ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ແຕ່ງຕັ້ງ ສະຫາຍ ບຸນຫຼາຍ ບຸດທິ ຂຶ້ນເປັນຮັກສາການເລຂາພັກແຂວງ-ເຈົ້າແຂວງເຊກອງ

Jul 1, 2025

ພິທີມອບ-ຮັບໜ້າທີ່ລະຫວ່າງ ສະຫາຍ ເຫຼັກໄຫລ ສີວິໄລ ເລຂາຄະນະບໍລິຫານງານພັກແຂວງ-ເຈົ້າແຂວງເຊກອງ (ຜູ້ເກົ່າ) ແລະ ສະຫາຍ ບຸນຫຼາຍ ບຸດທິ ຮັກສາການເລຂາພັກແຂວງ – ເຈົ້າແຂວງເຊກອງ ໄດ້ຈັດຂຶ້ນຕອນເຊົ້າວັນທີ 1 ກໍລະກົດ 2025 ທີ່ສະໂມສອນໃຫຍ່ຂອງແຂວງ ໂດຍການເຂົ້າຮວ່ມ ຂອງສະຫາຍ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ມີບັນດາສະຫາຍຄະນະພັກ ຄະນະນໍາ ແຂວງ, ເມືອງ, ພະນັກງານຫັກແຫລ່ງ ເຂົ້າຮວ່ມ.
ໃນພິທີ ສະຫາຍ ເຫຼັກໄຫຼ ສີວິໄລ ໄດ້ຂຶ້ນຜ່ານບົດສະຫຼຸບການນໍາພາ-ຊີ້ນໍາຕະຫຼອດໄລຍະຜ່ານມາເຊິ່ງໄດ້ຍົກໃຫ້ເຫັນຜົນສໍາເລັດຫຼາຍດ້ານໃນການປະຕິບັດໜ້າທີ່ການເມືອງອັນໜັກໜ່ວງ ແລະ ມີກຽດສະຫງ່າ ທີ່ພັກ- ລັດ ແລະ ປະຊາຊົນຊາວແຂວງເຊກອງ ມອບໝາຍໃຫ້ ນັບແຕ່ໄດ້ຮັບໜ້າທີ່ເປັນເລຂາພັກແຂວງ, ເຈົ້າແຂວງເຊກອງ ເປັນຕົ້ນມາ.
ຈາກນັ້ນ ສະຫາຍ ດອນ ໄພວົງ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ຂຶ້ນຜ່ານຄໍາສັ່ງຂອງກົມການເມືອງສູນກາງພັກ ເລກທີ 07/ກມສພ, ລົງວັນທີ 20 ມິຖຸນາ 2025 ວ່າດ້ວຍຍົກຍ້າຍ ສະຫາຍ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງເຊກອງ ໄປຮັບໜ້າທີ່ໃໝ່ ຢູ່ ກະຊວງໂຍທາທິການ ແລະ ຂົນສົ່ງ; ມະຕິຕົກລົງ ຂອງຄະນະເລຂາທິການສູນກາງພັກ ເລກມີ 569/ຄລສພ, ລົງວັນທີ 20 ມິຖຸນາ 2025 ວ່າດ້ວຍແຕ່ງຕັ້ງ ສະຫາຍ ບຸນຫຼາຍ ບຸດທິ ເປັນຮັກສາການແທນເລຂາຄະນະບໍລິຫານງານພັກແຂວງເຊກອງ ແລະດໍາລັດ ຂອງນາຍົກລັດຖະມົນຕີ ເລກທີ 484/ນຍ, ລົງວັນທີ 27 ມິຖຸນາ 2025 ວ່າດວ້ຍການແຕ່ງຕັ້ງ ເປັນຮັກສາການແທນເຈົ້າແຂວງເຊກອງ.
ໂອກາດນີ້ ສະຫາຍ ສອນໄຊ ສີພັນດອນກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານອັນພົ້ນເດັ່ນໃນການນຳພາ-ຊີ້ນໍາວຽກງານຂອງສະຫາຍຄະນະບໍລິຫານງານພັກແຂວງ ກໍຄືສະຫາຍເລຂາພັກແຂວງ ເຈົ້າແຂວງເຊກອງ ໃນຕະຫຼອດໄລຍະຜ່ານມາ; ເຊິ່ງການປັບປຸງ ສັບຊ້ອນຫນ້າທີ່ຂອງບັນດາການນໍາຂັ້ນຕ່າງໆນັ້ນ, ກໍເພື່ອແນໃສ່ປັບປຸງການຈັດຕັ້ງ ແລະ ບຸກຄະລາກອນ ໃນແຕ່ລະໄລຍະ ໃຫ້ເຂັ້ມແຂງ, ໜັກແໜ້ນ, ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງຂອງພັກ ໂດຍສະເພາະ ພະນັກງານ ນໍາພາ-ຄຸ້ມຄອງ ແຕ່ລະຂັ້ນຢູ່ແຕ່ລະບ່ອນ ເພື່ອເຮັດໃຫ້ການພັດທະນາເສດຖະກິດ-ສັງຄົມຂອງປະເທດເຮົາ ຂະຫຍາຍຕົວດີຂຶ້ນກວ່າເກົ່າ ໂດຍການຍົກຍ້າຍ ແລະແຕ່ງຕັ້ງຮັກສາການແທນ ການນໍາແຂວງເຊກອງ ໃນເທື່ອນີ້ ກໍເນື່ອງດ້ວຍຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່; ສະນັ້ນ, ຈິ່ງຮຽກຮ້ອງມາຍັງສະຫາຍ ຜູ້ຖືກແຕ່ງຕັ້ງຮັກສາການແທນ ຈົ່ງສືບຕໍ່ເປັນຫຼັກແຫຼ່ງ, ເປັນຄັນທຸງ ແລະ ເປັນແກນນໍາໃນການນໍາພາ ເຕົ້າໂຮມຄວາມສາມັກຄີ ໃນຖັນແຖວພະນັກງານ-ສະມາຊິກພັກ ແລະ ປະຊາຊົນບັນດາເຜົ່າ, ສືບຕໍ່ເພີ່ມທະວີສ້າງຄວາມເຂັ້ມແຂງໃນລະບົບການເມືອງ ແຕ່ຂັ້ນແຂວງ ລົງຮອດຮາກຖານ ໂດຍຖື ເອົາການປັບປຸງ-ກໍ່ສ້າງພັກເປັນໃຈກາງ; ສ້າງພັກໃຫ້ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ໃຫ້ມີຄຸນນະພາບ; ສ້າງການຫັນປ່ຽນໃໝ່ຢ່າງແຂງແຮງເລິກເຊິ່ງເພີ່ມກໍາລັງແຮງນໍາພາເຮັດຕົວຈິງຢູ່ຂັ້ນຮາກຖານ; ປັບປຸງກົນໄກ, ລະບອບ-ລະບຽບ , ແບບແຜນນໍາພາວິທີເຮັດວຽກ, ສືບຕໍ່ຊີ້ນໍາການກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ໃຫ້ເລິກເຊິ່ງນັບທັງການຕີລາການນໍາພາລວມຂອງຄະນະພັກ ແລະ ສຳຫຼວດຕີລາຄາຄວາມຮັບຜິດຊອບຂອງແຕ່ລະສະຫາຍໃນຄະນະພັກແຂວງ, ຄົ້ນຄວ້າກຳແໜ້ນ, ຍູ້ແຮງການພັດທະນາເສດຖະກິດ-ສັງຄົມຂອງແຂວງ ໃຫ້ແຂງແຮງ ແລະ ດ້ານອື່ນໆ ເຊື່ອໝັ້ນວ່າ ດ້ວຍຄວາມຮູ້ ຄວາມສາມາດ, ປະສົບປະການ ແລະ ບົດຮຽນຂອງສະຫາຍ ຈະສາມາດນໍາພາ-ຊີ້ນໍາວຽກງານ ມີການເຕີຍໃຫຍ່ ຂະຫຍາຍຕົວດີຂຶ້ນໄປເລື້ອຍໆ; ທັງນີ້, ບັນດາສະຫາຍການນໍາ, ສະມາຊິກພັກ ແລະ ພະນັກງານ ຂໍໃຫ້ມີຄວາມເປັນເອກະພາບ, ມີຄວາມສາມັກຄີເປັນປຶກແຜ່ນ ພ້ອມກັນປະຕິບັດຕາມແນວທາງຂອງພັກ-ລັດວາງອອກໃນແຕ່ລະໄລຍະ ໃຫ້ມີຜົນສໍາເລັດຕາມລະດັບຄາດໝາຍ.
ຂ່າວ-ພາບ:ອັດສະວິນ