ໃນຕອນເຊົ້າວັນທີ 8 ກໍລະກົດ 2025, ທີ່ສະໂມສອນເມືອງແປກ, ແຂວງຊຽງຂວາງ, ສະຫາຍ ກິແກ້ວ ໄຂຄຳພິທູນ, ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນໍາວຽກງານຮອບດ້ານແຂວງຊຽງຂວາງ ໄດ້ໃຫ້ກຽດເປັນປະທານ ແລະ ຊີ້ນຳ ຕໍ່ກອງປະຊຸມກະກຽມຄວາມພ້ອມຮອບດ້ານ ໃຫ້ແກ່ການດຳເນີນກອງປະຊຸມໃຫຍ່ອົງຄະນະພັກແຂວງຊຽງຂວາງ ສະໄໝທີ IX; ມີສະຫາຍ ບຸນຈັນ ສີວົງພັນ, ກຳມະການສູນກາງພັກ, ເລຂາພັກແຂວງ-ເຈົ້າແຂວງໆຊຽງຂວາງ; ສະຫາຍ ນາງ ບຸດສະດີ ທະນະເມືອງ, ກຳມະການສູນກາງພັກ, ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ; ພ້ອມດ້ວຍບັນດາສະຫາຍ ຮອງເລຂາພັກແຂວງ, ຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ຄະນະພັກຮາກຖານ, ອາດີດການນຳແຂວງ ແລະ ຜູ້ຕາງໜ້າພະແນກການທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ໃນໂອກາດນີ້, ສະຫາຍເລຂາພັກແຂວງ-ເຈົ້າແຂວງໆຊຽງຂວາງ ໄດ້ລາຍງານໃຫ້ຊາບ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງທີ່ພົ້ນເດັ່ນ ໃນໄລຍະ 6 ເດືອນຕົ້ນປີ ແລະ ທິດທາງແຜນວຽກງານຈຸດສຸມ 6 ເດືອນທ້າຍປີ 2025; ການກະກຽມຄວາມພ້ອມດ້ານຕ່າງໆ ໃຫ້ແກ່ກອງປະຊຸມໃຫຍ່ ຄັ້ງທີ IX ຂອງອົງຄະນະພັກແຂວງ; ການປັບປຸງກົງຈັກການຈັດຕັ້ງ ແລະ ວຽກງານທີ່ກ່ຽວຂ້ອງ ເຫັນວ່າ: ທົ່ວແຂວງ ສືບຕໍ່ມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ເສດຖະກິດສືບຕໍ່ຂະຫຍາຍຕົວ ຕາມທິດທີ່ກຳນົດໄວ້, ການພັດທະນາຊົນນະບົດ ແກ້ໄຂຄວາມທຸກຍາກຂອງປະຊາຊົນ ກໍ່ມີຄວາມຄືບໜ້າດີເປັນກ້າວໆ. ສໍາລັບການກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ອົງຄະນະພັກແຂວງຊຽງຂວາງ ຄັ້ງທີ IX: ໂດຍລວມ ແມ່ນມີຄວາມພ້ອມໂດຍພື້ນຖານ ເປັນຕົ້ນ ການສ້າງຂະບວນການຕ່າງໆ, ຮ່າງແຜນພັດທະນາເສດຖະ ກິດ-ສັງຄົມຂອງແຂວງ, ຮ່າງບົດລາຍງານການເມືອງ, ຮ່າງບົດສຳຫຼວດນຳພາ, ລວມທັງ ດ້ານບຸກຄະລາກອນ, ການປັບ ປຸງສະຖານທີ່, ຕົບແຕ່ງຫ້ອງປະຊຸມ, ປະດັບປະດາຕົວເມືອງ ແລະ ອື່ນໆ. ສ່ວນການປັບປຸງການຈັດຕັ້ງ ແມ່ນໄດ້ເຜີຍແຜ່ເຊື່ອມຊຶມບັນດານິຕິກໍາຕ່າງໆ ທີ່ກ່ຽວຂ້ອງ, ພ້ອມກັນນັ້ນ ຄະນະຮັບຜິດຊອບ ກໍ່ໄດ້ຄົ້ນຄວ້າປຶກສາຫາລືການໂຮມກົງຈັກການຈັດຕັ້ງ, ການສັບຊ້ອນ, ຈັດວາງບຸກຄະລາກອນເຂົ້າໃສ່ຕຳແໜ່ງງານຕ່າງໆ ໃຫ້ມີຄວາມເໝາະສົມກັບວິຊາສະເພາະ, ກະກຽມສິ່ງອຳນວຍຄວາມສະດວກທາງດ້ານຕ່າງໆ ໂດຍສະເພາະ ແຜນວຽກ, ແຜນຄົນ, ແຜນງົບປະມານ, ພາຫະນະ, ວັດຖຸອຸປະກອນຮັບໃຊ້ທີ່ຈຳເປັນ ແລະ ອື່ນໆ.

ໃນໂອກາດດຽວກັນ, ສະຫາຍ ຮອງນາຍົກລັດຖະມົນຕີ ກໍ່ໄດ້ໃຫ້ກຽດມີຄຳເຫັນໂອ້ລົມ ແລະ ເນັ້ນໜັກໃຫ້ເອົາໃຈໃສ່ຕື່ມໃນບາງດ້ານ ເປັນຕົ້ນ ເພີ່ມທະວີວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ ໂດຍສະເພາະ ການຮັກສາຄວາມສະຫງົບຢູ່ເຂດຊາຍແດນ, ເຂດຊົນນະບົດຫ່າງໄກສອກຫຼີກ, ຕົວເມືອງ ແລະ ເຂດຈຸດສຸມຍຸດທະສາດສຳຄັນຕ່າງໆ; ສືບຕໍ່ກະກຽມກອງປະຊຸມໃຫຍ່ຂອງອົງຄະນະພັກແຂວງຊຽງຂວາງ ຄັ້ງທີ IX ໃຫ້ກາຍເປັນຂະບວນການເຄື່ອນໄຫວທາງການເມືອງ ທີ່ເລິກເຊິ່ງ, ກວ້າງຂວາງ ແລະ ຟົດພື້ນໃນທົ່ວແຂວງ, ກາຍເປັນບັ້ນປັບປຸງປົວແປງພາຍໃນພັກ, ແນໃສ່ປັບປຸງກໍ່ສ້າງພັກເຮົາໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ, ຮັບປະກັນຄວາມສາມັກຄີເປັນປຶກແຜ່ນ ແລະ ຄວາມສະຫງົບ ພາຍໃນພັກ; ສືບຕໍ່ນຳພາຊີ້ນຳ ການສ້າງຂະບວນການຮອບດ້ານ ໃຫ້ແຂງແຮງ, ຟົດຟື້ນຕໍ່ເນື່ອງ; ສຳລັບດ້ານເນື້ອໃນ ຕ້ອງຍຶດໝັ້ນບັນດາຫຼັກການແຫ່ງພາລະກິດປ່ຽນແປງໃໝ່ຂອງພັກ ເຊິ່ງໃຫ້ສະແດງອອກຢ່າງຈະແຈ້ງ ກ່ຽວກັບວັດຖຸປະສົງ, ອຸດົມການຂອງພັກ ຕາມຈຸດໝາຍ ເຮັດໃຫ້ປະຊາຊົນຮັ່ງມີຜາສຸກ, ປະເທດຊາດມັ່ງຄັ່ງເຂັ້ມແຂງ, ສັງຄົມສີວິໄລ ແລະ ຍຸຕິທຳ ບົນພື້ນຖານການຄົ້ນຫາຄວາມເປັນຈິງໃນແຕ່ລະດ້ານ ຢ່າງກົງໄປກົງມາ, ເລິກເຊິ່ງ, ພາວະວິໄສຕໍ່ຜົນສຳເລັດ ແລະ ຜົນງານທີ່ຍາດມາໄດ້; ການກະກຽມຮ່າງລາຍງານການເມືອງ ຕ້ອງຮັບປະກັນຄວາມເປັນເຈົ້າຕົນເອງ, ຄວາມຮັບຜິດຊອບການເມືອງຂອງຄະນະບໍລິຫານງານພັກແຕ່ລະຂັ້ນ, ເຮັດໃຫ້ລາຍງານການເມືອງ ກາຍເປັນເອກະສານທີ່ມີເນື້ອໃນອຸດົມສົມບູນ, ມີຊີວິດຊີວາ, ທັງມີລັກສະນະສຶກສາອົບຮົມ, ປຸກລະດົມສູງ, ມີເນື້ອໃນຈະແຈ້ງ, ຊັດເຈນ, ກະທັດຮັດ, ເປັນລະບົບ ເຂົ້າໃຈງ່າຍ, ສາມາດຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດປະກົດຜົນເປັນຈິງ; ໂຄງປະກອບບຸກຄະລາກອນ ທີ່ຈະສະໝັກຮັບເລືອກຕັ້ງ ຕ້ອງຮັບປະກັນລັກສະນະສືບທອດປ່ຽນແທນ ທີ່ໜັກແໜ້ນ ແລະ ຕໍ່ເນື່ອງ, ຮັບປະກັນຄວາມຖືກຕ້ອງຕາມມາດຕະຖານ, ເງື່ອນໄຂ ທີ່ກຳນົດໄວ້; ໂຄງປະກອບຂອງອົງຄະນະພັກແຂວງ, ເດັດຂາດບໍ່ໃຫ້ຄົນບໍ່ດີເລັດລອດເຂົ້າໄປໃນການຈັດຕັ້ງຂອງພັກ; ບັ້ນດໍາເນີນຊີວິດການເມືອງ ເປັນຕົ້ນ ການສຳຫຼວດ ແລະ ປະກອບຄຳເຫັນໃສ່ການນຳພາລວມ ໃຫ້ລົງເລິກຕີລາຄາຕໍ່ການນຳພາ ຄົ້ນຄວ້າ, ເຊື່ອມຊຶມ, ຜັນຂະຫຍາຍ, ຈັດຕັ້ງປະຕິບັດມະຕິກອງປະຊມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ຂອງອົງຄະນະພັກແຂວງ; ການສໍາຫຼວດຕົນເອງຂອງບັນດາສະຫາຍໃນຄະນະພັກ ຕ້ອງບົນພື້ນຖານໜ້າທີ່, ຄວາມຮັບຜິດຊອບທີ່ໄດ້ຮັບມອບໝາຍ, ຕ້ອງຈິງໃຈຕື່ນຕົວສຳຫຼວດຄືນດ້ານດີ, ຂໍ້ຂາດຕົກບົກຜ່ອງຂອງຕົນເອງ ໃນການປະຕິບັດໜ້າທີ່, ສ່ວນໝູ່ຄະນະທີ່ຍັງເຫັນບັນຫາໃດ ກໍ່ໃຫ້ຈິງໃຈປະກອບຄຳເຫັນ ດ້ວຍທາງທີ່ສ້າງສັນ, ຫຼີກລ່ຽງແນວຄິດອະຄະຕິ-ທັບຖົມໂຈມຕີ ທັງນີ້ ກໍ່ເພື່ອພ້ອມກັນປັບປຸງໃຫ້ແຕ່ລະບັນຫາດີຂຶ້ນ; ການປັບປຸງກົງຈັກ ຄະນະພັກ-ຄະນະນຳແຂວງ ຕ້ອງສືບຕໍ່ເປັນເຈົ້າການນຳພາແນວຄິດ ໃຫ້ແກ່ສະມາຊິກພັກ-ພະນັກງານ ໃຫ້ມີເຂົ້າໃຈຢ່າງເລິກເຊິ່ງ ແລະ ມີຄວາມເປັນເອກະພາບສູງຕໍ່ການປັບປຸງກົງຈັກໃນຄັ້ງນີ້, ຮັກສາໄດ້ຄວາມສາມັກຄີເປັນເອກະພາບ, ຕ້ອງຮັບປະກັນຄວາມສະຫງົບ ທາງດ້ານການເມືອງ ແລະ ສັງຄົມ ຢ່າງໜັກແໜ້ນ, ຍົກສູງສະຕິລະວັງຕົວ ຕໍ່ພວກຄົນບໍ່ດີ ທີ່ຈະສວຍໃຊ້ການປັບປຸງກົງຈັກການຈັດຕັ້ງ ເພື່ອໂຄສະນາໃສ່ຮ້າຍປ້າຍສີ; ໃຫ້ເອົາໃຈໃສ່ປຶກສາຫາລື, ແບ່ງງານ, ແບ່ງຄວາມຮັບຜິດຊອບຈະແຈ້ງ ແລະ ສືບຕໍ່ຊີ້ນຳການປັບປຸງກົງຈັກການຈັດຕັ້ງ, ພາລະບົດບາດ, ການກຳນົດຕຳແໜ່ງງານ ແລະ ຈັດວາງສັບຊ້ອນພະນັກງານແຕ່ລະຂັ້ນ ໃຫ້ເໝາະສົມກັບໜ້າວຽກຕົວຈິງ, ເຮັດໃຫ້ກົງຈັກກະທັດຮັດຂຶ້ນ, ມີຄວາມໜັກແໜ້ນ, ເຂັ້ມແຂງ, ມີຕໍາແໜ່ງງານເໝາະສົມ; ສ້າງກົງຈັກໃຫ້ເປັນລະບົບຄົບຊຸດສາມາດຂັບເຄື່ອນການຜັນຂະຫຍາຍແນວທາງ, ແຜນນະໂຍບາຍ, ກົດໝາຍ ແລະ ນິຕິກໍາທີ່ກ່ຽວຂ້ອງ ທີ່ວາງອອກໄດ້ເປັນຢ່າງດີ; ບັນດາໜ້າວຽກ, ກຸ່ມວຽກທີ່ຄ້າຍຄືກັນ ຕ້ອງໄດ້ຮັບການສັບຊ້ອນເຂົ້າກັນ ໃຫ້ເປັນລະບົບຫຼຸດຜ່ອນຂອດຂັ້ນ, ຫຼຸດຜ່ອນຊ່ອງຫວ່າງ, ບັນຫາຫຍໍ້ທໍ້, ໂຍນຄວາມຮັບຜິດຊອບ, ການເອື່ອຍອີງໃສ່ກັນ, ທັງມີຄວາມໂປ່ງໃສ ແລະ ສາມາດກວດສອບໄດ້ ຢ່າງເປັນລະບົບ.
ໃນໂອກາດເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງຊຽງຂວາງໃນຄັ້ງນີ້, ສະຫາຍ ຮອງນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ຍັງໄດ້ຢ້ຽມຢາມໂຄງການ ຂຸດຄົ້ນແຮ່ຫາຍາກ ຂອງບໍລິສັດກວາງຈຽນຊິນ ແສງສະຫວ່າງ ທີ່ເມືອງຄູນ, ແຂວງຊຽງຂວາງ ຕື່ມອີກ.

ຂ່າວ ແລະ ພາບ: ກົມປະຊາສໍາພັນ ຫສນຍ.


