ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຍົກລະດັບຄວາມຮູ້ພື້ນຖານການນຳທ່ຽວ ໃຫ້ພະນັກງານທຳທ່ຽວ ລະດັບແຂວງ

Jul 7, 2025

ແຫລ່ງຂ່າວຈາກ ແຂວງຫລວງພະບາງ ໃຫ້ຮູ້ວ່າ: ການຝຶກອົບຮົມຄວາມຮູ້ພື້ນຖານ ການນຳທ່ຽວ ໃຫ້ພະນັກງານນຳທ່ຽວ ລະດັບແຂວງ ຫລວງພະບາງ ຄັ້ງທີ IV ຈຳນວນ 96 ຄົນ ຍິງ 49 ຄົນ ຈັດຂຶ້ນ ໃນວັນທີ 7 ກໍລະກົດ 2025 ທີ່ພະແນກຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໂດຍເປັນປະທານຂອງ ທ່ານ ຈັນສະໝອນ ທີບພາວັນ ຮອງຫົວໜ້າພະແນກ ຖວທ ແຂວງຫລວງພະບາງ ພ້ອມດ້ວຍວິທະຍາກອນ ແລະ ສຳມະນາກອນ ເຂົ້າຮ່ວມ.
ການຝຶກອົບຮົມຄັ້ງນີ້, ຜູ້ເຂົ້າຮ່ວມຈະໄດ້ຮຽນຮູ້ກ່ຽວກັບຄວາມຮູ້ພື້ນຖານ ກ່ຽວກັບການທ່ອງທ່ຽວ, ການປະຖົມພະຍາບານເບື້ອງຕົ້ນ, ກົດໝາຍການທ່ອງທ່ຽວ, ຄຸ້ມຄອງການທ່ອງທ່ຽວ ແລະ ພະນັກງານນຳທ່ຽວ, ມະນຸດສໍາພັນ, ບຸກຄະລິກກະພາບ ແລະ ຈິດຕະວິທະຍາການບໍລິການ, ຮີດຄອງປະເພນີວັດທະນະທຳ ແລະ ພຸດທະສາສະໜາ ຂອງແຂວງຫລວງພະບາງ, ວັດທະນະທຳ ແລະປະເພນີທ້ອງຖິ່ນພາຍໃນແຂວງ, ຄວາມຮູ້ພື້ນຖານກ່ຽວກັບ ມໍລະດົກໂລກ ຫລວງພະບາງ, ປະຫວັດສາດ ແລະ ປະຫວັດແຫລ່ງທ່ອງທ່ຽວແຂວງຫລວງພະບາງ, ເຕັກນິກການນຳທ່ຽວ, ຄວາມປອດໄພຂອງນັກທ່ອງທ່ຽວ, ມະນຸດສຳພັນ, ບຸກຄະລິກກະພາບ ແລະ ຈິດຕະວິທະຍາ ການບໍລິການ, ພຶດຕິກໍາຂອງນັກທ່ອງທ່ຽວ, ສິລະປະລາຍລາວ, ທັກສະການແກ້ໄຂບັນຫາ ແລະ ການສື່ສານແບບມືອາຊີບ, ເຕັກນິກການສື່ຄວາມໝາຍ ສຳລັບພະນັກງານນຳທ່ຽວ ແລະ ອື່ນໆ.
ໂອກາດນີ້, ທ່ານ ຈັນສະໝອນ ທີບພາວັນ ໄດ້ເນັ້ນໃຫ້ສຳມະນາກອນ ແລະ ວິທະຍາກອນ ພ້ອມກັນຄົ້ນຄວ້າບົດຮຽນຮ່ວມກັນໃຫ້ເລິກເຊິ່ງ ທັງມີການແລກປ່ຽນຄວາມເຫັນ ເພື່ອເຮັດໃຫ້ຊຸດຝຶກອົບຮົມມີຄຸນະພາບ ຮັບປະກັນໃຫ້ພະນັກງານນຳທ່ຽວ ສາມາດປະຕິບັດໜ້າທີ່ນຳທ່ຽວ ຢ່າງມີປະສິດທິພາບ ທັງເປັນທີ່ປະທັບໃຈ ໃຫ້ກັບນັກທ່ອງທ່ຽວທີ່ໃຊ້ບໍລິການ.
ຊຸດຝຶກອົບຮົມຄັ້ງນີ້ ຈະດຳເນີນໄປຈົນເຖິງ ວັນທີ 31 ກໍລະກົດ ໂດຍມີວິທະຍາກອນຈາກຫລາຍພາກສ່ວນ ຈະໄດ້ຂຶ້ນບັນຍາຍແຕ່ລະຫົວຂໍ້, ທັງມີການລົງພາກປະຕິບັດຕົວຈິງບາງຫົວຂໍ້ ແລະ ມີການສອບເສັງປະເມີນຄວາມຮູ້ ຂອງສຳມະນາກອນ ທີ່ເຂົ້າຮ່ວມຕື່ມອີກ.