ການສ້ອມແປງ - ກໍ່ສ້າງທາງເບຕົົງ 2 ເສັ້ນ ຢູ່ບ້ານພັດທະນາໂພນໄຊ ນະຄອນປາກເຊ ແຂວງຈໍາປາສັກຄື: ເສັ້ນທາງເລກທີ 24 ແລະ 46, ຮູບແບບການສ້ອມແປງ – ກໍ່ສ້າງ ແມ່ນຕາມແບບມາດຖານຂອງກະຊວງໂຍທາທິການ ແລະ ຂົນສົ່ງ ກໍານົດໄວ້ ຄື: ເສັ້ນທາງເລກທີ 24, ກວ້າງ 12 ແມັດ + ທາງຄົນຍ່າງ ກວ້າງ 2 ແມັດ x 2 ເບື້ອງ ເປັນ 4 ແມັດ, ລວມ 15 ແມັດ, ຍາວ 320 ແມັດ, ໜາ 23 ຊັງຕີແມັດ, ຮ່ອງລະບາຍນໍ້າເປັນຮູບໂຕຢູ. ເສັ້ນທາງເລກທີ 46, ກວ້າງ 9 ແມັດ, ທາງຄົນຍ່າງ ກວ້າງ2 ແມັດ x 2 ເບື້ອງ ເປັນ 4 ແມັດ, ລວມ 12 ແມັດ, ຍາວ 393 ແມັດ x ໜາ 23 ຊັງຕີແມັດ, ຮ່ອງລະບາຍນໍ້າເປັນຮູບໂຕຢູ ເລີ່ມລົງມືກໍ່ສ້າງແຕ່ຕົ້ນເດືອນມິຖຸນາ 2025 ທີ່ຜ່ານມາ ໂດຍແມ່ນບໍລິສັດ ຕັງຈະເລີນ ເປັນຜູ້ດໍາເນີນການສ້ອມແປງ – ກໍ່ສ້າງ ມູນຄ່າປະມານ 10 ຕື້ກີບ ເຊິ່ງເປັນທຶນສົມທົບ ລະຫວ່າງ ລັດ ແລະ ປະຊາຊົນ ຕົ້ນຕໍແມ່ນໄດ້ມາຈາກການລະດົມຂອງຄະນະພັກ - ອົງການປົກຄອງແຂວງ ແລະ ການປະກອບສ່ວນຂອງ ບໍລິສັດ ຈະເລີນເຊກອງ ກໍ່ສ້າງ, ຫົວໜ່ວຍທຸລະກິດ, ນະຄອນປາກເຊ ແລະ ປະຊາຊົນພາຍໃນບ້ານພັດທະນາໂພນໄຊ. ຈຸດປະສົງ ກໍເພື່ອເຮັດໃຫ້ການສັນຈອນໄປ – ມາ ມີຄວາມສະດວກ ທັງປະກອບສ່ວນໃຫ້ນະຄອນປາກເຊ ມີຄວາມເປັນລະບຽບຮຽບຮ້ອຍສະອາດຈົບງາມ.
ສໍາລັບຄວາມຄືບໜ້າໃນການກໍ່ສ້າງນັ້ນ, ທ່ານ ວາທະເດດ ກິ່ນພູນສິນ ຫົວໜ້າຫ້ອງການໂຍທາ ທິການ ແລະ ຂົນສົ່ງ (ຍທຂ) ນະຄອນປາກເຊ ລາຍງານໃນວັນທີ 1 ກໍລະກົດ 2025 ນີ້ວ່າ: ປັດຈຸບັນ ການສ້ອມແປງ - ກໍ່ສ້າງ ສະເພາະຕົວທາງເບຕົົງ 2 ເສັ້ນ ຢູ່ບ້ານພັດທະນາໂພນໄຊ ສໍາເລັດແລ້ວ 40% ເພາະວ່າບໍລິສັດ ຜູ້ຮັບເໝົາ ຈະຂຸ້ນຂ້ຽວສ້ອມແປງ – ກໍ່ສ້າງເສັ້ນທາງ ເພື່ອສູ້ຊົນໃຫ້ສໍາເລັດໃນເດືອນກັນຍາ 2025 ແລະ ທັນກັບກອງປະຊຸມໃຫຍ່ ຄັ້ງທີ IX ຂອງອົງຄະນະພັກແຂວງ. ສໍາລັບທໍ່ລະບາຍນໍ້າ ຈະໄດ້ກໍ່ສ້າງຕາມຫຼັງ. ສ່ວນລະບົບໄຟເຍືອງທາງ ຈະມີການຕິດຕັ້ງອີກຕ່າງຫາກ ເຊິ່ງບໍ່ລວມໃນມູນຄ່າການສ້ອມແປງ – ກໍ່ສ້າງເສັ້ນທາງ.
ພ້ອມນີ້, ທ່ານ ວາທະເດດ ກິ່ນພູນສິນ ຍັງໄດ້ຕາງໜ້າໃຫ້ແກ່ຄະນະພັກ - ອົງການປົກຄອງນະຄອນ ສະແດງຄວາມຂອບໃຈຕໍ່ຄະນະພັກ - ຂັ້ນເທິງ ທີ່ໃຫ້ທິດຊີ້ນໍາ ແລະ ຕິດຕາມກວດກາການສ້ອມແປງ - ກໍ່ສ້າງທາງເບຕົົງ 2 ເສັ້ນ ຢູ່ບ້ານພັດທະນາໂພນໄຊ ຢ່າງໃກ້ຊິດ ພ້ອມທັງປຸກລະດົມທຶນຮອນຈາກບັນດາບໍລິສັດ, ຫົວໜ່ວຍ ທຸລະກິດ ແລະ ຫ້າງຮ້ານຕ່າງໆ ມາປະກອບສ່ວນໃນການສ້ອມແປງ - ກໍ່ສ້າງເສັ້ນທາງ, ຂໍຂອບໃຈຄະນະພັກ - ອົງການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນພາຍໃນບ້ານພັດທະນາໂພນໄຊ ທີ່ມີຄວາມຕັດສິນໃຈເປັນເອກະພາບ ພ້ອມພຽງກັນປະກອບສ່ວນດ້ານວັດຖຸ ແລະ ທຶນຮອນໃນການກໍ່ເສັ້ນທາງພາຍໃນບ້ານ. ພ້ອມນີ້ ກໍສະແດງຄວາມຂອບໃຈນັກທຸລະກິດ, ຜູ້ປະກອບການ ທີ່ສະໜັບສະໜູນທຶນຮອນປະກອບສ່ວນໃນການກໍ່ສ້າງທາງເບຕົງ ຢູ່ບ້ານດັ່ງກ່າວ ແລະ ໃນຕໍ່ໜ້ານີ້ ຫ້ອງການ ຍທຂ ນະຄອນປາກເຊ ຈະເອົາໃຈໃສ່ສົມທົບກັບ ຄະນະພັກ - ອົງການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນ ປະກອບສ່ວນໃນການອະນາໄມ ແລະ ຮັກສາເສັ້ນທາງ ເພື່ອເຮັດໃຫ້ເສັ້ນທາງສາມາດນໍາໃຊ້ຢ່າງຍືນຍົງ.
ຂ່າວ-ພາບ: ທູນທອງໃຈ






