ກອງປະຊຸມປຶກສາຫາລືດ້ານການເມືອງ ຂັ້ນຮອງລັດຖະມົນຕີກະຊວງການຕ່າງປະເທດ ຄັ້ງທີ 10 ລະຫວ່າງ ສປປ ລາວ ແລະ ສສ. ຫວຽດນາມ ໄດ້ຈັດຂຶ້ນໃນວັນທີ 08 ກໍລະກົດ 2025 ທີ່ ກະຊວງການຕ່າງປະເທດ, ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຮ່ວມຂອງ ສະຫາຍ ນາງ ຟອງສະໝຸດ ອັ່ນລາວັນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ສະຫາຍ ຫງວຽນ ແມັງ ເກືອງ, ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ. ຫວຽດນາມ ໂດຍມີຄະນະຜູ້ແທນຂອງທັງສອງຝ່າຍເຂົ້າຮ່ວມ.
ກອງປະຊຸມດັ່ງກ່າວ ເປັນກົນໄກປະຈໍາປີ ລະຫວ່າງ ສອງກະຊວງການຕ່າງປະເທດ ຊຶ່ງສອງຝ່າຍໄດ້ປຶກສາຫາລື ມາດຕະການຕ່າງໆ ເພື່ອເສີມຂະຫຍາຍການພົວພັນຮ່ວມມື ລະຫວ່າງ ສອງຂະແໜງການຕ່າງປະເທດ ໃນຖານະເປັນເສນາທິການດ້ານວຽກງານການຕ່າງປະເທດ ໃຫ້ແກ່ ພັກ-ລັດ ຊຶ່ງເປັນການປະກອບສ່ວນອັນສໍາຄັນ ເຂົ້າໃນການພັດທະນາສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ. ພ້ອມນີ້, ສອງຝ່າຍໄດ້ແລກປ່ຽນຄໍາຄິດຄໍາເຫັນກ່ຽວກັບການພົວພັນຮ່ວມມື ລະຫວ່າງ ສອງກະຊວງ ກໍຄື ສອງປະເທດ ລາວ-ຫວຽດນາມ ພ້ອມທັງໄດ້ແລກປ່ຽນທັດສະນະຕໍ່ບັນຫາຕ່າງໆ ໃນພາກພື້ນ ແລະ ສາກົນ ທີ່ຜັນແປໄປຢ່າງສັບສົນ ແລະ ຄາດຄະເນໄດ້ຍາກ. ພິເສດ, ຜົນສໍາເລັດຂອງກອງປະຊຸມຄັ້ງນີ້ ຈະເປັນພື້ນຖານສໍາຄັນ ໃຫ້ແກ່ການກະກຽມກອງປະຊຸມປຶກສາຫາລືດ້ານການເມືອງ ຂັ້ນລັດຖະມົນຕີ ຄັ້ງທີ 12 ທີ່ຈະຈັດຂຶ້ນໃນທ້າຍປີນີ້ ຢູ່ ສສ. ຫວຽດນາມ.

ກອງປະຊຸມຄັ້ງນີ້, ສອງຝ່າຍໄດ້ຕີລາຄາການພົວພັນຮ່ວມມື ລະຫວ່າງ ສອງກະຊວງ ໃນໄລຍະໜຶ່ງປີຜ່ານມາ ແລະ ປຶກສາຫາລືທິດທາງແຜນການຮ່ວມມືໃນຕໍ່ໜ້າ. ສອງຝ່າຍຕີລາຄາສູງຕໍ່ການພົວພັນຮ່ວມມືຢ່າງສະໜິດແໜ້ນ ຕະຫຼອດໄລຍະຜ່ານມາ ໂດຍສະເພາະແມ່ນການເປັນເສນາທິການ ໃຫ້ແກ່ຂັ້ນເທິງໃນການຊຸກຍູ້ສົ່ງເສີມ ການພົວພັນຮ່ວມມືໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ທັງເຮັດໜ້າທີ່ເປັນເສນາທິການຫຼັກ ໃນການກະກຽມດ້ານຕ່າງໆ ເພື່ອເຮັດໃຫ້ການແລກປ່ຽນການຢ້ຽມຢາມເຊິ່ງກັນ ແລະ ກັນຂອງການນໍາຂັ້ນສູງສອງປະເທດ ໃນໄລຍະຜ່ານມາ ໄດ້ຮັບຜົນສໍາເລັດຕາມລະດັບຄາດໝາຍ. ສໍາລັບທິດທາງແຜນການຮ່ວມມືໃນຕໍ່ໜ້າ, ສອງຝ່າຍຈະສືບຕໍ່ປະສານສົມທົບກັນຢ່າງແໜ້ນແຟ້ນ ໃນການປະກອບຄໍາຄິດເຫັນ ໃສ່ຮ່າງຂໍ້ຕົກລົງການຮ່ວມມື ລະຫວ່າງ ສອງກະຊວງ ໄລຍະ 2026-2030 ເພື່ອໃຫ້ສາມາດລົງນາມໃນໂອກາດກອງປະຊຸມປຶກສາຫາລືດ້ານການເມືອງ ຂັ້ນລັດຖະມົນຕີ ຄັ້ງທີ 12 ທີ່ຈະຈັດຂຶ້ນ ຢູ່ ສສ. ຫວຽດນາມ ໃນທ້າຍປີ 2025 ນີ້. ພ້ອມນີ້, ສອງຝ່າຍຈະສືບຕໍ່ໃຫ້ການສະໜັບສະໜູນເຊິ່ງກັນ ແລະ ກັນ ໃນຂອບການຮ່ວມມືຫຼາຍຝ່າຍ ເປັນຕົ້ນແມ່ນ ບັນດາກົນໄກການຮ່ວມມືໃນອະນຸພາກພື້ນແມ່ນໍ້າຂອງ, ການຮ່ວມມືໃນຂອບອາຊຽນ ແລະ ອົງການສະຫະປະຊາຊາດ.
ກອງປະຊຸມປຶກສາຫາລືດ້ານການເມືອງ ຂັ້ນຮອງລັດຖະມົນຕີກະຊວງການຕ່າງປະເທດ ຄັັ້ງທີ 10 ນີ້ ໄດ້ດໍາເນີນໄປດ້ວຍບັນຍາກາດອັນສ້າງສັນ, ເຕັມໄປດ້ວຍໄມຕີຈິດມິດຕະພາບ ຖານສະຫາຍອ້າຍນ້ອງໃນຄອບຄົວດຽວກັນ ແລະ ໄດ້ຮ່ວມກັນປຶກສາຫາລື ແລະ ແລກປ່ຽນຄໍາຄິດຄໍາເຫັນຢ່າງຈິງໃຈ ແລະ ກົງໄປກົງມາຕໍ່ທຸກບັນຫາ.



