ຖວທ ເມືອງໄຊຍະບູລີ ລາຍງານວັນທີ 1 ກໍລະກົດ 2025 ນີ້ວ່າ: ຄະນະກຳມະການກວດກາສິນຄ້າໝົດອາຍຸ ແລະ ສິນຄ້າເກືອດຫ້າມຂັ້ນເມືອງ ລົງຕິດຕາມກວດກາສິນຄ້າໝົດອາຍຸ, ສິນ ຄ້ານອກລະບົບ, ສິນຄ້າເກືອດຫ້າມຢູ່ບັນດາຮ້ານຂາຍຍົກ-ຂາຍ ຍ່ອຍ ແລະ ຕະຫລາດພາຍໃນເມືອງໄຊຍະບູລີ.
ຜ່ານການກວດກາທັງໝົດ 36 ຮ້ານ, ກວດພົບສິນຄ້າໝົດອາຍຸ 5 ຮ້ານ, ສິນຄ້າເກືອດຫ້າມ 2 ຮ້ານ, ອາຫານທະເລທີ່ມີສິນຄ້າເຈືອປົນ 2 ຮ້ານ ໃນນັ້ນມີ: ຢາສີຟັນຄອນເກດ, ແປ້ງເດັກ, ສີຍ້ອມຜົມ, ຄຣີມດອກກຸຫລາບ(ທີ່ປອມແປງ), ເຂົ້າໝົມ, ສະບູ່, ແຊມພູ, ແກ່ນຕາເວັນ, ນໍ້າໝາກນາວ, ໝີ່ຈີນ, ກາເຟ, ຢາສູບ, ຢາປົວພະຍາດ, ຍໍ່ຂາວ, ປາມຶກ ລວມທັງໝົດ 16 ລາຍການ ເປັນມູນຄ່າ 8,110,000 ກີບ. ສິນຄ້າທັງໝົດນີ້ໄດ້ຖືກທໍາລາຍດ້ວຍການຈູດໄຟ ແລະ ຂຸດຂຸມຝັງຕາມລະບຽບການ.






