ໃນລະດູການຜະລິດເຂົ້ານາປີ 2025 ທົ່ວແຂວງຄໍາມ່ວນ ມີເນື້ອທີ່ແຜນການປູກເຂົ້ານາລວມທັງໝົດ 92,791 ເຮັກຕາ, ຄາດຄະເນຜົນຜະລິດ 351,604 ໂຕນ, ຄາດຄະເນແນວປູກ 5,567 ໂຕນ . ໃນນັ້ນ, ແຜນການປູກພືດເພື່ອເປັນສະບຽງອາຫານ 61,189 ເຮັກຕາ, ຄາດຄະເນຜົນຜະລິດ 228,856 ໂຕນ; ແຜນການປູກພືດເພື່ອເປັນສິນຄ້າ 31,602 ເຮັກຕາ, ຄາດຄະເນຜົນຜະລິດ 122,748 ໂຕນ. ເມື່ອສົມທຽບແຜນການປູກເຂົ້ານາປີຂອງປີນີ້ໃສ່ກັບປີຜ່ານມາເຫັນວ່າເນື້ອທີ່ແຜນການຂອງປີນີ້ເພີ້ມຂຶ້ນ 1,519 ເຮັກຕາ.
ມາຮອດປັດຈຸບັນສາມາດປູກເຂົ້າສໍາເລັດ (ນາລວມ) 84,816 ເຮັກຕາ ເທົ່າກັບ 91.40% ຂອງເນື້ອທີ່ແຜນການທັງໝົດ. ໃນນັ້ນ, ນາຫວ່ານປະຕິບັດໄດ້ 26,047 ເຮັກຕາ ເທົ່າກັບ 28.07%, ນາດໍາປະຕິບັດໄດ້ 58,769 ເຮັກຕາ ເທົ່າກັບ 63.33%. ສ່ວນການຕົກກ້າມາຮອດປັດຈຸບັນແມ່ນໝົດແນວເຂົ້າປູກໄປແລ້ວ 4,992 ໂຕນ ເທົ່າກັບ 89.67% ຂອງແນວປູກທັງໝົດ.
ການປູກເຂົ້າຂອງຊາວນາໃນແຕ່ລະເຂດ, ແມ່ນສຸ່ມໃສ່ນາຫວ່ານເນື່ອງຈາກວ່າມີຂໍ້ດີຫຼາຍຢ່າງເປັນຕົ້ນແມ່ນປະຢັດແຮງງານ, ປະຢັດຕົ້ນທຶນການຜະລິດ ແລະ ປະຢັດເວລາ. ສໍາລັບການປູກເຂົ້າເນີນສູງສໍາເລັດໃນເນື້ອທີ່ 288 ເຮັກຕາ ຢູ່ 2ເມືອງຄື: ເມືອງບົວລະພາ 136 ເຮັກຕາ, ເມືອງນາກາຍ 152 ເຮັກຕາ.

ຂ່າວ-ພາບ: ແດງສະຫວັດ ແສນພານິດ

