ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ການຜະລິດກະສິກຳ ດ້ວຍເຄື່ອງກົນຈັກ ເປັນທາງເລືອກໃໝ່ຂອງຊາວກະສິກອນ

Jul 9, 2025

ທ່ານ ພອນມາ ສີຈະເລີນ ຮອງຫົວໜ້າສູນບໍລິການເຕັກນິກກະສິກຳ ແຂວງອັດຕະປື ໄດ້ໃຫ້ສຳພາດໃນວັນທີ 9 ກໍລະກົດ 2025 ນີ້ວ່າ: ປັດຈຸບັນການຜະລິດກະສິກໍາ ດ້ວຍເຄື່ອງກົນຈັກເປັນທາງເລືອກໃໝ່ຂອງຊາວກະສິກອນ ໃນເງື່ອນໄຂສະພາບເສດຖະກິດຝືດເຄືອງ ໂດຍສະເພາະແມ່ນນໍາໃຊ້ລົດດໍານາ, ເຊິ່ງສາມາດຍົກສະມັດຕະພາບການຜະລິດທັງປະຢັດຕົ້ນທຶນການຜະລິດ, ໃຊ້ແຮງງານຄົນໜ້ອຍ, ແລະ ປະຢັດເວລາ ໃນມື້ໜຶ່ງສາມາດປັກດໍາໄດ້ 4 – 5 ເຮັກຕໍ່ເຄື່ອງ, ດ້ານເຕັກນິກກໍ່ບໍ່ຫຍຸ້ງຍາກ, ຕົ້ນທຶນການຜະລິດຕໍ່າ ຖ້າທຽບໃສ່ແຮງງານໃນກາຜະລິດຫຼຸດລົງເຖິງ 50%.
ທ່ານ ພອນມາ ສີຈະເລີນ ຮອງຫົວໜ້າສູນບໍລິການເຕັກນິກກະສິກຳ ແຂວງອັດຕະປື ໄດ້ກ່າວອີກວ່າ: ສູນບໍລິການເຕັກນິກກະສິກໍາແຂວງອັດຕະປື ມີພາລະບົດບາດໃນການນໍາເອົາຂໍ້ມູນຂ່າວສານ ດ້ານການຜະລິດກະສິກຳ ລົງສູ່ຄອບຄົວຊາວກະສິກອນ, ການຫັນປ່ຽນຮູບແບບການຜະລິດຈາກການນໍາໃຊ້ແຮງງານຄົນຈໍານວນຫຼາຍເຂົ້າສູ່ການຜະລິດ ທີ່ນໍາໃຊ້ເຕັກໂນໂລຊີທີ່ທັນສະໃໝ ແຕ່ລະໄລຍະ, ໂດຍສະເພາະການນໍາໃຊ້ເຄື່ອງກົນຈັກໄຖນາ, ດໍານາ ແລະ ກ່ຽວເຂົ້າ. ນອກນີ້ ຍັງເປັນສູນບໍລິການເຕັກນິກກະສິກໍາ ທີ່ໃຫ້ຄໍາປືກສາ, ອົບຮົມຊາວກະສິກອນ ກ່ຽວກັບເຕັກນິກການປູກຝັງ-ລ້ຽງລັດສັດ ເປັນຕົ້ນ: ການປູກພືດຜັກໄລຍະສັ້ນ, ປູກເຂົ້າ, ປູກໄມ້ໃຫ້ໝາກ, ປູກໄມ້ເສດຖະກິດ ແລະ ລ້ຽງສັດໃຫຍ່, ສັດນ້ອຍ, ເພາະພັນປາ, ເພາະພັນກົບ, ການຜະລິດລູກໄກ່, ລູກໝູ ແລະ ອື່ນໆ.
   
ຂ່າວ: ໄຊຈະເລີນ