ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສປນວ ເປີດກອງປະຊຸມສະໄໝສາມັນ ເທື່ອທີ 9 ຊຸດທີ II

Jul 7, 2025

ສະພາປະຊາຊົນນະຄອນຫລວງວຽງຈັນ (ສປນວ) ເປີດກອງປະຊຸມສະໄໝສາມັນ ເທື່ອທີ 9 ຊຸດທີ II ໃນລະຫວ່າງວັນທີ 7-11 ກໍລະກົດ 2025 ຢູ່ອົງການປົກຄອງນະຄອນຫລວງວຽງຈັນ (ນວ) ໂດຍການເປັນປະທານຂອງ ທ່ານ ອານຸພາບ ຕຸນາລົມ ປະທານສະພາປະຊາຊົນນະຄອນຫລວງວຽງຈັນ, ມີທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫລວງວຽງຈັນ, ມີບັນດາການນຳ ພັກ, ລັດ ຂັ້ນນະຄອນຫລວງວຽງຈັນ, ບັນດາສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 1 ນວ, ສະມາຊິກສະພາປະຊາຊົນ ນວ ແລະ ຂະແໜງການກ່ຽວຂ້ອງ ເຂົ້າຮ່ວມ.
ໂອກາດນີ້, ທ່ານ ອານຸພາບ ຕຸນາລົມ ໄດ້ມີຄຳເຫັນວ່າ: ການດໍາເນີນກອງປະຊຸມສະໄໝມັນ ເທື່ອທີ 9 ຂອງສະພາປະຊາຊົນ ນວ ໃນຄັ້ງນີ້, ແມ່ນປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ ຂອງສະພາປະຊາຊົນ ນະຄອນຫລວງວຽງຈັນ ຕາມທີ່ໄດ້ກໍານົດໄວ້ໃນລັດຖະທໍາມະນູນ ແລະ ກົດໝາຍວ່າດ້ວຍສະພາປະຊາຊົນຂັ້ນແຂວງ ເຊິ່ງກອງປະຊຸມໃນຄັ້ງນີ້, ຈະໄດ້ສຸມໃສ່ພິຈາລະນາ ແລະ ຮັບຮອງເອົາບັນຫາສໍາຄັນພື້ນຖານ ຂອງນະຄອນຫລວງວຽງຈັນ ເປັນຕົ້ນ ພິຈາລະນາ ແລະ ຮັບຮອງເອົາບົດລາຍງານຂອງທ່ານເຈົ້າຄອງ ນວ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ 6 ເດືອນຕົ້ນປີ, ຕິດພັນກັບການປະເມີນຕີລາຄາໂດຍສັງເຂບ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX(2021-2025); ການຈັດຕັ້ງປະຕິບັດ 8 ແຜນງານ, 20 ໂຄງ ການລະດັບຊາດ, ໂຄງການປິ່ນອອ້ອມ ທີ່ກໍານົດໃນແຜນການ 5 ປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2025 ຂອງນະຄອນຫລວງວຽງຈັນ; ພິຈາລະນາກ່ຽວກັບການສະເໜີປັບລາຄາຊົມໃຊ້ນໍ້າປະປາ ປີ 2025 ຂອງລັດວິສາຫະກິດນໍ້າປະປາ ນວ; ພິຈາລະນາ-ຮັບຮອງເອົາການປັບປຸງກົງຈັກການຈັດ ຕັ້ງຂອງອົງການປົກຄອງ ຕາມການສະເໜີຂອງທ່ານເຈົ້າຄອງນະຄອນຫລວງວຽງຈັນ; ພິຈາລະນາ-ຮັບຮອງເອົາຮ່າງຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງ ແລະ ກໍາຈັດຂີ້ເຫຍື້ອ ໃນ ນວ; ພິຈາລະນາ-ຮັບຮອງເອົາບົດສະຫລຸບຜົນການຈັດຕັ້ງປະຕິບັດ ແຜນການເຄື່ອນໄຫວວຽກງານ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2025 ຂອງສະພາປະຊາຊົນ ນວ ຊຸດທີ II ແລະ ແຜນການເຄື່ອນໄຫວພົບຜູ້ມີສິດເລືອກຕັ້ງ ເພື່ອເຜີຍແຜ່ຜົນສໍາເລັດ ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນ ນວ ຊຸດທີ II; ພິຈາລະນາ ແລະ ປະກອບຄໍາເຫັນໃສ່ ແຜນພັດທະນາວຽກງານ ສະພາປະຊາຊົນ ນວ ໄລຍະປີ 2026-2030. ພ້ອມນີ້, ຍັງຈະໄດ້ຮັບຟັງການລາຍງານ ແລະ ຊີ້ແຈງບັນຫາສໍາຄັນ ຕາມການສະເໜີຂອງຄະນະປະຈໍາ ສະພາປະຊາຊົນ ຄື: ຮັບຟັງການລາຍງານ ການຕິດຕາມກວດກາ ແລະ ຄຸ້ມຄອງການລົງທຶນພາຍໃນ ແລະ ຕ່າງປະເທດ ໃນຂະແໜງການທ່ອງທ່ຽວ ແລະ ບັນເທີງ; ຮັບຟັງການລາຍງານຄວາມຄືບໜ້າ ໃນການຈັດຕັ້ງປະຕິບັດໂຄງການປັບປຸງ ແລະ ສ້ອມແປງເສັ້ນທາງຫລວງແຫ່ງຊາດ ເລກທີ 13 ໃຕ້ ເຂດບ້ານໂຄກສີວິໄລ ເມືອງໄຊທານີ ຫາ ບ້ານສົມສະຫວາດ ເມືອງປາກງື່ມ ນະຄອນຫລວງວຽງຈັນ; ຮັບຟັງການລາຍງານ ກ່ຽວກັບວິທີການ ແລະ ມາດຕະການ ແກ້ໄຂບັນຫານໍ້າຖ້ວມຂັງ ພາຍໃນຕົວເມືອງ ນະຄອນຫລວງວຽງຈັນ; ຮັບຟັງການລາຍງານກ່ຽວກັບສະພາບການເກີດອັກຄີໄພ ແລະ ວິທີການ-ມາດຕະການສະກັດກັ້ນ ແລະ ແກ້ໄຂໃນຕໍ່ໜ້າ.
ນອກຈາກນີ້, ກອງປະຊຸມ ຍັງຈະໄດ້ຮັບຟັງການລາຍງານ-ຊີ້ແຈງ ແລະ ໃຫ້ຄວາມກະຈ່າງແຈ້ງ ຕໍ່ຄໍາຊັກຖາມຂອງບັນດາສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນ ນະຄອນຫລວງວຽງຈັນ ທີ່ຕັ້໊ງຂຶ້ນໃນກອງປະຊຸມ ຈາກສະມາຊິກອົງການປົກຄອງ ແລະ ພາກສ່ວນກ່ຽວຂ້ອງຕື່ມອີກ.
ທີ່ມາ: ຂປລ