ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເມືອງສັງທອງ ປະກາດການຈັດຕັ້ງ

Jul 9, 2025

ພິທີປະກາດການແຕ່ງຕັ້ງຮອງເຈົ້າເມືອງສັງທອງ ຈັດຂຶ້ນໃນວັນທີ 9 ກໍລະກົດ 2025 ຢູ່ທີ່ສະໂມສອນຂອງເມືອງດັ່ງກ່າວ ໂດຍການເຂົ້າຮ່ວມຂອງ ທ່ານ ປອ ຊົງເລົ່າ ຢົ່ງນູ່ ຮອງເລຂາຄະນະບໍລິຫານພັກ ນະຄອນຫຼວງວຽງຈັນ ມີ ທ່ານ ຄໍາສວຍ ອຸ່ນດາລາ ເລຂາຄະນະບໍລິຫານງານພັກເມືອງສັງທອງ ທ່ານ ສັງວອນ ພີມມະສອນ ຮອງເລຂາພັກເມືອງ ຮັກສາການເຈົ້າເມືອງສັງທອງ ໃນນັ້ນມີບັນດາ ຄະນະປະຈໍາພັກ ຄະນະພັກ ຫົວໜ້າຫ້ອງການ ເລຂາພັກບ້ານ-ນາຍບ້ານ ແລະ ພາກສ່ວນທີ່ກ່ຽວຂ້ອງຈາກນະຄອນຫຼວງວຽງຈັນເຂົ້າຮ່ວມເປັນສັກຂີພິຍານ.
ໃນພິທີທ່ານ ດາວັນ ທົນນະວົງສາ ຮອງຫົວໜ້າຄະນະຈັດຕັ້ງ ນະຄອນຫຼວງວຽງຈັນໄດ້ຂຶ້ນຜ່ານ ຂໍ້ຕົກລົງຂອງທ່ານເຈົ້າຄອງນະຄອນຫຼວງວຽງຈັນ ສະບັບເລກທີ 668/ຈນວ ລົງວັນທີ 02 /07/ 2025 ວ່າດ້ວຍການແຕ່ງຕັ້ງຮອງເຈົ້າເມືອງສັງທອງ ເຈົ້າຄອງນະຄອນຫຼວງວຽງຈັນ ຕົກລົງເຫັນດີແຕ່ງຕັ້ງ ທ່ານ ຄໍາປະເສີດ ບຸດດາວົງ ຄະນະປະຈໍາພັກ, ຫົວໜ້າຫ້ອງວ່າການເມືອງສັງທອງ ເປັນຮອງເຈົ້າເມືອງສັງທອງ ແລະ ຂໍ້ຕົກລົງ ເລກທີ 662/ຈນວ ລົງວັນທີ 02 /07/ 2025 ວ່າດ້ວຍການແຕ່ງຕັ້ງຮອງເຈົ້າເມືອງສັງທອງ ເຈົ້າຄອງນະຄອນຫຼວງວຽງຈັນ ຕົກລົງເຫັນດີແຕ່ງຕັ້ງ ທ່ານ ບຸນມາກ ສີຫາລາດ ຄະນະປະຈໍາພັກ ຫົວໜ້າຫ້ອງການພາຍໃນເມືອງສັງທອງ ເປັນຮອງເຈົ້າເມືອງສັງທອງ ນອກຈາກນັ້ນຍັງໄດ້ຜ່ານຂໍ້ຕົກລົງຂອງທ່ານເຈົ້າຄອງນະຄອນຫູວງວຽງຈັນ ວ່າດ້ວຍອະນຸມັດ ພະນັກງານ-ລັດຖະກອນ ຮັບອຸດໜູນບໍານານ ເຈົ້າຄອງນະຄອນຫຼວງວຽງຈັນຕົກລົງເຫັນດີໃຫ້ ທ່ານ ລຸນທອງ ບຸນະນີ ອາດີດຮອງເລຂາພັກເມືອງ ພັກຜ່ອນຮັບອຸດໜູນບໍານານ.
ໃນພິທີ ທ່ານ ປອ ຊົງເລົ່າ ຢົ່ງນູ່ ຮອງເລຂາຄະນະບໍລິຫານພັກ ນະຄອນຫຼວງວຽງຈັນ ຍັງໄດ້ມີຄໍາເຫັນຊີ້ນໍາຕໍ່ຮອງເຈົ້າເມືອງທັງ 2 ທ່ານ ທີ່ຖືກແຕ່ງຕັ້ງໃໝ່ ແມ່ນຕ້ອງໄດ້ນໍາພາເອົາໃຈໃສ່ປະຕິບັດຕາມໜ້າທີ່ດ້ວຍຄວາມຕັດສິນໃຈສູງ ມີຄວາມເສຍສະຫລະໃນການເປັນແບບຢ່າງນໍາພາຄະນະປະຕິບັດທຸກໜ້າທີ່ວຽກງານຂອງພັກ-ລັດທີ່ໄດ້ມອບໝາຍໃຫ້ມີຄວາມສໍາເລັດ ໂດຍຄຽງຄູ່ກັບການຜັນຂະຫຍາຍມະຕິຂອງກອງປະຊຸມໃຫ່ຍຂອງອົງຄະນະພັກເມືອງ, ພ້ອມທັງຝຶກຝົນຫຼໍ່ຫຼອມຕົນຈົ່ງຮຽນຮູ້ວິວັດຕະກໍາແບບໃໝ່, ປັບປຸງແບບແຜນວິທີເຮັດວຽກແບບໃໝ່ໃຫ້ມີຄວາມເຂັ້ມແຂງ ມີຜົນສໍາເລັດຕາມລະດັບຄາດໝາຍທີ່ວາງໄວ້.
May be an image of 1 person, dais and text that says 'ខុាឌស បះា៧ល១០ ពវ០ ហាសរាយពសខ០ พิทำ พิ ป่ะภทาดภามแต่ๆตั้ง ตาม ปะ รองเจ๋าเมือง เมืงๆ สังทวๆ ถั้งอัมทา ถั้ง อกาะคิด 00 จะทิด 2025 ปะทาม กาม'
May be an image of 7 people, dais and text
ພາບ-ຂ່າວ ຂ່າວ​ສານ​ເມືອງ​ສັງ​ທອງ