ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ພິທີມອບເຄື່ອງຊ່ວຍເຫຼືອບັນເທົາທຸກໃຫ້ຜູ້ຖືກໄພພິບັດນໍ້າຖ້ວມ ຢູ່ບ້ານປະນະ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ

Jul 2, 2025

ໃນວັນທີ 1 ກໍລະກົດ 2025 ນີ້, ຫ້ອງການແຮງງານ ແລະ ສະຫວັດດີການສັງຄົມ ເມືອງຫ້ວຍຊາຍ, ສົມທົບກັບ ພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ ແລະ ອົງການກາແດງແຂວງບໍ່ແກ້ວ, ຫ້ອງວ່າການເມືອງຫ້ວຍຊາຍ, ນໍາໂດຍ ທ່ານ ບຸນຄົງ ວົງຄໍາຈັນ ຮອງເລຂາພັກເມືອງ ຮັກສາການປະທານຄະນະກໍາມະການປົກຄອງເມືອງ, ທ່ານ ວັນນະສອນ ໂພທິປັນຍາ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ ພ້ອມຄະນະໄດ້ນໍາເອົາເຄື່ອງ ອຸປະໂພກ-ບໍລິໂພກ ມາມອບໃຫ້ປະຊາຊົນ ທີ່ຖືກຜົນກະທົບຈາກໄພພິບັດນໍ້າຖ້ວມ ຢູ່ບ້ານປະນະ ທີ່ຕັ້ງລຽບຕາມແຄມນໍ້າຍອນ ຈໍານວນ 12 ຄອບຄົວ, ຜູ້ທີ່ໄດ້ຮັບການຊ່ວຍເຫຼືອ ມີຈໍານວນ 72 ຄົນ ຍິງ 35 ຄົນ, ເຄື່ອງທີ່ມອບຄັ້ງນີ້ປະກອບມີ: ເຂົ້າສານ 840 ກິໂລ, ນໍ້າດື່ມ 26 ແພັກ, ປາກະປ໋ອງ 12 ແພັກ, ໝີ່ 12 ແກັດ, ໝໍ້ແກງ 12 ໜ່ວຍ, ໝໍ້ຂາງ 12 ໜ່ວຍ, ໝໍ້ໜຶ້ງເຂົ້າ 12 ໜ່ວຍ, ຖ້ວຍ 12 ໂຫຼ, ຈານ 12 ໂຫຼ, ບ້ວງ 12 ກັບ, ສາດ 12 ຜືນ, ເກືອ 12 ຖົງ, ມຸ້ງ 14 ດາງ ແລະ ເຄື່ອງນຸ່ງຫົ່ມ ຈໍານວນໜຶ່ງ ລວມມູນຄ່າ 69.000.000 ກ່ວາກີບ, ຕາງໜ້າກ່າວມອບໂດຍ ທ່ານ ບຸນຄົງ ວົງຄໍາຈັນ ຮອງເລຂາພັກເມືອງ ຮັກສາການປະທານຄະນະກໍາມະການປົກຄອງເມືອງ, ເຄື່ອງທີ່ນໍາມາມອບໃນຄັ້ງນີ້, ເປັນການຊ່ວຍເຫຼືອເພື່ອເປັນການບັນເທົາຄວາມທຸກຍາກ-ລໍາບາກ ໃຫ້ຄອບຄົວຜູ້ທີ່ໄດ້ຮັບຜົນກະທົບຈາກໄພພິບັດທໍາມະຊາດ ນໍ້າຖ້ວມບ້ານເຮືອນໃຫ້ມີຄວາມສະດວກສະບາຍການກິນຢູ່ພັກເຊົາຕ່າງໆ, ທ່ານໄດ້ຮຽກຮ້ອງໃຫ້ຄອບຄົວທີ່ໄດ້ຮັບການຊ່ວຍເຫຼືອໃນຄັ້ງນີ້ ໃຫ້ມີຄວາມບຸກບືນຫ້າວຫັນໃນການສ້າງສາພັດທະນາຄອບຄົວໃຫ້ດີຂຶ້ນເປັນກ້າວໆ ແລະ ຮຽກຮ້ອງໃຫ້ຄອບຄົວດັ່ງກ່າວຈົ່ງນໍາໃຊ້ເຄື່ອງຊ່ວຍເຫຼືອໃນຄັ້ງນີ້ ໃຫ້ເກີດຜົນປະໂຫຍດສູງສຸດ, ແລະ ກ່າວຮັບເຄື່ອງດັ່ງໂດຍແມ່ນຄະນະພັກອົງການປົກຄອງບ້ານຕາງໜ້າຄອບຄົວທີຖືກເຄາະຮ້າຍໄພພິບັດ ແລະ ທ່ານຍັງໄດ້ຂອບໃຈມາຍັງຄະນະພັກຂັ້ນເທິງທີ່ເປັນຫ່ວງເປັນໄຍໃຫ້ການອູ້ມຊູຊ່ວຍເຫຼືອປະຊາຊົນລາວຕະຫຼອດໄລຍະຜ່ານມາ.
ພາບ,ຂ່າວ: ບຸນຈັນ ບຸນປັນຍາ
May be an image of 12 people and text
May be an image of 7 people, car and road
May be an image of 5 people
May be an image of 2 people and lumberyard