ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຮອງນາຍົກລັດຖະມົນຕີ ເເຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມສາກົນວ່າດ້ວຍການສະໜອງທຶນ ເພື່ອການພັດທະນາ ຄັ້ງທີ 4 ໃນວັນທີ 30 ມິຖຸນາ ຫາ 03 ກໍລະກົດ 2025, ທີ່ ເມືອງ ເຊີວີລ, ປະເທດ ເເອັດສະປາຍ

Jul 1, 2025

ໃນລະຫວ່າງວັນທີ 30 ມິຖຸນາ ຫາ 03 ກໍລະກົດ 2025, ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກ ລັດຖະມົນຕີ ເເຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ເເທນຂັ້ນສູງເຂົ້າຮ່ວມກອງປະຊຸມສາກົນວ່າດ້ວຍການສະໜອງທຶນເພື່ອການພັດທະນາ ຄັ້ງທີ 4 (The Fourth International Conference on Financing for Development) ທີ່ ເມືອງ ເຊີວີລ, ປະເທດ ເເອັດສະປາຍ. ໃນພາກພິທີເປີດກອງປະຊຸມ, ເຈົ້າຊີວິດ ຟິລິບເປ ທີ 4 (Filipe IV) ຂອງແອັດສະປາຍ ໄດ້ໃຫ້ກຽດເຂົ້າຮ່ວມ ແລະ ກ່າວສູນທອນພົດຕໍ່ພິທີເປີດກອງປະຊຸມ. ຈາກນັ້ນ, ພິທີເປີດກອງປະຊຸມ ໄດ້ສືບຕໍ່ດໍາເນີນການໂດຍການເປັນປະທານຮ່ວມຂອງ ທ່ານ ເປໂດຼ ຊານເຊ (Pedro Sanchez), ນາຍົກລັດຖະມົນຕີ ເເຫ່ງ ຣາຊາອານະຈັກ ເເອັດສະປາຍ ເເລະ ທ່ານ ອັນໂຕນີໂອ ກູເຕຣເຣສ (Antonio Guterres), ເລຂາທິການໃຫຍ່ ສປຊ, ເຊິ່ງມີບັນດາປະມຸກລັດ, ຫົວໜ້າລັດຖະບານ, ການນໍາຂັ້ນສູງ ເເລະ ຜູ້ຕາງໜ້າຈາກປະເທດຕ່າງໆ ຫຼາຍກວ່າ 179 ປະເທດ ຈາກທັງໝົດ 193 ປະເທດ ສະມາຊິກ ສປຊ ເຂົ້າຮ່ວມ.
ກອງປະຊຸມສາກົນດັ່ງກ່າວ ໄດ້ເເບ່ງອອກເປັນສອງພາກ ຄື: ພາກອະພິປາຍທົ່ວໄປ ເເລະ ກອງປະຊຸມໂຕະມົນລະດັບສູງ 6 ຫົວຂໍ້ສະເພາະ, ພ້ອມທັງ ຍັງມີກອງປະຊຸມປິ່ນອ້ອມລະດັບສູງອີກຈຳນວນໜຶ່ງ ໂດຍມີຈຸດປະສົງ ເພື່ອເປີດໂອກາດໃຫ້ບັນດາປະເທດສະມາຊິກ ສປຊ ເເລະ ຄູ່ຮ່ວມພັດທະນາ ໄດ້ປຶກສາຫາລື, ກໍານົດວຽກບູລິມະສິດ, ສິ່ງທ້າທາຍ ແລະ ວິທີການເລັ່ງລັດຂະບວນການສະໜອງທຶນ ເພື່ອການພັດທະນາ ໃຫ້ສາມາດຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການຕົວຈິງຂອງສາກົນ ລວມທັງ ການຮັບຮອງເອກະສານການຮ່ວມມືສາກົນສະບັບໃໝ່ ກໍ່ຄືຜົນກອງປະຊຸມ ເພື່ອຮັບປະກັນການສະໜອງທຶນໃຫ້ເເກ່ການພັດທະນາທີ່ຍືນຍົງ ເເລະ ການບັນລຸເປົ້າໝາຍການພັດທະນາເເບບຍືນຍົງ.
ໃນພາກບ່າຍວັນທີ 30 ມິຖຸນາ, ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກ ລັດຖະມົນຕີ ເເຫ່ງ ສປປ ລາວ ໄດ້ກ່າວຄຳເຫັນໃນກອງປະຊຸມໂຕະມົນລະດັບສູງ ໃນຫົວຂໍ້ ທີ 1 ຄື: ການລະດົມ ເເລະ ການຈັດສັນງົບປະມານພາຍໃນ (Mobilizing and aligning domestic public resources). ໃນນັ້ນ, ທ່ານ ຮອງນາຍົກລັດຖະມົນຕີ ໄດ້ເນັ້ນໜັກເຖິງຄວາມສໍາຄັນຂອງການລະດົມ ເເລະ ການຈັດສັນງົບປະມານພາຍໃນຢ່າງມີປະສິດທິພາບ ເພື່ອການພັດທະນາທີ່ຍືນຍົງ ເເລະ ເປັນການຫຼຸດຜ່ອນການເອື່ອຍອີງການສະໜອງທຶນຈາກພາຍນອກ ໂດຍສະເພາະ ປະເທດດ້ອຍພັດທະນາ ລວມທັງ ສປປ ລາວ. ທ່ານ ໄດ້ຍົກໃຫ້ເຫັນເຖິງຄວາມພະຍະຍາມຂອງ ສປປ ລາວ ໃນການປະຕິຮູບລະບົບການຄຸ້ມຄອງການເງິນຂອງລັດ, ຄຸ້ມຄອງດ້ານງົບປະມານ ເເລະ ເກັບກໍາລາຍຮັບ ຈາກການເກັບພາສີ-ອາກອນ ແລະ ຈາກການລົງທຶນຂອງລັດ ລວມທັງ ນໍາໃຊ້ເຕັກໂນໂລຊີທີ່ທັນສະໄໝ ເເລະ ເສີມສ້າງຂີດຄວາມສາມາດ ໂດຍມີເປົ້າໝາຍເພີ່ມລາຍຮັບຈາກອາກອນໃຫ້ໄດ້ເຖິງ 20% ພາຍໃນປີ 2030. ໃນພາກທ້າຍ, ທ່ານ ຮອງນາຍົກລັດຖະມົນຕີ ໄດ້ຮຽກຮ້ອງໃຫ້ບັນດາປະເທດຄູ່ຮ່ວມພັດທະນາ ເເລະ ວົງຄະນະຍາດສາກົນ ເພິ່ມທະວີຄວາມ ໝາຍໝັ້ນໃນການສ້າງຄວາມເຂັ້ມເເຂງໃຫ້ເເກ່ລະບົບອາກອນຂອງບັນດາປະເທດດ້ອຍພັດທະນາ ຜ່ານການສະໜັບສະໜູນທາງດ້ານທຶນຮອນ ເເລະ ເຕັກນິກວິຊາການ, ສ້າງຂີດຄວາມສາມາດໃຫ້ເເກ່ພະນັກງານ ເເລະ ສ້າງຄວາມເຂັ້ມເເຂງໃນການຮ່ວມມືທາງດ້ານອາກອນລະຫວ່າງສາກົນ.
ໃນກອງປະຊຸມອະພິປາຍທົ່ວໄປ ຂອງວັນທີ 01 ກໍລະກົດ 2025, ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ຂຶ້ນກ່າວປາໄສໃນນາມບັນດາປະເທດສະມາຊິກອາຊຽນ ເເລະ ໃນນາມ ສປປ ລາວ, ເຊິ່ງອາຊຽນ ໄດ້ຕີລາຄາສູງຕໍ່ການຮັບຮອງເອົາ ເອກະສານຄວາມໝາຍໝັ້ນ ເຊວິລ “Compromiso de Sevilla” (Seville Commitment), ເຊິ່ງເປັນເອກະສານທີ່ມີຄວາມໝາຍຄວາມສໍາຄັນ ເພື່ອຮັບປະກັນຄໍາໝາຍໝັ້ນຂອງບັນດາປະເທດສະມາຊິກ ໃນການສະໜອງທຶນເພື່ອການພັດທະນາ. ພ້ອມນັ້ນ, ທ່ານ ຮອງນາຍົກລັດຖະມົນຕີ ຍັງໄດ້ເນັ້ນເຖິງ 3 ຈຸດສໍາຄັນ ຄື: (1) ການສ້າງເສດຖະກິດທີ່ມີຄວາມພ້ອມໃນການຮັບມືກັບອະນາຄົດ ໂດຍຜ່ານການມີສ່ວນຮ່ວມຢ່າງທົ່ວເຖິງ ເເລະ ການພັດທະນາທີ່ຍືນຍົງ; (2). ການສະໜັບສະໜູນລະບົບຫຼັກການພື້ນຖານການຄ້າຫຼາຍຝ່າຍ ພາຍໃຕ້ຫຼັກການຂອງອົງການການຄ້າໂລກ; ເເລະ (3). ການຂົນຂວາຍຊັບພະຍາກອນ ໃນການພັດທະນາອຸດສາຫະກໍາພາກພື້ນ ເເລະ ການເຊື່ອມຈອດທາງດ້ານພະລັງງານ. ໃນວາລະດຽວກັນ, ທ່ານ ຍັງໄດ້ສືບຕໍ່ກ່າວຄໍາເຫັນໃນນາມ ສປປ ລາວ ໂດຍເເຈ້ງຕໍ່ທີ່ປະຊຸມ ກ່ຽວກັບ ຄວາມພະຍະຍາມຂອງ ສປປ ລາວ ໃນການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ເເລະ ຄວາມພະຍະຍາມໃນການເຊື່ອມໂຍງເສດຖະກິດຂອງ ສປປ ລາວ ກັບພາກພື້ນ ຜ່ານການຈັດຕັ້ງປະຕິບັດຍຸດທະສາດແຫ່ງຊາດ ໃຫ້ສອດຄ່ອງກັບເປົ້າໝາຍຂອງສາກົນ. ທ່ານ ຮອງນາຍົກລັດຖະມົນຕີ ຍັງໄດ້ຮຽກຮ້ອງມາຍັງບັນດາຄູ່ຮ່ວມພັດທະນາ ເເລະ ວົງຄະນະຍາດສາກົນ ໃຫ້ສືບຕໍ່ເພີ່ມທະວີການຮ່ວມມື ເເລະ ການສະໜັບສະໜູນ ເພື່ອຮັບປະກັນການສະໜອງທຶນເພື່ອການພັດທະນາ ກໍຄືການບັນລຸ ວາລະ 2030 ສຳລັບການພັດທະນາທີ່ຍືນຍົງ.
ກອງປະຊຸມສາກົນວ່າດ້ວຍການສະໜອງທຶນເພື່ອການພັດທະນາ ຄັ້ງທີ 1 ໄດ້ຈັດຂຶ້ນໃນປີ 2002 ທີ່ ປະເທດ ເມັກຊິກ; ຄັ້ງທີ 2 ໃນປີ 2008 ທີ່ ປະເທດ ກາຕາ; ເເລະ ຄັ້ງທີ 3 ຈັດຂຶ້ນໃນປີ 2015 ທີ່ ປະເທດ ເອທີໂອປີ. ໃນປີ 2025 ນີ້, ກອງປະຊຸມ FFD4 ຈະໄດ້ຮັບຮອງ ເອກະສານຄວາມໝາຍໝັ້ນ ເຊວິລ “Compromiso de Sevilla” (Seville Commitment) ໃນວັນທີ 3 ກໍລະກົດ 2025; ເຊິ່ງເນື້ອໃນຂອງເອກະສານ ໄດ້ກຳນົດບັນດາມາດຕະການ ແລະ ໜ້າວຽກ ແນໃສ່ຫຼຸດຜ່ອນຊ່ອງຫວ່າງດ້ານການສະໜອງທຶນ, ແກ້ໄຂບັນຫາຄວາມບໍ່ເທົ່າທຽມທົ່ວໂລກ ແລະ ສົ່ງເສີມການພັດທະນາແບບຍືນຍົງ ໂດຍຜ່ານການຮ່ວມມືກັນໃນຂອບຫຼາຍຝ່າຍ. ພ້ອມນັ້ນ, ຄະນະຜູ້ເເທນ ສປປ ລາວ ຈະສືບຕໍ່ຕິດຕາມເຂົ້າຮ່ວມກອງປະຊຸມຕ່າງໆ ເປັນຕົ້ນເເມ່ນກອງປະຊຸມປິ່ນອ້ອມລະດັບສູງ ໄປຈົນເຖິງວັນທີ 3 ກໍລະກົດ 2025.
ຂ່າວ: ກົມອົງການຈັດຕັ້ງສາກົນ, ກະຊວງ ຕປທ.