ວັນທີ 10 ກໍລະກົດ 2025 ທີ່ຫ້ອງວ່າການສຳນັກງານປົກຄອງນະຄອນຫຼວງວຽງຈັນ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມດ້ວຍການນຳນະຄອນຫຼວງ ໄດ້ຕ້ອນຮັບຄະນະທີມທີມນັກກິລາບານເຕະ U13 W.I.G NAGA ທີ່ສາມາດຄວ້າແຊັມ ໃນການແຂ່ງຂັນເຕະບານເຍົາວະຊົນ ລາຍການລະດັບສາກົນ (IBER Cup 2025) ຢູ່ປະເທດ ປັອກຕຸຍການ ເປັນເຈົ້າພາບຈັດຂຶ້ນໃນລະຫວ່າງວັນທີ 30 ມິຖຸ ນາ-6 ກໍລະກົດຜ່ານມາ.
ໂອກາດນີ້ ທ່ານເຈົ້າຄອງນະຄອນຫຼວງວຽງຈັນ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍເປັນຢ່າງຍິ່ງຕໍ່ທີມນັກກິລາ ແລະ ຄະນະດັ່ງກ່າວ ທີ່ນຳພານັກກີລາສຳເລັດການເຂົ້າຮ່ວມຮ່ວມແຂ່ງຂັນ ລາຍການນີ້ຈົນສາມາດສ້າງປະຫວັດສາດ ສື່ສຽງ ແລະ ຄວາມພາກພູມໃຈໃຫ້ກັບແຟນບານຊາວລາວເຮົາທົ່ວປະເທດ ໃນການແຂ່ງລາຍການລະດັບສາກົນຈົນສາມາດຍາດໄດ້ຂັນລາງວັນກັບຄືນມາປະເທດລາວເຮົາຢ່າງສົມກຽດ ເພາະການເຂົ້າຮ່ວມແຂ່ງຂັນນີ້ບໍ່ແມ່ນທຳມະດາ ມີທັງທີມສະໂມສອນຈາກທົ່ວໂລກຫຼາຍຮຸ່ນເຂົ້າຮ່ວມ ໂດຍສະເພາະທີມຈາກທະວີບເອີຣົບ ອາຟຣິກາ ອາຊີ ອາເມຣິກາໃຕ້ ແລະ ຄອນຄາເຄັຟ ສ່ວນຕົວແທນຈາກອາຊີນອກຈາກ W.I.G NAGA ຍັງມີ ມາເລເຊຍ ສປຈີນ ສະຫະລັດ ອາຣັບເອມີເຣດ ມາເກົ້າ ເນປານ ເຕີກມີນິສຖານ ອຸສເບກິສຖານ ແລະ ຟີລິບປິນ ສະເພາະທີມໃນ U13 ປີ ມີທັງໝົດ 48 ທີມເຂົ້າຮ່ວມທີ່ມາຈາກ 15 ປະເທດຄື: ປັອກຕຸຍການ (ເຈົ້າພາບ) ແອັສປາຍ ໂຄຣໂຄຣອາຊີ ເອັສໂຕນີ ຣູມານີ ເບຣຊິນ ສະຫະລັດອາເມຣິກາ ສປປ ລາວ ສະຫະລັດ ອາຣັບ ເອມີເຣດອາ ຟຣິກາໃຕ້ ເອຢິບ ທານຊາເນຍ ກາບົງ ເບີມູດ້າ ແລະ ເກາະເຄແມນ.
ຈາກຜົນງານການແຂ່ງຂັນດັ່ງກ່າວ ໄດ້ກາຍເປັນປະກົດການໃໝ່ຂອງນັກເຕະບານເຍົາວະຊົນລາວເຮົາ ໃນເວທີສາກົນໄດ້ເປັນທີ່ຍອມຮັບ ແລະ ຍ້ອງຍໍຊົມເຊີຍຈາກສັງຄົມ ເປັນການສ້າງຄວາມປິຕິຍິນດີ ແລະ ພາກພູມໃຈໃຫ້ແຟນບານຊາວລາວ ເຊິ່ງຜົນສຳເລັດທັງໝົດກໍຍ້ອນ ນັກກິລາມີຄວາມອົດທົນພະຍາຍາມໃນການເຝີກຊ້ອມ ແລະ ຄວາມມີລະບຽບວິໄນ ພ້ອມຈິດໃຈທີ່ເຂັ້ມແຂງ ແລະ ແຮງໃຈທີ່ດີຈາກແຟນບານຊ່ວຍເຊຍ ພ້ອມນີ້ກໍຮຽກຮ້ອງໃຫ້ທຸກພາກສ່ວນໃນສັງຄົມຈົ່ງໃຫ້ການສະໜັບສະໜູນເຂົາເຈົ້າ ກາຍເປັນນັກກິລາທີ່ເຂັ້ມແຂງ ແລະ ຕິດທີມຊາດໃນອະນາດຄົດ.
ໂອກາດດັ່ງກ່າວ ທ່ານ ອາດສະພັງ ທອງສີພັນດອນ ຍັງຕາງໜ້າມອບເງິນອັດສີດ 200 ລ້ານກີບ ທີ່ລະດົມໄດ້ຈາກ 4 ພາກ ສ່ວນຄື: ທ່ານ ອຸທິດ ນັນທະວົງ ປະທານບໍລິສັດ ເອັນທີວີ ( NTV) ມອບໃຫ້ 60 ລ້ານກີບ ອົງການປົກຄອງ ນວ ມອບໃຫ້ 50 ລ້ານກີບ ບໍລິສັດ NTP ການຄ້ານໍ້າມັນເຊື້ອໄຟລາວ ມອບໃຫ້ 50 ລ້ານກີບ ແລະ ຫໍພິພິຕະພັນສີລະປະລາວ ມອບ ໃຫ້ 40 ລ້ານກີບ.



