ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ພິທີມອບ-ຮັບໜ້າທີ່ ການຈັດຕັ້ງ ພາຍຫຼັງສຳເລັດການປັບປຸງກົງຈັກການຈັດຕັ້ງ ພາຍໃນ ຫສນຍ

Jul 1, 2025

ໃນວັນທີ 30 ມິຖຸນາຜ່ານມາ ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດພິທີ ມອບ-ຮັບໜ້າທີ່ບັນດາທ່ານຫົວໜ້າກົມ ລະຫວ່າງຫົວໜ້າກົມ (ຜູ້ເກົ່າ) ແລະ ຫົວໜ້າກົມ (ຜູ້ໃໝ່) ພາຍໃນ ຫສນຍ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ບົວຄົງ ນາມມະວົງ ກໍາມະການສູນກາງພັກ ລັດຖະມົນຕີ ຫົວໜ້າ ຫສນຍ; ມີ ທ່ານ ພົນຈັດຕະວາ ນາງ ລີວົງ ລາວລີ ກຳມະການສຳຮອງສູນກາງພັກ ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ, ບັນດາຫົວໜ້າກົມ, ຮອງຫົວໜ້າກົມ ແລະ ພະນັກງານ-ລັດຖະກອນ ຂັ້ນພະແນກ ເຂົ້າຮ່ວມ.
ໃນພິທີຄັ້ງນີ້, ບັນດາທ່ານຫົວໜ້າກົມ ຜູ້ເກົ່າ (ມີ ຫົວໜ້າກົມບໍລິຫານ-ພິທີການ ແລະ ການເງິນ, ຫົວໜ້າກົມນິຕິກຳ ແລະ ຫົວໜ້າກົມປະຊາສຳພັນ) ໄດ້ຂຶ້ນຜ່ານບົດລາຍງານໂດຍຫຍໍ້ກ່ຽວກັບການຈັດຕັ້ງປະຕິບັດວຽກງານຂອງກົມໃນໄລຍະຜ່ານມາ. ຫຼັງຈາກນັ້ນ, ໄດ້ມີພິທີເຊັນບົດບັນທຶກມອບ-ຮັບ ກົງຈັກການຈັດຕັ້ງ ແລະ ບຸກຄະລາກອນພາຍຫຼັງການໂຮມວຽກງານຈໍານວນໜຶ່ງຂອງກະຊວງພາຍໃນ ມາຂຶ້ນກັບ ຫສນຍ ລະຫວ່າງ ທ່ານ ບົວຄົງ ນາມມະວົງ ແລະ ທ່ານ ພົຈວ ນາງ ລີວົງ ລາວລີ; ພ້ອມນີ້, ກໍມີການມອບ-ຮັບໜ້າທີ່ຂອງບັນດາຫົວໜ້າກົມ ປະກອບມີ:
1). ທ່ານ ຈັນທະພອນ ແກ້ວມາລາວົງ ຫົວໜ້າບໍລິຫານ, ພິທີການ ແລະ ການເງິນ ຫສນຍ (ຜູ້ເກົ່າ) ແລະ ທ່ານນາງ ວິລະສະຕີ ສົມບູນຂັນ ຫົວໜ້າບໍລິຫານງານ, ພິທີການ ແລະ ການເງິນ (ຜູ້ໃໝ່).
2). ທ່ານ ຄົມສັນ ໄຊຍະສານ ຫົວໜ້າກົມນິຕິກໍາ (ຜູ້ເກົ່າ) ແລະ ທ່ານ ປາດຖະໜາ ສຸກອາລຸນ ຮັກສາການຫົວໜ້າກົມນິຕິກໍາ.
3). ທ່ານ ນາງ ວິລະສະຕີ ສົມບູນຂັນ ຫົວໜ້າກົມປະຊາສໍາພັນ (ຜູ້ເກົ່າ) ແລະ ທ່ານ ຄົມສັນ ໄຊຍະສານ ຫົວໜ້າກົມປະຊາສຳພັນ (ຜູ້ໃໝ່).
ໃນໂອກາດນີ້, ທ່ານ ບົວຄົງ ນາມມະວົງ ກໍໄດ້ໃຫ້ກຽດໂອ້ລົມຕໍ່ພິທີດັ່ງກ່າວ ໂດຍໄດ້ມີຄໍາເຫັນວ່າ: ການປັບປຸງການຈັດຕັ້ງ ແມ່ນປະຕິບັດຕາມມະຕິ 03 ຂອງຄະນະບໍລິຫານງານສູນກາງພັກ ວ່າດ້ວຍການປັບປຸງກົງຈັກການຈັດຕັ້ງ ແລະ ມະຕິ 05 ຂອງສະພາແຫ່ງຊາດ ວ່າດ້ວຍການຮັບຮອງການປັບປຸງກົງຈັກການຈັດຕັ້ງ ຊຶ່ງການຈັດພິທີໃນຄັ້ງນີ້ ແມ່ນໜຶ່ງໃນເນື້ອໃນ ທີ່ຄະນະປັບປຸງກົງຈັກການຈັດຕັ້ງໄດ້ປະຕິບັດ. ພ້ອມນີ້, ໄດ້ຕີລາຄາສູງ ແລະ ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນງານຂອງບັນດາທ່ານຫົວໜ້າກົມ ຜູ້ເກົ່າ ແລະ ພ້ອມທັງເຊື່ອໝັ້ນ ຕໍ່ດ້ວຍຄວາມຮູ້, ຄວາມສາມາດ, ບົດຮຽນ ແລະ ປະສົບການຂອງບັນດາທ່ານທີ່ໄດ້ຮັບການແຕ່ງຕັ້ງໃໝ່ ຮ່ວມກັບໝູ່ຄະນະ ຈະສືບຕໍ່ນໍາພາພະນັກງານ-ລັດຖະກອນ ປະຕິບັດວຽກງານຮອບດ້ານຂອງກົມຕົນ, ຍູ້ແຮງ ຂະບວນການດ້ານຕ່າງໆ ໃຫ້ສືບຕໍ່ຂະຫຍາຍຕົວ, ເຮັດໃຫ້ວຽກງານພາຍໃນກົມ ສືບຕໍ່ເຂັ້ມແຂງຢ່າງຮອບດ້ານ.
ທ່ານ ບົວຄົງ ນາມມະວົງ ຍັງໄດ້ມີຄໍາເຫັນເນັ້ນໜັກ ໃຫ້ສືບຕໍ່ເອົາໃຈໃສ່ວຽກງານໃນຕໍ່ໜ້າ ເປັນຕົ້ນສືບຕໍ່ສຶກສາອົບຮົມວຽກງານການເມືອງ-ແນວຄິດ ຢ່າງຕໍ່ເນື່ອງ ໃຫ້ພະນັກງານ-ລັດຖະກອນ ກຳແໜ້ນແນວທາງ, ນະໂຍບາຍ, ກົດໝາຍ, ລະບຽບການ ຢ່າງເລິກເຊິ່ງ; ເຊື່ອມຊຶມພາລະບົດບາດ ແລະ ໜ້າທີ່ ຂອງ ຫສນຍ ພ້ອມກັບບັນດານິຕິກຳກ່ຽວຂ້ອງຕ່າງໆ; ກຳແໜ້ນແນວຄິດພະນັກງານ-ລັດຖະກອນ; ສືບຕໍ່ປັບປຸງການກຳນົດຕໍາແໜ່ງງານຂອງບັນດາກົມ ແລະ ຫໍປະຊຸມແຫ່ງຊາດ; ປັບປຸງກົງຈັກການຈັດຕັ້ງ ໃຫ້ມີຄວາມປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ຕິດພັນກັບການສັບຊ້ອນ-ຈັດວາງບຸກຄະລາກອນ ໃຫ້ແທດເໝາະກັບຕົວຈິງ ແລະ ມີຄວາມໂປ່ງໃສ ພ້ອມທັງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ຕິດພັນກັບການກະກຽມກອງປະຊຸມໃຫຍ່ຂອງອົງຄະນະພັກ ຫສນຍ; ປັບປຸງກົນໄກ ແບບແຜນວິທີເຮັດວຽກຄືນໃໝ່ ເພື່ອເຮັດໃຫ້ການປະຕິບັດໜ້າທີ່ວຽກງານມີຄວາມໂລ່ງລ່ຽນຂຶ້ນ; ເພີ່ມທະວີຄວາມຮັບຜິດຊອບ ຕໍ່ການປະຕິບັດວຽກງານ, ຮັບປະກັນຄຸນນະພາບ, ປະສິດທິພາບ, ປະສິດທິຜົນຂອງວຽກງານ ແລະ ຈັດຕັ້ງປະຕິບັດໃຫ້ຖືກຕາມແນວທາງ, ນະໂຍບາຍ, ກົດໝາຍ ແລະ ລະບຽບການ ທີ່ກຳນົດໄວ້; ສືບຕໍ່ເຕົ້າໂຮມຄວາມສາມັກຄີພາຍໃນ ເປັນປຶກແຜ່ນ, ຄວາມເປັນເອກະພາບ, ຊ່ວຍເຫຼືອຊຶ່ງກັນ ແລະ ກັນ; ເອົາໃຈໃສ່ການກະກຽມດໍາເນີນກອງປະຊຸມໃຫຍ່ຂອງໜ່ວຍພັກຮາກຖານກົມ ແລະ ກອງປະຊຸມໃຫຍ່ຂອງອົງຄະນະພັກ ຫສນຍ ໃຫ້ສຳເລັດຕາມແຜນທີ່ວາງໄວ້.
ຂ່າວ: ກົມປະຊາສຳພັນ ຫສນຍ, ພາບ: ແສງຈັນ