ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ບ້ານ ຫ້ວຍດິນຈີ ເປັນບ້ານໜຶ່ງທີ່ສາມາດສ້າງລາຍຮັບຈາກການຂາຍໝາກນັດ

Jul 7, 2025

ບ້ານ ຫ້ວຍດິນຈີ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ເປັນບ້ານໜຶ່ງໃນການເຮັດອາຊີບການກະເສດ ເປັນຕົ້ນແມ່ນ ເຮັດນາ ປູກເຂົ້າ, ປູກຢາງພາລາ, ໝາກກ້ຽງ ແລະ ປູກພືດລົມປູກຊະນິດຕ່າງໆ. ນອກນັ້ນປະຊາຊົນຍັງໄດ້ປູກໝາກນັດເປັນອາຊີບເສີມ, ທົ່ວບ້ານມີເນື້ອທີ່ປູກໝາກນັດ 34,85 ເຮັກຕາ, ມີ. 40 ຄອບຄົວ. ການຜະລິດໝາກນັດມີ 2 ລະດູການ ຄື: ຜະລິດໃນລະດູການ ແລະ ນອກລະດູການ, ການຜະລິດໝາກນັດໃນລະດູ ລາຄາແມ່ນບໍ່ຄ່ອຍດີປານໃດ ເພາະເປັນລະດູຝົນ ແລະ ຜົນຜະລິດມີຫຼາຍ, ບ້ານອື່ນກໍ່ສາມາດຜະລິດໄດ້ ສ່ວນຫຼາຍຈະເກັບກ່ຽວຜົນຜະລິດໃນລະດູດຽວກັນ ແລະ ໄດ້ຂາຍໃນຊ່ວງເດືອນ 6 ຫາເດືອນ 8, ລາຄາຂາຍປະມານໜ່ວຍລະ 5.000 ກີບ ຫາ 15.000 ກີບ, ຂຶ້ນກັບແຕ່ລະໜ່ວຍ. ການຜະລິດໝາກນັດນອກລະດູການ, ມີ 38 ຄອບຄົວ, ໃນເນື້ອທີ 4,6 ເຮັກຕາ, ຜົນຜະລິດແມ່ນຈະເກັບກ່ຽວ ແລະ ຂາຍໃນຊ່ວງເດືອນ 3 ຫາເດືອນ 5 ເປັນລະດູແລ້ງ ຄວາມຕ້ອງການຂອງຕະຫຼາດຫຼາຍ ຈຶ່ງເຮັດໃຫ້ລາຄາໝາກນັດມີລາຄາສູງ ຜົນຜະລິດນອກລະດູປະມານ 15.000 ໜ່ວຍ/ເຮັກຕາ ສະເລຍລາຄາຂາຍປະມານ 10.000 ກີບ ຫາ 20.000 ກີບ/ໜ່ວຍ, 1 ເຮັກຕາສາມາດຂາຍໄດ້ 60-70 ລ້ານກີບຕໍ່ລະດູການ. ດັ່ງຄອບຄົວ ທ່ານ ດາເຊຍ ທໍ່ ຫົວໜ້າກຸ່ມປູກໝາກນັດ ບ້ານຫ້ວຍດິນຈີ ເມືອງຫ້ວຍຊາຍ ໃຫ້ຮູ້ວ່າຕົນເອງເລີ່ມຕົ້ນປູກນັດແຕ່ປີ 2019ໃນເນື້້ອທີ່ 1 ເຮັກຕາ, ໃນນັ້ນປູກໝາກນັດນອກລະດູ ໃນເນື້້ອທີ່ 3 ໄລ, ພາຍໃນຄອບຄົວ, ມີສະມາຊິກ 10 ຄົນ, ໃນນັ້ນສາມາດອອກແຮງງານໄດ້ມີ 4 ຄົນ, ປີໜຶ່ງສາມາດສ້າງລາຍຮັບຈາກການຂາຍໝາກນັດໄດ້ 35 ລ້ານກີບຕໍ່ລະດູການ. ນອກນັ້ນຕົ້ນເອງຍັງເຮັດນາປູກເຂົ້າ ແລະ ປູກຢາງພາລານໍາອີກ. ພ້ອມນັ້ນທ່ານກໍ່ໄດ້ສະເໜີມາຍັງ ພັກ-ລັດ ກໍ່ຄືພາກສ່ວນທີ່ກ່ຽວຂ້ອງຈົ່ງຊ່ວຍຊຸກຍູ້ ແລະ ຊອກຕະຫຼາດສົ່ງອອກຜົນຜະລິດ ເພາະປະຈຸບັນໝາກນັດຢູ່ແຂວງເຮົາແມ່ນມີຫຼາຍ ຈຶ່ງເຮັດໃຫ້ລາຄາຕໍຳ.
ທ່ານ ສົມຊາຍ ຕັງມີຈິດ ຮອງຫົວໜ້າໜ່ວຍງານປູກຝັ່ງ ຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງຫ້ວຍຊາຍ ໃຫ້ສໍາພາດວ່າຜ່ານມາທາງຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງ ກໍ່ໄດ້ລົງຊຸກຍູ້ສົງເສີມການຜະລິດໝາກນັດນອກລະດູ ຢູ່ເມືອງຫ້ວຍຊາຍ ໂດຍສະເພາະແມ່ນການປູກພືດເປັນສີນຄ້າ ວິຊາການກໍ່ໄດ້ລົງຊຸກຍູ້ສົ່ງເສີມແຕ່ລະກຸ່ມບ້ານ ເພື່ອແນະນໍາ, ເຕັກນິກ ວິທີການປູກ ໂດຍສະເພາະແມ່ນການຜະລິດໝາກນັດນອກລະດູໃຫ້ປະຊາຊົນ ທົ່ວເມືອງຫ້ວຍຊາຍ ມີ 24 ບ້ານ, ມີ 131 ຄອບຄົວ, ໃນເນື້ອທີ່ 45,16 ເຮັກຕາ, ໃນນັ້ນຜະລິດໝາກນັດນອກລະດູມີ 11 ບ້ານ, ມີ 91 ຄອວຄົວ, ປູກໃນເນື້ອທີ່ 18,46 ເຮັກຕາ.
ບົດ-ຂ່າວ: ຄໍາເພັງ ສີສະຫວ່າງ