ລັດຖະມົນຕີກະຊວງການຕ່າງປະເທດ ລາວ-ຫວຽດນາມ-ກໍາປູເຈຍ ປຶກສາຫາລືການພົວພັນຮ່ວມມືສາມຝ່າຍ ໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 58 ທີ່ ມາເລເຊຍ

ໃນຕອນເຊົ້າຂອງວັນທີ 9 ກໍລະກົດ 2025, ທ່ານ ທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ເປັນເຈົ້າພາບຈັດພາເຂົ້າຮັບປະທານອາຫານເຊົ້າແບບເຮັດວຽກກັບ ທ່ານ ບຸຍ ແທັງ ເຊີນ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ. ຫວຽດນາມ ແລະ ທ່ານ ປຣາກ ໂຊຄົນ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຮ່ວມມືສາກົນ ແຫ່ງ ຣາຊະອານາຈັກ ກໍາປູເຈຍ ເພື່ອປຶກສາຫາລື ແລະ ຊຸກຍູ້ການຮ່ວມມືສາມຝ່າຍ ໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 58 ແລະ ບັນດາກອງປະຊຸມລັດຖະມົນຕີທີ່ກ່ຽວຂ້ອງ ໃນວັນທີ 8-11 ກໍລະກົດ 2025 ທີ່ ກົວລາລໍາເປີ, ມາເລເຊຍ.
ໃນໂອກາດນີ້, ສາມຝ່າຍ ໄດ້ຕີລາຄາສູງ ຕໍ່ການພົວພັນຮ່ວມມືທີ່ເປັນມູນເຊື້ອອັນດີງາມລະຫວ່າງ ສາມປະເທດທີ່ສືບຕໍ່ໄດ້ຮັບການພັດທະນາ ແລະ ຂະຫຍາຍຕົວ ຢ່າງບໍ່ຢຸດຢັ້ງ. ການພົບປະດັ່ງກ່າວໄດ້ເປັນການສະແດງໃຫ້ເຫັນເຖິງມູນເຊື້ອຄວາມສາມັກຄີຮັກແພງຂອງສາມຊາດ ອິນດູຈີນທີ່ມີມາແຕ່ດົນນານ. ສາມຝ່າຍ ໄດ້ປຶກສາຫາລື ແລະ ແລກປ່ຽນທັດສະນະຕ່າງໆຮ່ວມກັນຢ່າງກົງໄປກົງມາໃນຫຼາຍບັນຫາ, ໂດຍສະເພາະແມ່ນການຈັດຕັ້ງຜັນຂະຫຍາຍຜົນການພົບປະຂອງຜູ້ນຳສາມປະເທດ ກໍ່ຄືຜົນການພົບປະຂອງສາມນາຍົກລັດຖະມົນຕີ ໃນທ້າຍເດືອນກຸມພາ 2025 ທີ່ ຫວຽດນາມ ແລະ ໃນເດືອນພຶດສະພາ 2025 ທີ່ ມາເລເຊຍ ໃຫ້ປະກົດຜົນເປັນຮູບປະທຳ.
ພ້ອມນີ້, ສາມຝ່າຍ ຍັງເຫັນດີສືບຕໍ່ປະສານສົມທົບກັນຢ່າງໃກ້ຊິດ ເພື່ອເປັນເສນາທິການໃຫ້ແກ່ຂັ້ນເທິງ ໃນການຕິດຕາມ, ຊຸກຍູ້ ໃຫ້ບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງ ຂອງສາມປະເທດ ສືບຕໍ່ຈັດຕັ້ງຜັນຂະຫຍາຍຜົນການພົບປະ ຂອງ ການນໍາຂັ້ນສູງ ຂອງ ສາມພັກ, ສາມລັດ ເປັນຕົ້ນແມ່ນ: ການຮ່ວມມືວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຊຸກຍູ້ການເຊື່ອມໂຍງດ້ານພື້ນຖານເສດຖະກິດ, ການເຊື່ອມໂຍງດ້ານການທ່ອງທ່ຽວ, ການແລກປ່ຽນຂໍ້ມູນຂ່າວສານຢ່າງເປັນປົກກະຕິ, ລວມເຖິງການສະໜັບສະໜູນຊ່ວຍເຫຼືອເຊິ່ງກັນ ແລະ ກັນ. ນອກນີ້, ສາມຝ່າຍໄດ້ແລກປ່ຽນຄໍາຄິດຄໍາເຫັນ ກ່ຽວກັບບັນຫາພາກພື້ນ ແລະ ສາກົນ ທີ່ສາມຝ່າຍມີຄວາມສົນໃຈຮ່ວມກັນ.
ໃນຕອນທ້າຍ, ສາມຝ່າຍ ຕ່າງກໍ່ສະແດງຄວາມຂອບໃຈຕໍ່ກັນ ທີ່ຍາມໃດກໍ່ໃຫ້ຄວາມເອົາໃຈໃສ່ ແລະ ປະກອບສ່ວນອັນສຳຄັນເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງສາມປະເທດ ໃຫ້ສືບຕໍ່ແຕກດອກອອກຜົນ ແລະ ຈະເລີນງອກງາມຍິ່ງໆຂຶ້ນ, ພ້ອມທັງອວຍພອນໃຫ້ການພົວພັນຮ່ວມມື ລະຫວ່າງ ສາມປະເທດ ກໍ່ຄື ສາມກະຊວງການຕ່າງປະເທດ ທີ່ມີມູນເຊື້ອອັນດີງາມ ຈົ່ງສືບຕໍ່ໄດ້ຮັບການເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ ເພື່ອນຳເອົາຜົນປະໂຫຍດຕົວຈິງ ມາສູ່ປະຊາຊົນສາມຊາດ ລາວ-ຫວຽດນາມ-ກໍາປູເຈຍ.
ວັນທີ 9 ກໍລະກົດ 2025, ກະຊວງການຕ່າງປະເທດ




