ເນື່ອງໃນໂອກາດ ວັນປ່ອຍປາ ແລະ ສັດນໍ້າ ແຫ່ງຊາດ ວັນທີ 13 ກໍລະກົດ 2025 ທົ່ວປະເທດ ຈະປ່ອຍປາ ແລະ ສັດນໍ້າ ໃຫ້ໄດ້ຫຼາຍກວ່າ 65 ລ້ານໂຕ.

ວັນທີ 13 ກໍລະກົດ ຂອງທຸກໆປີ ເປັນວັນປ່ອຍປາ ແລະ ສັດນໍ້າ ແຫ່ງຊາດ ເພື່ອຄຸ້ມຄອງ, ປົກປັກຮັກສາ ແລະ ພັດທະນາສັດນ້ຳ ໃຫ້ອຸດົມສົມບູນ ແລະ ມີຄວາມຍືນຍົງ, ເຊິ່ງໄດ້ເລີ່ມແຕ່ປີ 1997 ເປັນຕົ້ນມາ ແລະ ໃນປີນີ້ ກໍຄົບຮອບ 28 ປີ. ນອກຈາກນີ້, ວັນດັ່ງກ່າວ ຍັງກົງກັບ ວັນຄ້າຍວັນເກີດຂອງ ປະທານ ສຸພານຸວົງ ຜູ້ນໍາທີ່ແສນເຄົາລົບຮັກ ຂອງປວງຊົນລາວທັງຊາດ.
ເຊິ່ງແຕ່ລະປີ ກໍໄດ້ພ້ອມກັນຈັດກິດຈະກໍາຕ່າງໆ ເພື່ອປູກຈິດສໍານຶກໃຫ້ແກ່ເຍົາວະຊົນ ແລະ ອະນຸຊົນຮຸ່ນຫຼັງ ກໍຄືທົ່ວສັງຄົມ ໃຫ້ເຫັນຄວາມສໍາຄັນຂອງການອະນຸລັກປາ ແລະ ສັດນໍ້າ ແນໃສ່ເພິ່ມຄວາມອຸດົມສົມບູນໃຫ້ກັບທໍາມະຊາດ, ປົກປັກຮັກສາລະບົບນິເວດ, ແຫຼ່ງນໍ້າ ໃຫ້ມີຄວາມສົມດຸນ ແລະ ຍືນຍົງ. ພ້ອມທັງ ເພື່ອຈາລຶກບຸນຄຸນ ຄຸນງາມ ຄວາມດີ ແລະ ຜົນງານອັນໃຫຍ່ຫຼວງຂອງ ປະທານ ສຸພານຸວົງ ທີ່ອຸທິດຕົນໃຫ້ ແກ່ພາລະກິດແຫ່ງການຕໍ່ສູ້ກູ້ຊາດ ກໍຄືການປົກປັກຮັກສາ ແລະ ສ້າງສາພັດທະນາ ປະເທດຊາດຂອງພວກເຮົາ.
ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ຈຶ່ງໄດ້ແຈ້ງການ ໃຫ້ບັນດາກົມກ່ຽວຂ້ອງ ໃນຂັ້ນສູນກາງ, ອົງການປົກຄອງຂັ້ນທ້ອງຖິ່ນ ຕະຫຼອດຮອດຜູ້ປະກອບການ ແລະ ພໍ່ແມ່ປະຊາຊົນໃນຂອບເຂດທົ່ວປະເທດ ເອົາໃຈໃສ່ຕໍ່ວຽກງານການພັດທະນາ,ການຄຸ້ມຄອງ, ນໍາໃຊ້, ແລະ ການອານຸລັກ ປາ ແລະ ສັດນໍ້າ ໃຫ້ມີຄວາມຍືນຍົງ ເພື່ອປະກອບສ່ວນ ເຂົ້າໃນການຄ້ໍາປະກັນດ້ານສະບຽງອາຫານ ແລະ ໂພຊະນາການ ພ້ອມທັງສ້າງລາຍຮັບ ໃຫ້ປະຊາຊົນລາວ ໃຫ້ນັບມື້ຫຼາຍຂຶ້ນ.
ໃນປັດຈຸບັນ ທົ່ວປະເທດມີ ສູນ, ສະຖານີ ທີ່ຜະລິດລູກປາ ຂອງລັດ ຈໍານວນ 50 ແຫ່ງ, ຟາມຜະລິດລູກປາ ຂອງເອກະຊົນ ຫຼາຍກວ່າ 140 ກວ່າແຫ່ງ ແລະ ການຜະລິດລູກປາແບບຄອບຄົວມີຫຼາຍກວ່າ 400 ແຫ່ງ ສາມາດສະໜອງແນວພັນປາ ໃຫ້ສັງຄົມໄດ້ໂດຍພື້ນຖານ ປະມານ 290 ລ້ານກວ່າໂຕ ຫຼື ເທົ່າກັບ 73% ຂອງແຜນການ ແລະ ມີວັງສະຫງວນປາ ຫຼາຍກວ່າ 1,100 ວັງ.
ສຳລັບແຜນການປ່ອຍປາ ແລະ ສັດນໍ້າ ໃນ ປີ 2025 ນີ້, ຂະແໜງກະສິກໍາ ແລະ ສິ່ງແວດລ້ອມ ໄດ້ສົມທົບກັບຄະນະພັກ, ອົງການປົກຄອງທ້ອງຖິ່ນທົ່ວປະເທດ ພ້ອມກັນສ້າງຂະບວນການປ່ອຍປາ ແລະ ສັດນໍ້າ ເພື່ອຄືນຄວາມອຸດົມສົມບູນສູ່ທໍາມະຊາດ ແລະ ລົງສູ່ແຫຼ່ງນໍ້າຕ່າງໆ ໂດຍມີແຜນປ່ອຍປາ ແລະ ສັດນໍ້າ ໃຫ້ໄດ້ຫຼາຍກວ່າ 65 ລ້ານໂຕ.
ເນື່ອງໃນໂອກາດ ວັນປ່ອຍປາ ແລະ ສັດນໍ້າ ແຫ່ງຊາດ ວັນທີ 13 ກໍລະກົດ 2025 ແລະ ກົງກັບວັນຄ້າຍວັນເກີດ ຂອງ ປະທານ ສຸພານຸວົງ ຜູ້ນໍາທີ່ແສນ ເຄົາລົບຮັກ ຂອງປວງຊົນລາວເຮົາ, ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ຂໍເຊີນຊວນ ແລະ ຮຽກຮ້ອງມາຍັງພາກສ່ວນຕ່າງໆ ທັງພາກລັດ ແລະ ເອກະຊົນ ແລະ ພໍ່ແມ່ປະຊາຊົນ ໃນທົ່ວສັງຄົມ ຈົ່ງຮ່ວມແຮງ ຮ່ວມໃຈພັດທະນາ, ຄຸ້ມຄອງ, ອະນຸລັກຮັກສາ ປາ ແລະ ສັດນໍ້າ ໃຫ້ຫຼາຍຂຶ້ນ, ໃຫ້ຜູ້ປະກອບການ ແລະ ປະຊາຊົນລາວບັນດາເຜົ່າ ລ້ຽງປາ ແລະ ສັດນໍ້າ ໃຫ້ຖືກຕ້ອງຕາມກົດໝາຍ ເພື່ອເປັນການ ສ້າງເສດຖະກິດ, ສ້າງລາຍຮັບໃຫ້ຄອບຄົວ ແລະ ປະເທດຊາດໃຫ້ຫຼາຍຂຶ້ນ.


