ຕອນບ່າຍວັນທີ 7 ກໍລະກົດນີ້, ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ ປະທານປະເທດຈີນ ໄດ້ເດີນທາງເຄື່ອນໄຫວຢ້ຽມຢາມບໍລິສັດຜະລິດລີ້ນສູບຢາງສວນຫຸ້ນສ່ວນຈຳກັດ ຢູ່ແຂວງຊ່ານຊີ. ທ່ານ ສີຈິ້ນຜິງ ໄດ້ກວດເບິ່ງຫ້ອງຜະລິດ ແລະ ການວາງສະແດງຜະລິດຕະພັນຂອງບໍລິສັດດັ່ງກ່າວ ພ້ອມທັງໂອ້ລົມສົນທະນາຢ່າງສະໜິດສະໜົມກັບກຳມະກອນ ເພື່ອຮັບຮູ້ສະພາບການຕ່າງໆຂອງແຂວງຊ່ານຊີ ເຊັ່ນ: ການເລັ່ງຫັນປ່ຽນແລະການຍົກລະດັບອຸດສາຫະກຳ, ຊຸກຍູ້ການພັດທະນາທີ່ມີຄຸນນະພາບສູງເປັນຕົ້ນ.




