ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາປະຊາຊົນ ນວ ຊຸດທີ II ອັດລົງດ້ວຍຜົນສຳເລັດຢ່າງຈົບງາມ

Jul 11, 2025

ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ (ສປ ນວ) ຊຸດທີ II ອັດລົງ ໃນວັນທີ 11 ກໍລະກົດນີ້ ທີ່ສໍານັກງານປົກຄອງ ນວ ເປັນປະທານຂອງ ທ່ານ ອານຸພາບ ຕຸນາລົມ ປະທານສະພາປະຊາຊົນນະຄອນຫຼວງວຽງຈັນ ເປັນກຽດເຂົ້າຮ່ວມຂອງ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ມີບັນດາສະມາຊິກສະພາປະຊາຊົນ ນວ ບັນດາການນໍາ ນວ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ອານຸພາບ ຕຸນາລົມ ກ່າວວ່າ ກອງປະຊຸມ ມີຄວາມເປັນເອກະພາບສູງໃນການຄົ້ນຄວ້າ ພິຈາລະນາ ແລະ ຮັບຮອງເອົາບັນຫາສໍາຄັນຂອງ ນວ ຄື ຮັບຮອງເອົາບົດລາຍງານຂອງທ່ານເຈົ້າຄອງ ນະຄອນຫຼວງວຽງຈັນ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຜນງົບປະມານ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2025 ຂອງ ນວ ຮັບຟັງການລາຍງານ ການປະເມີນຕີລາຄາໂດຍສັງເຂບ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX (2021-2025) ການຈັດຕັ້ງປະຕິບັດ 8 ແຜນງານ 20 ໂຄງການລະດັບຊາດ ໂຄງການປິ່ນອ້ອມທີ່ກໍານົດໃນແຜນການ 5 ປີ ຂອງ ນວ ຮັບຮອງເອົາການສະເໜີປັບລາຄາຊົມໃຊ້ນໍ້າປະປາ ປີ 2025 ຂອງລັດວິສາຫະກິດນໍ້າປະປາ ນວ ຮັບຮອງເອົາການປັບປຸງກົງຈັກການຈັດຕັ້ງຂອງອົງການປົກຄອງຕາມການສະເໜີຂອງທ່ານ ເຈົ້າຄອງນະຄອນຫຼວງວຽງຈັນ ຮັບຮອງເອົາຮ່າງຂໍ້ຕົກລົງວ່າດ້ວຍການຄຸ້ມຄອງ ແລະ ກໍາຈັດຂີ້ເຫຍື້ອໃນນວ ຮັບຮອງເອົາບົດສະຫຼຸບຜົນການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2025 ຂອງສະພາປະຊາຊົນ ນະຄອນຫຼວງ ຊຸດທີ II ແລະ ແຜນການເຄື່ອນໄຫວພົບປະຜູ້ມີສິດເລືອກຕັ້ງ ເພື່ອເຜີຍແຜ່ຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IXແລະ ສະພາປະຊາຊົນ ນະຄອນຫຼວງ ຊຸດທີ II ຮັບຟັງການລາຍງານ ແລະ ປະກອບຄໍາເຫັນໃສ່ແຜນພັດທະນາວຽກງານສະພາປະຊາຊົນ ນະຄອນຫຼວງວຽງຈັນ ໄລຍະປີ 2026-2030 ຮັບຟັງການລາຍງານ ແລະ ຊີ້ແຈງບັນຫາສໍາຄັນຕາມການສະເໜີຂອງຄະນະປະຈໍາສະພາປະຊາຊົນຄື ຮັບຟັງການລາຍງານການຕິດຕາມກວດກາ ແລະ ຄຸ້ມຄອງການລົງທຶນພາຍໃນ ແລະ ຕ່າງປະເທດໃນຂະແໜງການທ່ອງທ່ຽວ ແລະ ບັນເທິງ ຮັບຟັງການລາຍງານຄວາມຄືບໜ້າໃນການຈັດຕັ້ງປະຕິບັດໂຄງການປັບປຸງ ແລະ ສ້ອມແປງເສັ້ນທາງຫຼວງແຫ່ງຊາດເລກທີ 13 ໃຕ້ເຂດບ້ານໂຄກສີວິໄລເມືອງໄຊທານີ ຫາ ບ້ານສົມສະຫວາດ ເມືອງປາກງື່ມ ນວ ຮັບຟັງການລາຍງານກ່ຽວກັບວິທີການ ແລະ ມາດຕະການແກ້ໄຂບັນຫານໍ້າຖ້ວມຂັງພາຍໃນຕົວເມືອງ ຮັບຟັງການລາຍງານກ່ຽວກັບສະພາບການເກີດອັກຄີໄພ ແລະ ວິທີການ-ມາດຕະການສະກັດກັ້ນ ແລະ ແກ້ໄຂໃນຕໍ່ໜ້າ ນອກຈາກນີ້ກອງປະຊຸມໄດ້ຮັບຟັງການຊີ້ແຈງບາງບັນຫາສໍາຄັນຈໍານວນໜຶ່ງທີ່ຜູ້ແທນຊັກຖາມ ແລະ ຍົກຂຶ້ນໃນກອງປະຊຸມຈາກອົງການປົກຄອງແລະ ພາກສ່ວນທີ່ກ່ຽວຂ້ອງຢ່າງຈະແຈ້ງຊັດເຈນ.
ນອກຈາກນີ້ກໍໄດ້ຍົກໃຫ້ເຫັນວຽກງານ 6 ເດືອນທ້າຍ ປີ 2025 ເຊິ່ງເປັນໄລຍະມ້ວນທ້າຍໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX ແລະ ບັນດາຄາດ ໝາຍດ້ານຕ່າງໆ ທີ່ກໍານົດໃນມະຕິຂອງກອງປະຊຸມໃຫຍ່ ຄັ້ງທີ 7 ຂອງອົງຄະນະພັກ ນວ ຜົນສໍາເລັດຂອງກອງປະຊຸມຄັ້ງນີ້ ເປັນການຜັນຂະຫຍາຍມະຕິກອງປະຊຸມຄົບຄະນະບໍລິຫານງານພັກ ນວ ຄັ້ງທີ 14 ສະໄໝທີ VII ເຂົ້າສູ່ວຽກງານຕົວຈິງ ແມ່ນໝາກຜົນຂອງສະຕິປັນຍາ ການຍົກສູງຄວາມຮັບຜິດຊອບທາງດ້ານການເມືອງ ຄວາມເປັນເຈົ້າການຂອງບັນດາທ່ານສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 1ແລະ ສະມາຊິກສະພາປະຊາຊົນ ນະຄອນຫຼວງວຽງຈັນໃນການຄົ້ນຄວ້າ ພິຈາລະນາ ແລະ ຮັບຮອງເອົາບັນຫາສໍາຄັນພື້ນຖານຂອງ ນວ ແມ່ນການຕັດສິນໃຈສູງຂອງອົງການປົກຄອງ ບັນດາພະແນກການ ອົງການທີ່ກ່ຽວຂ້ອງເຂົ້າໃນການສືບຕໍ່ຈັດຕັ້ງປະຕິບັດແຜນການທີ່ແຕ່ລະອົງການໄດ້ຮັບຜິດຊອບໃນການແກ້ໄຂຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ-ການເງິນ ແລະ ບັນຫາຕ່າງໆທີ່ ນວ ພວມປະເຊີນຢູ່ໃນປັດຈຸບັນ ເພື່ອສືບຕໍ່ພັດທະນາ ນວ ໃຫ້ມີຄວາມເຂັ້ມແຂງ ແລະ ໜັກແໜ້ນຢ່າງບໍ່ຢຸດຢັ້ງ.
ທີ່ມາ: ວຽງຈັນໃໝ່