ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ລັດຖະມົນຕີກະຊວງການຕ່າງປະເທດ ລາວ ແລະ ຮອງລັດຖະມົນຕີຕ່າງປະເທດ ນອກແວ ປຶກສາຫາລືເພື່ອເສີມຂະຫຍາຍການພົວພັນຮ່ວມມື

Jul 11, 2025

ໃນວັນທີ 9 ກໍລະກົດ 2025, ທ່ານ ທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ທ່ານ ອານເດຣອັສ ມົດສະເຟ ຄຣາວິກ (Andreas Motzfeldt Kravik), ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ຣາຊອານາຈັກ ນອກແວ ໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 58 ແລະ ບັນດາກອງປະຊຸມລັດຖະມົນຕີທີ່ກ່ຽວຂ້ອງ ໃນວັນທີ 8-11 ກໍລະກົດ 2025 ທີ່ ກົວລາລໍາເປີ, ມາເລເຊຍ.
ໃນໂອກາດດັ່ງກ່າວ, ທ່ານ ທອງສະຫວັນ ພົມວິຫານ ໄດ້ສະແດງຄວາມປິຕິຍິນດີທີ່ໄດ້ພົບປະກັບ ທ່ານ ອານເດຣອັສ ມົດສະເຟ ຄຣາວິກ. ພ້ອມນີ້, ທ່ານ ທອງສະຫວັນ ພົມວິຫານ ໄດ້ສະແດງຄວາມຂອບໃຈ ໄປຍັງ ລັດຖະບານ ນອກແວ ທີ່ໄດ້ໃຫ້ການຊ່ວຍເຫຼືອ ໃນການຈັດຕັ້ງປະຕິບັດ ສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ກໍ່ຄືການໃຫ້ການຊ່ວຍເຫຼືອໃນການແກ້ໄຂບັນຫາລະເບີດບໍ່ທັນແຕກ ຢູ່ ສປປ ລາວ, ຊຶ່ງໄດ້ໃຫ້ທຶນຊ່ວຍເຫຼືອໂດຍກົງແກ່ໂຄງການເກັບກູ້ລະເບີດແຫ່ງຊາດ (UXO-Lao).
ສອງຝ່າຍ ໄດ້ເຫັນດີເປັນເອກະພາບ ແລະ ຕີລາຄາສູງ ຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງ ສປປ ລາວ ແລະ ນອກແວ ຕະຫຼອດໄລຍະ 34 ປີ ທີ່ຜ່ານມາ, ຊຶ່ງອັນພົ້ນເດັ່ນແມ່ນ ການຮ່ວມມືດ້ານພະລັງງານ ແລະ ການຮ່ວມມື ລະຫວ່າງ ສອງປະກະຊວງການຕ່າງປະເທດ, ໂດຍມີກົນໄກການປຶກສາຫາລືກັນເປັນປະຈຳ. ນອກນັ້ນ, ສອງຝ່າຍ ຍັງເຫັນດີຮ່ວມກັນ ທີ່ຈະສືບຕໍ່ເສີມຂະຫຍາຍການພົວພັນ ແລະ ການຮ່ວມມື ສອງຝ່າຍ ໃຫ້ນັບມື້ນັບ ໄດ້ຮັບການເສີມຂະຫຍາຍ ແລະ ມີໝາກຜົນຍິ່ງໆຂຶ້ນໃນຕໍ່ໜ້າ.