ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ພົນເອກ ຈັນສະໝອນ ຈັນຍາລາດ ເປັນປະທານກອງປະຊຸມຄົບຄະນະບໍລິຫານງານພັກແຂວງສາລະວັນ ເປີດກວ້າງ ຄັ້ງທີ 19 ສະໄໝທີ IX

Jul 9, 2025

ວັນທີ 7 ກໍລະກົດ 2025, ທີ່ສະໂມສອນແຂວງສາລະວັນ, ພົນເອກ ຈັນສະໝອນ ຈັນຍາລາດ, ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນຳວຽກງານຮອບດ້ານແຂວງສາລະວັນ ໄດ້ໃຫ້ກຽດເຂົ້າຮ່ວມເປັນປະທານກອງປະຊຸມປະຊຸມຄົບຄະນະບໍລິຫານງານພັກແຂວງສາລະວັນເປີດກວ້າງ ຄັ້ງທີ 19 ສະໄໝທີ IX.
ໃນໂອກາດນີ້,ເລຂາຄະນະບໍລິຫານງານພັກແຂວງສາບະວັນໄດ້ສະເໜີຈຸດປະສົງ ແລະ ກ່າວເປີດກອງປະຊຸມ ຢ່າງເປັນທາງການ. ຈາກນັ້ນ, ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ເຜີຍແຜ່ມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 10 ສະໄໝທີ XI , ຕໍ່ມາພາກສ່ວນກ່ຽວຂ້ອງຂອງແຂວງ ໄດ້ຜ່ານຮ່າງເອກະສານສຳຄັນ ເປັນຕົ້ນ:ຮ່າງບົດຕີລາຄາການນໍາພາຮອບດ້ານຂອງຄະນະບໍລິຫານງານພັກແຂວງ ໄລຍະ 6 ເດືອນ ປີ 2025 ແລະ ທິດທາງຈຸດສຸມ 3 ເດືອນ 2025; ລາຍງານຄວາມຄືບໜ້າການກະກຽມ ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ຄັ້ງທີ X; ລາຍງານຄວາມຄືບໜ້າການກະກຽມປັບປຸງກົງຈັກການຈັດຕັ້ງ, ເປົ້າໝາຍບັນດາພະແນກການທີ່ຈະໂຮມ ແລະ ໂອນວຽກເຂົ້າກັນ; ລາຍງານຄວາມຄືບໜ້າການກະກຽມສ້າງຕາແສງຢູ່ພາຍໃນແຂວງ ແລະ ລາຍງານກ່ຽວກັບການກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດ ແລະ ວຽກງານ 3 ສ້າງ.
May be an image of 9 people, dais and text
ໃນໂອກາດດຽວນີ້, ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ໃຫ້ກຽດໂອ້ລົມ ໂດຍໄດ້ຍົກໃຫ້ເຫັນສະພາບການພົ້ນເດັ່ນ ທີ່ເກີດຂຶ້ນຢູ່ພາກພື້ນ ແລະ ສາກົນ, ລວມທັງ ຄວາມພະຍາຍາມ ແລະ ເອົາໃຈໃສ່ ຂອງການຈັດຕັ້ງພັກ-ລັດທຸກຂັ້ນ ໃນການແກ້ໄຂຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຕ່າງໆ ຕໍ່ການພັດທະນາເສດຖະກິດ-ສັງຄົມ ຂອງປະເທດເຮົາ. ສະຫາຍ ໄດ້ຊີ້ນຳໃຫ້ຄະນະນໍາຂອງແຂວງຕ້ອງໄດ້ປຸ້ມລຸມສາມັກຄີ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ມີຄວາມເປັນເອກະພາບພາຍໃນສູງ; ແບບແຜນວິທີເຮັດວຽກຕ້ອງລວມສູນ, ຄົບຖ້ວນຕາມຫຼັກການນໍາພາຂອງພັກ, ບໍ່ຫຼີກວຽກ ແລະ ບໍ່ໂຍນຄວາມຮັບຜິດຊອບ, ໜ້າວຽກສໍາຄັນ ຕ້ອງເປັນເອກະພາບພາຍໃນໝູ່ຄະນະ; ມີການຕິດຕາມກວດກາ ປະເມີນຜົນເປັນແຕ່ລະໄລຍະ; ຍົກສູງຄວາມຮັບຜິດຊອບຂອງບຸກຄົນ, ພະນັກງານ ແລະ ລວມໝູ່ ເພື່ອແບກຫາບພາລະກິດລວມຂອງແຂວງ ເຮັດໃຫ້ແຂວງມີການພັດທະນາ, ປະຊາຊົນຫຼຸດພົ້ນຄວາມທຸກຍາກ. ວຽກພັກ-ພະນັກງານ: ຕ້ອງສ້າງພັກໃຫ້ປອດໃສ ເຂັ້ມແຂງ ໜັກແໜ້ນ; ປະຕິບັດຫຼັກການ ລວມສູນປະຊາທິປະໄຕ ຢ່າງເຂັ້ມງວດ, ຊີ້ນໍາລວມສູນ, ມີການແບ່ງວຽກແບ່ງຄວາມຮັບຜິດຊອບຢ່າງຈະແຈ້ງ, ເສີມຂະຫຍາຍບົດບາດການການນຳພາ ເປັນໝູ່ຄະນະ; ເຊີດຊູຄວາມຮັບຜິດຊອບຂອງລວມໝູ່ ແລະ ເສີມຂະຫຍາຍຫົວຄິດປະດິດສ້າງຂອງບຸກຄົນ. ສືບຕໍ່ສຶກສາອົບຮົມການເມືອງແນວຄິດ ດ້ວຍຫຼາຍຮູບການ, ສອດຫ້ອຍຢູ່ນຳທຸກຂົງເຂດວຽກງານ ແລະ ຕ້ອງເຮັດຢ່າງເປັນປະຈຳ; ເອົາໃຈໃສ່ ສຶກສາອົບຮົມພະນັກງານ, ສະມາຊິກພັກ ຍົກສູງນໍ້າໃຈຮັກຊາດ, ຮັບໃຊ້ປະຊາຊົນ; ເອົາໃຈໃສ່ຄຸ້ມຄອງສື່ອອນລາຍ, ແນະນໍາໃຫ້ພະນັກງານ ຕະຫຼອດຮອດປະຊາຊົນ ມີສະຕິໃນການນຳໃຊ້ ເພື່ອໃຫ້ເກີດຜົນປະໂຫຍດ. ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບໃຫ້ຖືເປັນໜ້າທີ່ພື້ນຖານຂອງພັກ, ໃຫ້ເຮັດເປັນປະຈໍາ ແລະ ເຮັດຕະຫຼອດໄປ; ສ້າງບ້ານປ້ອມໝັ້ນສູ້ຮົບຕິດລ່ຽນ; ໃຫ້ມີວິທີການ ແລະ ມາດຕະການດໍາເນີນແກ້ໄຂ ການເຄື່ອນໄຫວວຽກງານສາສະໜາ ທີ່ເປັນການສວຍໃຊ້ເຄື່ອນໄຫວໃນທາງທີ່ບໍ່ຖືກຕ້ອງ; ສືບຕໍ່ຕິດຕາມ ແລະ ກຳເປົ້າໝາຍກຸ່ມຄົນບໍ່ດີ ທີ່ແອບແຝງເຄື່ອນໄຫວໃນວຽກງານຕ່າງໆ; ຖືເອົາການຫັນລົງກໍ່ສ້າງຮາກຖານການເມືອງ ຕິດພັນໂດຍກົງກັບການແກ້ໄຂຄວາມທຸກຍາກຂອງປະຊາຊົນ, ການພັດທະນາຕົວເມືອງ ແລະ ພັດທະນາຊົນນະບົດ ໃຫ້ສົມເຫດສົມຜົນ; ການກະກຽມ ເນື້ອໃນສະເຫຼີມສະຫຼອງສອງວັນປະຫວັດສາດ ຕິດພັນກັບການກະກຽມດໍາເນີນກອງປະຊຸມໃຫຍ່ ຂອງແຂວງ ໃຫ້ສຸມໃສ່ 3 ວຽກຕົ້ນຕໍ ຄື: ສືບຕໍ່ປຸກລະດົມມະຫາຊົນ ໃຫ້ເຂົ້າຮ່ວມຂະບວນການຕ່າງໆ ຢ່າງແຂງແຮງ, ກວ້າງຂວາງ, ຟົດຟື້ນ ແລະ ຕໍ່ເນື່ອງ, ຊຸກຍູ້ຂະບວນການແຂ່ງຂັນປະຕິບັດໜ້າທີ່ການເມືອງ ເອົາໃຈໃສ່ແກ້ໄຂສະພາບຫຍໍ້ທໍ້ຕ່າງໆ ໃນຖັນແຖວພະນັກງານ-ສະມາຊິກພັກ ຢ່າງເຂັ້ມງວດ, ເດັດຂາດ ແລະ ທັນການ; ຕ້ອງຕີລາຄາການນໍາພາ-ຊີ້ນໍາ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຂອງອົງຄະນະພັກຜ່ານມາ ໃຫ້ຖືກກັບຄວາມເປັນຈິງ, ພາວະວິໄສ, ຊອກໃຫ້ເຫັນດ້ານຕັ້ງໜ້າ ແລະ ຂໍ້ຄົງຄ້າງ ເພື່ອຖອດບົດຮຽນ ກໍານົດທິດທາງ, ໜ້າທີ່ ແກ້ໄຂໃນຕໍ່ໜ້າ ໃຫ້ສອດຄ່ອງ; ຕ້ອງເອົາໃຈໃສ່ ຂອດການດໍາເນີນຊີວິດການເມືອງພາຍໃນພັກ ໂດຍກຳແໜ້ນ ແລະ ປະຕິບັດຖືກຕ້ອງຕາມບົດແນະນໍາຂອງຄະນະກວດກາສູນກາງພັກ ແລະ ກົດລະບຽບພັກ ເປັນຕົ້ນ 6 ມາດຖານ ແລະ 11 ຂໍ້ຫ້າມ ສໍາລັບສະມາຊິກພັກ, 12 ຂໍ້ຫ້າມ ສໍາລັບພະນັກງານນໍາພາຄຸ້ມຄອງ ທີ່ກຳນົດໄວ້ໃນກົດໝາຍ ຕ້ານການສໍ້ລາດບັງຫຼວງ; ການເລືອກເຟັ້ນບຸກຄະລາກອນ ເຂົ້າສະໝັກຄະນະພັກ ໃຫ້ມີການທາບທາມ, ຄັດເລືອກເອົາຜູ້ທີ່ມີເງື່ອນໄຂ, ມາດຖານ ແລະ ດຳເນີນຕາມຂັ້ນຕອນ ທີ່ກຳນົດໄວ້. ໃຫ້ປະຕິບັດຕາມມະຕິ, ທັດສະນະຊີ້ນຳຂອງພັກ ໂດຍເອົາໃຈໃສ່ເຊື່ອມຊຶມ, ກໍາແໜ້ນ ແນວທາງນະໂຍບາຍຂອງພັກ ເພື່ອອະທິບາຍ ຕໍ່ສະມາຊິກພັກ-ພະນັກງານ ໃຫ້ເຂົ້າໃຈຢ່າງເລິກເຊິ່ງ; ຮີບຮ້ອນສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ປັບປຸງກົງຈັກການຈັດຕັ້ງ ຕາມເປົ້າໝາຍໃຫ້ສຳເລັດ ແລ້ວລາຍງານຄະນະຮັບຜິດຊອບປັບປຸງກົງຈັກຂັ້ນສູນກາງ ຮັບຊາບຕາມກຳນົດເວລາ. ສຸມໃສ່ພັດທະນາເສດຖະກິດ, ວັດທະນະທຳ-ສັງຄົມ ແກ້ໄຂຄວາມທຸກຍາກ ໂດຍສະເພາະ ການກໍ່ສ້າງ ແລະ ປັບປຸງເສັ້ນທາງ, ການພັດທະນາວຽກງານສຶກສາ, ສາທາລະນະສຸກ, ວັດທະນະທຳ-ສັງຄົມ ໄປຄຽງຄູ່ກັບການພັດທະນາເສດຖະກິດ ຕິດພັນກັບການປົກປັກຮັກສາສິ່ງແວດລ້ອມ; ສ້າງວຽກເຮັດງານທໍາກັບທີ່ ຢູ່ທ້ອງຖິ່ນໃຫ້ຫຼາຍຂຶ້ນ, ແກ້ໄຂບັນຫາແຮງງານ ຫຼັ່ງໄຫຼໄປຕ່າງປະເທດ; ຂຸດຄົ້ນ ແລະ ນຳໃຊ້ທ່າແຮງບົ່ມຊ້ອນຂອງແຂວງ ໃຫ້ເກີດປະໂຫຍດສູງສຸດ; ສືບຕໍ່ກໍ່ສ້າງ ແລະ ປັບປຸງແຫຼ່ງທ່ອງທ່ຽວ ເພື່ອດຶງດູດໃຫ້ນັກທ່ອງທ່ຽວ; ສົ່ງເສີມການຜະລິດກະສິກຳ ທີ່ມີທ່າແຮງໃຫ້ກາຍເປັນສິນຄ້າທົດແທນການນຳເຂົ້າ ແລະ ແນໃສ່ການສົ່ງອອກໄປຕ່າງປະເທດ; ເອົາໃຈໃສ່ປະຕິບັດວາລະແຫ່ງຊາດ ແກ້ໄຂຄວາມຫຍຸ້ງຍາກເສດຖະກິດ-ການເງິນ ດ້ວຍມາດຕະການຕ່າງໆ ທີ່ກຳນົດໄວ້ ໃຫ້ມີການຫັນປ່ຽນທີ່ດີຂຶ້ນ; ສຳລັບວຽກໄພພິບັດ ໃຫ້ເອົາໃຈໃສ່ຜັນຂະຫຍາຍເນື້ອໃນແຈ້ງການແນະນໍາ ຂອງປະທານຄະນະກໍາມະການຄຸ້ມຄອງໄພພິບັດ ຂັ້ນສູນກາງ ສະບັບເລກທີ 116 ລົງວັນທີ 18 ມິຖຸນາ 2025 ເພື່ອຊີ້ນໍາພາກສ່ວນທີ່ກ່ຽວຂ້ອງ ກະກຽມຄວາມພ້ອມໃນການເຝົ້າລະວັງ, ປ້ອງກັນ ແລະ ແກ້ໄຂບັນຫາໄພພິບັດ ທີ່ອາດຈະເກີດຂຶ້ນໃນຕໍ່ໜ້າ ຢ່າງທັນການ; ສືບຕໍ່ຕິດຕາມເຝົ້າລະວັງ, ປ້ອງກັນ, ແກ້ໄຂການລະບາດຂອງພະຍາດ ຕາມລະດູການ ທີ່ຈະກະທົບຕໍ່ສຸຂະພາບ ແລະ ຊີວິດການເປັນຢູ່ຂອງປະຊາຊົນ; ໃຫ້ຄະນະຮັບຜິດຊອບຄົ້ນຄວ້າຄືນ ການສ້າງຕາແສງຢູ່ບັນດາເມືອງ ໂດຍໃຫ້ຄໍານຶງເຖິງຄວາມຈໍາເປັນ, ຂໍ້ສະດວກ, ຫຍຸ້ງຍາກໃນການເຂົ້າເຖິງການບໍລິການຂອງລັດ, ການກຳນົດກົງຈັກການຈັດຕັ້ງ, ບຸກຄະລາກອນປະກອບໃສ່ຕາແສງ ບົນພື້ນຖານອີງໃສ່ນິຕິກຳກ່ຽວຂ້ອງ; ເພີ່ມທະວີການຮ່ວມມືກັບຕ່າງປະເທດ ໂດຍສະເພາະ ບັນດາປະເທດເພື່ອນມິດຍຸດທະສາດ.
May be an image of 7 people, dais and text
ຕອນທ້າຍ, ໄດ້ມີພິທີມອບ-ຮັບ ເຄື່ອງຊ່ວຍເຫຼືອຈາກຄະນະຄຸ້ມຄອງໄພພິບັດສູນກາງ ໃຫ້ແກ່ແຂວງສາລະວັນ ເພື່ອຊ່ວຍເຫຼືອຜູ້ປະສົບໄພພິບັດທົ່ວແຂວງ ປີ 2025 ປະກອບມີເຄື່ອງອຸປະໂພກ-ບໍລິໂພກ, ວັດສະດຸກໍ່ສ້າງ, ນໍ້າດື່ມ, ເຂົ້າສານ ແລະ ເງິນສົດ ລວມມູນຄ່າທັງໝົດ 372 ລ້ານກີບ.
ຂ່າວ ແລະ ພາບ: ກົມປະຊາສຳພັນ ຫສນຍ.