໃຫ້ປະຊາຊົນທັງສອງຊາດ ຢູ່ດີກິນດີປອດຈາກຢາເສບຕິດ.
ເຊິ່ງການຮ່ວມມືກວດກາ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ ລະຫວ່າງ ສອງ ລັດຖະບານ ລາວ-ໄທ ແມ່ນໄດ້ມີການຮ່ວມມືກັນມາດົນນານແລ້ວ, ມີທັງລະດັບເຈົ້າໜ້າທີ່ອາວຸໂສ ແລະ ລະດັບລັດຖະມົນຕີ ເຊິ່ງມີການຜັດປ່ຽນກັນເປັນເຈົ້າພາບ; ເຊິ່ງໃນທ້າຍປີ 2025 ທີ່ຈະມາເຖິງນີ້ ທີ່ຣາຊະອານາຈັກໄທ ຈະໄດ້ເປັນເຈົ້າພາບຈັດກອງປະຊຸມສອງຝ່າຍ ລາວ-ໄທ ຄັ້ງທີ 21 ວ່າດ້ວຍ ການຮ່ວມມືເພື່ອຄວບຄຸມຢາເສບຕິດ.
ຄະນະຜູ້ແທນທີ່ປະຊຸມຮ່ວມກອງປະຊຸມ ຈະໄດ້ຮັບຟັງການລາຍງານສະພາບການກວດກາ, ຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດ ຂອງທັງສອງປະເທດ ແລະ ໄດ້ແລກປ່ຽນຄໍາຄິດເຫັນ ຢ່າງກົງໄປກົງມາ. ນອກຈາກນັ້ນ, ຍັງໄດ້ຮ່ວມກັນປຶກສາຫາລືທິດທາງ, ແຜນການຮ່ວມມືສອງຝ່າຍ ລາວ-ໄທ ໃນຕໍ່ໜ້າ ເຊັ່ນ: ການຮ່ວມປະຕິບັດມາດຕະການທາງດ້ານກົດໝາຍ, ການສືບສວນນໍາຈັບເປົ້າໝາຍທີ່ມີໝາຍຈັບສົ່ງໃຫ້ກັນແລະກັນ, ການແລກປ່ຽນຂໍ້ມູນຂ່າວສານ, ການບໍາບັດປິ່ນປົວຜູ້ຕິດຢາເສບຕິດ ແລະ ບັນຫາອື່ນໆອີກ.
ການປຶກສາຫາລືໃນຄັ້ງນີ້ ຈະໄດ້ຮັບຜົນສຳເລັດໃນຫຼາຍໆດ້ານ ທັງໃນຂັ້ນສູນກາງ ແລະ ຂັ້ນທ້ອງຖິ່ນ ໂດຍສະເພະແມ່ນ ການແລກປ່ຽນຂໍ້ມູນຂ່າວສານເຊິ່ງກັນແລະກັນ, ທັງເປັນການສ້າງໂອກາດນໍາສະເໜີແລກປ່ຽນສະພາບປະສົບການ ແລະ ແນວຄວາມຄິດ ເພື່ອປະເມີນສະພາບການແກ້ໄຂສິ່ງທ້າທາຍໃນຕໍ່ໜ້າຮ່ວມກັນ ໃຫ້ມີໝາກມີຜົນ, ແນໃສ່ການສະກັດກັ້ນ ແລະ ແກ້ໄຂສະພາບບັນຫາຢາເສບຕິດ ທີ່ເປັນອຸປະສັກ ເປັນໄພອັນຕະລາຍຂົ່ມຂູ່ ແລະ ສົ່ງຜົນກະທົບຕໍ່ການພັດທະນາເສດຖະກິດ- ສັງຄົມ ໃຫ້ມີທ່າອ່ຽງທີ່ດີຂຶ້ນ ແລະ ສາມາດຈໍາກັດການຂະຫຍາຍຕົວຂອງຢາເສບຕິດ ໃຫ້ມີລັກສະນະແຄບລົງ.
ທັງໝົດນັ້ນ ປະເທດໜຶ່ງປະເທດດຽວ ແມ່ນບໍ່ສາມາດແກ້ໄຂໄດ້. ສະນັ້ນ, ການຮ່ວມມືກັນຊ່ວຍເຫຼືອກັນ ແມ່ນສິ່ງທີ່ຈໍາເປັນ ເພື່ອຮັກສາ ແລະ ສົ່ງເສີມການສ້າງສະຖຽນລະພາບທາງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍ ແລະ ຮັກສາຄວາມໝັ້ນຄົງໃນສັງຄົມ.
ພາບ-ຂ່າວ: ບຸນພະຈັນ