ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ວິດີໂອສຳລັບການພັດທະນາຄູ – ການກະກຽມ ແລະ ການສອນບົດຮຽນຫ້ອງຄວບ

Jul 7, 2025

ກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ ໂດຍການຮ່ວມມືກັບລັດຖະບານອົດສະຕຣາລີ ກຳລັງໃຫ້ການສະໜັບສະໜູນການພັດທະນາວິຊາຊີບຄູແບບຕໍ່ເນື່ອງແກ່ຄູ ດ້ວຍການອອກວິດີໂອທີ່ແນະນຳການແກ້ໄຂສິ່ງທ້າທາຍໃນການສອນຫ້ອງຄວບ.
ໃນ ສປປ ລາວ , ໜຶ່ງສ່ວນສາມຂອງຫ້ອງຮຽນໃນທົ່ວປະເທດ ແມ່ນເປັນຫ້ອງຄວບ ທີ່ມີການຮຽນຮ່ວມກັນ 2 ຂັ້ນຮຽນ ຫຼື ຫຼາຍກວ່ານັ້ນໃນຫ້ອງຮຽນດຽວ. ວິດີໂອຕອນໃໝ່ນີ້ ໄດ້ນຳສະເໜີ ຄຳແນະນຳໃນການສອນ ແລະ ວິທີການປະຕິບັດ ເພື່ອຊ່ວຍເຫຼືອຄູໃນການແຕ່ງບົດສອນ ແລະ ສອນບົດຮຽນຫ້ອງຄວບຢ່າງມີປະສິດທິພາບ.
📍 ຜະລິດໂດຍ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ, ວິດີໂອໄດ້ຖ່າຍທຳໃນຫ້ອງຮຽນຕົວຈິງ ເພື່ອສະແດງໃຫ້ເຫັນຕົວຢ່າງຕົວຈິງຂອງການປະຕິບັດການສອນຫ້ອງຄວບ.
🤝ວິດີໂອຍັງໄດ້ ແປພາສາມື ເພື່ອຮັບປະກັນການເຂົ້າເຖິງໄດ້ຫຼາຍຂຶ້ນ ໂດຍສະເພາະແມ່ນສຳລັບຜູ້ເຮັດວຽກໃນຂະແໜງການສຶກສາ.
👉 ເຊີນທ່ານຮັບຊົມ, ຮຽນຮູ້ ແລະ ສົ່ງຕໍ່ ເພື່ອຊ່ວຍໃຫ້ການສອນຫ້ອງຄວບທຸກຫ້ອງມີຄຸນະພາບຫຼາຍຂຶ້ນ!
ກົດຮັບຊົມໄດ້ທີ່ລິ້ງນີ້: https://youtu.be/9Hd9GbPhVGI?si=h62csY9F9yDobAua
May be an image of 6 people, people studying and text
May be an image of 2 people and text
May be an image of 4 people and text
May be an image of 5 people