ທ່ານ ດຣ ນາງ ອິນລາວັນ ແກ້ວບຸນພັນ ກຳມະການສູນກາງພັກ ຮອງປະທານສູນກາງແນວລາວສ້າງຊາດ (ສນຊ) ເປັນກຽດຂຶ້ນຫ້ອງແລກປ່ຽນບົດຮຽນ ກັບພະນັກງານນຳພາ-ຄຸ້ມຄອງ ໃນຊຸດບຳລຸງວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ (ປກຊ-ປກສ) ຊຸດທີ XXI ຢູ່ທີ່ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານໃນວັນທີ 7 ກໍລະກົດ 2025.
ໂອກາດນີ້ ທ່ານຮອງປະທານ ສນຊ ໄດ້ຍົກໃຫ້ເຫັນຄວາມສຳນຶກກ່ຽວກັບແນວລາວສ້າງຊາດ ທີ່ຕັ້ງ ພາລະບົດບາດ ຂອງກຳມະການແນວລາວສ້າງຊາດ ໂຄງປະກອບບຸກຄະລາກອນ ຂອງແນວລາວສ້າງຊາດ ທັດສະນະ ຂອງພັກ ແລະ ນະໂຍບາຍ ຂອງລັດ ຕໍ່ແນວລາວສ້າງຊາດ ການປະຕິບັດພາລະບົດບາດ ຂອງຄະນະກໍາມະການແນວລາວສ້າງຊາດ ໄລຍະຜ່ານມາ ແລະ ມູນເຊື້ອອັນສະຫງ່າງາມ ຂອງແນວລາວສ້າງຊາດ ໃນນີ້ ໄດ້ຍົກໃຫ້ເຫັນ ເນື້ອໃນ 4 ການຫັນປ່ຽນ ທີ່ກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດ ທົ່ວປະເທດ ຄັ້ງທີ XI ໄດ້ຮັບຮອງເອົາ ເປັນຕົ້ນ ສ້າງຄວາມຮັບຮູ້ ຄວາມເຂົ້າໃຈ ຕໍ່ວຽກງານແນວໂຮມໃນໄລຍະໃໝ່ໃຫ້ເລິກເຊິ່ງ ຍົກສູງບົດບາດການເຄື່ອນ ໄຫວຂອງແນວລາວສ້າງຊາດ ແຕ່ລະຂັ້ນ ສ້າງການຫັນປ່ຽນໃໝ່ດ້ານຮູບການ ແລະ ວິທີການປຸກລະດົມຂົນຂວາຍປະ ຊາຊົນຊັ້ນ ແລະ ຫັນປ່ຽນດ້ານຮູບແບບຕ່າງໆ ການຮ່ວມສໍາພັນ ລະຫວ່າງ ອົງການພາຄີດ້ວຍກັນ ພ້ອມທັງຍົກໃຫ້ເຫັນເນື້ອໃນ 9 ຂໍ້ແຂ່ງຂັນ ເປັນຕົ້ນວ່າ: ຍູ້ແຮງແຂ່ງຂັນຂະບວນການ ສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ ຂະບວນການ ຮັກບ້ານເກີດ ຂະບວນການ ເປັນເຈົ້າພາບທີ່ດີ ຕ້ອນຮັບກອງປະຊຸມອາຊຽນ ຄັ້ງທີ 24 ທີ່ ສປປ ລາວ ເປັນເຈົ້າພາບ ຂະບວນການ ຄົນລາວຜະລິດ ແລະ ຊື້ສິນຄ້າລາວ ຂະບວນການ 4 ເສີມສ້າງ (ເສີມສ້າງຄວາມສາມັກຄີ ເສີມສ້າງຄຸນງາມ ຄວາມດີ ເສີມສ້າງຄຸນນະວຸດ ແລະ ເສີມສ້າງຄຸນນະທໍາ).
ການຂຶ້ນຫ້ອງແລກປ່ຽນບົດຮຽນ ຄັ້ງນີ້ ໄດ້ມີການຖາມ-ຕອບ ສົນທະນາ ແລກປ່ຽນບົດຮຽນ ເຊິ່ງກັນ ແລະ ກັນ ກ່ຽວກັບເນື້ອໃນ ຢ່າງກົງໄປກົງມາ ໄດ້ຮັບຊົມວີດີໂອສາລະຄະດີ ມູນເຊື້ອແນວ ລາວສ້າງຊາດ ແລະ ບົດເພັງ ແນວລາວວັນໃໝ່ (ເພງ 75 ປີ ແນວລາວສ້າງຊາດ) ເຮັດໃຫ້ມີບັນຍາກາດຟົດຟື້ນ ແລະ ບັນຍາກາດແຫ່ງຄວາມຮັກແພງສາມັກຄີ.


ທີ່ມາ: ວຽງຈັນໃໝ່


