ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເມືອງຄຳເກີດ ສະຫຼຸບວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດຮອບດ້ານ ແລະ ວຽກງານ 03 ສ້າງ ປະຈຳ 6 ເດືອນ.

Jul 9, 2025

ກອງປະຊຸມການ ຈັດຕັ້ງປະຕິບັດວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດຮອບດ້ານ, ແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງປະຈຳ 6 ເດືອນຕົ້ນປີ ແລະ ທິດທາງແຜນການປະຈຳ 6 ເດືອນທ້າຍປີ 2025 ຂອງເມືອງຄຳເກີດ ແຂວງບໍລິຄຳໄຊ ຈັດຂຶ້ນໃນວັນທີ 8 ກໍລະກົດ 2025 ພາຍໃຕ້ການເປັນປະທານໂດຍທ່ານ ກີ່ ຊົງລ່າຫວ່າງ ຮອງເລຂາພັກເມືອງ, ຮັກສາການເຈົ້າເມືອງຄຳເກີດ, ມີບັນດາຄະນະບໍລິຫານງານ, ຄະນະຫ້ອງການ, ຫົວໜ້າກອງບັນຊາການ ປກຊ-ປກສ, ກອງເລຂາຂັ້ນແຂວງ, ຫົວໜ້າກອງກໍ່ສ້າງຮາກຖານແຕ່ລະເຂດ, ພະນັກງານກໍ່ສ້າງຮາກຖານການເມືອງຕະຫຼອດຮອດເລຂາພັກບ້ານໃນເທດສະບານເມືອງເຂົ້າຮ່ວມຢ່າງພ້ອມພຽງ.
ທ່ານ ຈັນສີ ວ່າງຢົງຫວາງ ຮອງຫົວໜ້າຫ້ອງວ່າການເມືອງ ໄດ້ຂຶ້ນຜ່ານຮ່າງບົດສະຫຼຸບແຜນການຈັດຕັ້ງປະຕິບັດວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດ ແລະ ວຽກງານ 3 ສ້າງ. ທ່ານ ໃຫ້ຮູ້ວ່າ ໃນໄລຍະ 6 ເດືອນຜ່ານມາ ຄະນະພັກທຸກຂັ້ນ ແລະ ພະນັກງານລົງກໍ່ສ້າງຮາກຖານການເມືອງໄດ້ສຸມໃສ່ການຈັດຕັ້ງປະຕິບັດເຜີຍແຜ່ເຊື່ອມຊຶມ ແລະ ຜັນຂະຫຍາຍບັນດານິຕິກຳຕ່າງໆຂອງສູນກາງ, ແຂວງ ແລະ ເມືອງ ຢູ່ຂັ້ນຮາກຖານ ເພື່ອຍົກລະດັບການແກ້ໄຂບັນຫາຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ແລະ ການແກ້ໄຂບັນຫາຢາເສບຕິດ, ຂ້າຂາຍເຖື່ອນ, ການລັກລອບຕັດໄມ້ ແລະ ອື່ນໆ. ພະນັກງານກໍ່ສ້າງຮາກຖານການເມືອງ, ສະມາຊິກພັກ, ພະນັກງານ-ລັດຖະກອນຕະຫຼອດຮອດປະຊາຊົນບັນດາເຜົ່າໃນແຕ່ລະບ້ານມີຄວາມສາມັກຄີເປັນເອກະພາບສູງຕໍ່ແນວທາງຂອງພັກ ສາມາດຮັກສາສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບເປັນລະບຽບຮຽບຮ້ອຍ, ການຈັດຕັ້ງແຕ່ລະຂັ້ນໄດ້ຮັບການປັບປຸງດີຂຶ້ນ.
May be an image of 6 people and text
ທົ່ວເມືອງຄຳເກີດປະກອບມີ 5 ເຂດພັດທະນາ, ມີ 62 ບ້ານ, ມີ 12.618 ຄອບຄົວ, ມີພົນລະເມືອງທັງໝົດ 70.728 ຄົນ, ຍີງ 34.646 ຄົນ, ມີພະນັກງານລົງກໍ່ສ້າງຮາກຖານການເມືອງ 25 ສະຫາຍ. ມີ 133 ຮາກຖານພັກ ໃນນັ້ນ ມີ 7ຄະນະພັກຮາກຖານ, ມີ 126 ໜ່ວຍພັກ, ມີສະມາຊິກ 2.151 ສະຫາຍ, ຍີງ 529 ສະຫາຍ, ສະມາຊິກສຳຮອງ 138 ສະຫາຍ, ຍີງ 59 ສະຫາຍ. ໃນ 6 ເດືອນ ຜ່ານມາ ໄດ້ສຳເລັດ ການຮ່າງແຈ້ງກະກຽມການເປິດກອງປະຊຸມໃຫຍ່ຂັ້ນຕົນໃນປີ 2025 ຈຳນວນ 20 ໜ່ວຍພັກ, ການຂະຫຍາຍມະຫາຊົນກ້າວໜ້າເຂົ້າຮຽນສະໜັບສະໜູນຈຳນວນ 19 ສະຫາຍ, ຮັບມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສຳຮອງ 54 ສະຫາຍ, ເລື່ອນສະມາຊິກສຳຮອງຂຶ້ນສົມບູນ 39 ສະຫາຍ, ລົງປະເມີນໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນປະຈຳ 6 ເດືອນ, ການທາບທາມຊື່ເອີ້ນ ແລະ ທີ່ຕັ້ງສໍານັກງານຕາແສງ, ການປະເມີນບ້ານເຂັ້ມແຂງໜັກແໜ້ນບັນລຸຕາມ 9 ມາດຖານ ມີ 41 ບ້ານເທົ່າກັບ 70,96% ທຽບໃສ່ປີ 2023 ຫຼຸດລົງ 3 ບ້ານເທົ່າກັບ 4,84% ພ້ອມທັງມອບໃບ ຢັ້ງຢືນຮັບຮອງຢ່າງເປັນທາງການ. ການຕີລາຄາດ້ານດີ, ດ້ານອ່ອນ-ຂໍ້ຄົງຂ້າງ ແລະ ທິດທາງແຜນການໃນຕໍ່ໜ້າ.
ພາບ-ຂ່າວ: ດວງມາລາ ນັກຂ່າວເມືອງຄຳເກີດ ແຂວງບໍລິຄຳໄຊ