ໃນວັນທີ 1 ກໍລະກົດ 2025 ນີ້, ສະຖານເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈຳລາວມອບລົດໃຫຍ່ TOYOTS HIACE ປີ 2025 ຈຳນວນ 1 ຄັນ ມູນຄ່າ 40.000 ໂດລາສະຫະລັດ ໃຫ້ອົງການໄອຍະການປະຊາຊົນສູງສຸດ (ອອປສ) ຕາງໜ້າມອບໂດຍ ທ່ານ ນາງ ແຮັດເຕີ ວາເຣຍອາວາ ເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈຳລາວ ແລະ ຮັບໂດຍ ທ່ານ ໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ມີພະນັກງານກ່ຽວຂ້ອງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.
ການມອບ-ຮັບລົດໃນຄັ້ງນີ້, ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການ ອັນຈໍາເປັນຂອງວຽກງານໄອຍະການປະຊາຊົນ ແລະ ຄວາມຂາດເຂີນທາງດ້ານພາຫະນະຮັບໃຊ້ຍັງບໍ່ພຽງພໍ. ສະນັ້ນ, ສະຖານທູດສະຫະລັດອາເມລິກາ ປະຈຳ ສປປ ລາວ ກໍເຫັນໄດ້ຄວາມສຳຄັນ ຕໍ່ກັບວຽກງານໄອຍະການປະຊາຊົນ ຈຶ່ງໄດ້ຕົກລົງໃຫ້ການຊ່ວຍເຫລືອ ແລະ ສະໜັບສະໜູນພາຫະນະດັ່ງກ່າວ, ເພື່ອເປັນການປະກອບສ່ວນເຂົ້າໃນການພັດທະນາ ແລະ ຮັບໃຊ້ວຽກງານລວມ ຂອງອົງການໄອຍະການປະຊາຊົນສູງສຸດ.
ໂອກາດດັ່ງກ່າວ, ທ່ານ ໄຊຊະນະ ໂຄດພູທອນ ໄດ້ສະແດງຄວາມຂອບໃຈ ຕໍ່ສະຖານທູດສະຫະລັດອາເມລິກາ ປະຈຳລາວ ທີ່ເຫັນໄດ້ຄວາມສຳຄັນນຳເອົາລົດດັ່ງກ່າວ ມາມອບໃຫ້ໃນຄັ້ງນີ້ ເຊິ່ງເປັນການປະກອບສ່ວນສຳຄັນເຂົ້າໃນການຮັດແໜ້ນການພົວພັັນຮ່ວມມືລະຫວ່າງ ສປປ ລາວ ແລະ ສະຫະລັດອາເມລິກາ ກໍຄື ຮັດແໜ້ນການຮ່ວມມືລະຫວ່າງ ອົງການໄອຍະການປະຊາຊົນສູງສຸດ ແລະ ສະຖານທູດອາເມລິກາ ໃຫ້ແໜ້ນແຟ້ນຂຶ້ນກວ່າເກົ່າ, ພ້ອມທັງຢືນຢັນວ່າ ຈະນຳເອົາລົດທີ່ໄດ້ຮັບຄັ້ງນີ້ ໄປນຳໃຊ້ໃຫ້ເກີດຜົນປະໂຫຍດສູງສຸດ.
ຂ່າວ-ພາບ: ອອປສ



