ໃນຕອນບ່າຍວັນທີ 1 ກໍລະກົດ 2025 ຢູ່ທີ່ຫ້ອງປະຊຸມກົມພັດທະນາຊົນນະບົດ ໄດ້ມີພິທີມອບ-ຮັບ ໜ້າທີ່ ລະຫວ່າງ ທ່ານ ບົວຫົງ ຄໍາຫາ ຫົວໜ້າກົມພັດທະນາຊົນນະບົດ (ຜູ້ເກົ່າ) ແລະ ທ່ານ ປອ. ທັດສະກາ ສະພັງທອງ ຫົວໜ້າກົມພັດທະນາຊົນນະບົດ ແລະ ຫຼຸດຜ່ອນຄວາມທຸກຍາກ (ຜູ້ໃໝ່) ໂດຍການໃຫ້ກຽດເຂົ້າຮ່ວມເປັນສັກຂີພີຍານຂອງ ທ່ານ ປອ. ລິນຄໍາ ດວງສະຫວັນ ລັດຖະມົນຕີ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ. ມີຫົວໜ້າກົມຈັດຕັ້ງ ແລະ ພະນັກງານ, ບັນດາຮອງຫົວໜ້າກົມ, ຫົວໜ້າ-ຮອງຫົວໜ້າພະແນກ, ຫົວໜ້າ-ຮອງຫົວໜ້າຄະນະປະສານງານໂຄງການ; ພະນັກງານສະມາຊິກພັກ, ລັດຖະກອນ ພາຍໃນກົມເຂົ້າຮ່ວມ.
ທີ່ມາ: ຂ່າວສານກະສິກຳ ແລະ ສິ່ງແວດລ້ອມ







