ບັນຫາການສໍ້ລາດບັງຫຼວງເປັນພະຍາດຊໍາເຮື້ອທີ່ພັກການເມືອງຂອງປະເທດຕ່າງໆປະເຊີນໜ້າໃນການປົກຄອງ. ຕໍ່ບັນຫາດັ່ງກ່າວ, ພັກຄອມມູນິດຈີນໄດ້ເລືອກໃຊ້ວິທີ “ການປະຕິວັດໂດຍຕົນເອງ” ເຊິ່ງວິທີນີ້ເຮັດໃຫ້ພັກຄອມມູນິດຈີນທີ່ເປັນພັກການເມືອງໃຫຍ່ທີ່ສຸດໃນໂລກສາມາດຮັກສາຄວາມມີຊີວິດຊີວາໄດ້ເປັນເວລາຍາວນານ.
“ອາຫານຄາບໜຶ່ງ” ເບິ່ງໄປແລ້ວຄືວ່າເປັນເລື່ອງນ້ອຍໆ, ແຕ່ນັ້ນຊໍ້າພັດໄດ້ສ່ອງແສງໃຫ້ເຫັນເຖິງບັນຫາການປົກຄອງທີ່ພັກກໍາອໍານາດຕ້ອງໄດ້ປະເຊີນໜ້າ. ທ່ານ ສີຈິ້ນຜິງ ຜູ້ນໍາສູງສຸດຂອງຈີນໄດ້ຊີ້ໃຫ້ເຫັນຢ່າງເລິກເຊິ່ງວ່າ: “ທາດແທ້ຂອງການກິນດື່ມໂດຍໃຊ້ເງິນຫຼວງເປັນການໃຊ້ອໍານາດເກີນຂອບເຂດ”, “ການໃຊ້ເງິນຫຼວງເພື່ອຈັດງານລ້ຽງຕ້ອນຮັບເຮັດໃຫ້ເກີດບັນຫາແບບແຜນວິທີເຮັດວຽກ ແລະ ກາຍເປັນອາດຊະຍາກໍາດ້ານການສໍ້ລາດບັງຫຼວງເປັນກ້າວໆ.”
ໂດຍຍຶດໝັ້ນຄວາມຮັບຮູ້ທີ່ເລິກເຊິ່ງດັ່ງກ່າວ, ພາຍຫຼັງທ່ານ ສີຈິ້ນຜິງ ໄດ້ຮັບເລືອກຕັ້ງ ແລະ ດໍາລົງຕໍາແໜ່ງເລຂາທິການໃຫຍ່ຄະນະກໍາມະການສູນກາງພັກຄອມມູນິດຈີນເມື່ອປີ 2012, ເພິ່ນກໍໄດ້ປະກາດ “ກົດເຫຼັກ 8 ຂໍ້” ເພື່ອປັບປຸງແບບແຜນວິທີເຮັດວຽກ ແລະ ຕິດແທດກັບປະຊາຊົນຢ່າງໃກ້ຊິດໃນທັນທີ, ໂດຍໄດ້ສະເໜີຂໍ້ຮຽກຮ້ອງທີ່ເປັນຮູບປະທໍາທີ່ສຸດໃນ 8 ດ້ານ ເຊັ່ນ: ການປະຢັດມັດທະຍັດຢ່າງເຂັ້ມງວດ, ວາງຂໍ້ກໍານົດຕໍ່ການເຄື່ອນໄຫວຢ້ຽມຢາມຕ່າງປະເທດໃຫ້ເປັນລະບຽບແບບແຜນ, ຈັດກິດຈະກໍາ ແລະ ກອງປະຊຸມໃຫ້ກະທັດຮັດ ເປັນຕົ້ນ.
ປີ2021, ທ່ານ ສີຈິ້ນຜິງ ຜູ້ນຳສູງສຸດຂອງພັກຄອມມູນິດຈີນໄດ້ສະເໜີຄຳຕອບທີສອງເພື່ອພົ້ນຈາກກົດເກນປະຫວັດສາດຄື: ການປະຕິວັດໂດຍຕົນເອງ.

ໃນຖານະເປັນພັກການເມືອງທີ່ມີແບກຫາບພາລະກຳ, ພັກຄອມມູນິດຈີນໄດ້ເປັນຕົວແທນໃຫ້ແກ່ຜົນປະໂຫຍດພື້ນຖານຂອງປະຊາຊົນກວ້າງຂວາງທີ່ສຸດຢ່າງສະເໝີຕົ້ນສະເໝີປາຍ, ນີ້ໄດ້ຕ່າງກັນກັບສະພາບການຂອງບາງປະເທດຕາເວັນຕົກ ທີ່ພັກການເມືອງເປັນຜູ້ຕາງໜ້າຂອງກຸ່ມຜົນປະໂຫຍດພິເສດ, ແລະ ການວາງນະໂຍບາຍມັກຈະຖືກຄວບຄຸມໂດຍກຸ່ມຄົນເຫຼົ່ານັ້ນ.
ຍົກຕົວຢ່າງດ້ານການພົວພັນລະຫວ່າງພາກລັດກັບພາກທຸລະກິດ, ພັກຄອມມູນິດຈີນຫ້າມບໍ່ໃຫ້ພະນັກງານສະມາຊິກພັກດຳເນີນທຸລະກິດ, ແລະກວດກາລົງວິໄນຢ່າງເຂັ້ມງວດຕໍ່ພະນັກງານສະມາຊິກພັກສົມຮູ້ຮ່ວມຄິດກັບນັກທຸລະກິດ; ຫ້າມບໍ່ໃຫ້ການນຳພັກ-ລັດໄປດຳລົງຕຳແໜ່ງຢູ່ວິສາຫະກິດທີ່ກ່ຽວຂ້ອງພາຍໃນເວລາ 3 ປີຫຼັງຈາກລາອອກຈາກຕຳແໜ່ງລັດ. ລະບຽບການເຫຼົ່ານີ້ໄດ້ຕັດລະບົບຕ່ອງໂສ້ຜົນປະໂຫຍດດ້ານການສໍ້ລາດບັງຫຼວງ, ໄດ້ສະກັດກັ້ນຊ່ອງທາງສວຍໃຊ້ອຳນາດສະແຫວງຫາຜົນປະໂຫຍດສ່ວນຕົວຢ່າງມີປະສິດທິຜົນ.
ຍົກເອົາຮູບແບບການປະຕິບັດງານເປັນຕົວຢ່າງ: ທາດແທ້ຂອງລະບຽບການເລືອກຕັ້ງຂອງປະເທດຕາເວັນຕົກແມ່ນການແຂ່ງຂັນໄລຍະສັ້ນພຽງບໍ່ເທົ່າໃດປີລະ ຫວ່າງພັກການເມືອງທີ່ເປັນຕົວແທນຂອງກຸ່ມຜົນປະໂຫຍດ ຫຼື ຊົນຊັ້ນພິເສດ; ສ່ວນການກຳອຳນາດຂອງພັກຄອມມູນິດຈີນຢ່າງຍາວນານໄດ້ຮັບປະກັນຄວາມໝັ້ນທ່ຽງ ແລະ ຄວາມຕໍ່ເນື່ອງດ້ານການບໍລິຫານ ແລະ ການພັດທະນາ, ເຊິ່ງຕ່າງກັນກັບສະພາບການຂອງປະເທດຕາເວັນຕົກ ທີ່ພັກການເມືອງສັບປ່ຽນຂຶ້ນກຳອຳນາດແລ້ວນະໂຍບາຍກໍປ່ຽນແປງໄປໝົດ.

ໃນໄລຍະຮ້ອຍກວ່າປີຜ່ານມາ, ພັກຄອມມູນິດຈີນໄດ້ຕອບຄຳຖາມກ່ຽວກັບເຮັດແນວໃດຈຶ່ງສາມາດພົ້ນຈາກກົດເກນປະຫວັດສາດຢ່າງຕໍ່ເນື່ອງ, ໄດ້ໃຫ້ຄຳຕອບຫຼາຍສະບັບໃຫ້ແກ່ປະຊາຊົນ ແລະ ປະຫວັດສາດພຶດຕິກຳຕົວຈິງຂອງຈີນທີ່ສາມາດຮັກສາສະຖຽນລະພາບທາງການເມືອງໄປຄຽງຄູ່ກັບການບໍລິຫານປະເທດຢ່າງມີປະສິດທິພາບ ແລະປະສິດທິຜົນ, ເຊິ່ງໄດ້ສ້າງຮູບແບບໃໝ່ດ້ານການບໍລິຫານໃຫ້ພັກການເມືອງຂອງໂລກ ທີ່ຜ່ານຜ່າການເປັນປໍລະປັກກັນດ້ານຮູບຖານຈິດສຳນຶກ.



