ໃນຕອນເຊົ້າຂອງວັນທີ 11 ກໍລະກົດ 2025, ເມືອງຫົງສາໄດ້ພິທີ ປ່ອຍປາ ເນື່ອງໃນໂອກາດວັນອະນຸລັກສັດນໍ້າ-ສັດປ່າແຫ່ງຊາດ ຂຶ້ນຢູ່ທີ່ໜ້າເຂື່ອນນໍ້າແກນ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ພອນສະຫວັນ ໄຊສົມພັນ ກໍາມະການພັກແຂວງ ເລຂາພັກເມືອງ, ທ່ານ ຄະທາຢຸດ ຊູພູນ ຜູ້ອຳນວຍການໃຫຍ່ບໍລິສັດໄຟຟ້າຫົງສາຈຳກັດ, ທ່ານ ແຫຼ້ ອ່ອນສົມບູນ ຮັກສາການເຈົ້າເມືອງ, ມີການນຳຂອງເມືອງ, ຄະນະນໍາຂອງບໍລິສັດພາຍໃນໂຄງການໄຟຟ້າຫົງສາ, ບັນດາຫ້ອງການ, ກົມກອງອ້ອມຂ້າງເມືອງ, ລັດວິສາຫະກິດ ສູນບໍລິການປະຈຳເມືອງ, ນັກທຸລະກິດ-ຜູ້ປະກອບການ, ນາຍບ້ານໃນເທດສະບານເມືອງ ແລະ ນັກຮຽນເຂົ້າຮ່ວມ.
ທ່ານ ແຫຼ້ ອ່ອນສົມບູນ ຮັກສາການເຈົ້າເມືອງ ໄດ້ຂຶ້ນກ່າວເປີດພິທີ ເຊິ່ງບາງຕອນທ່ານໄດ້ກ່າວວ່າ: ເນື່ອງໃນວັນປ່ອຍປາ ແລະ ອານຸລັກສັດນໍ້າ-ສັດປ່າແຫ່ງຊາດ ໄດ້ໝູນວຽນມາບັນຈົບຄົບຮອບອີກວາລະໜຶ່ງ ໃນວັນທີ 13 ກໍລະກົດ 2025, ເພື່ອເປັນການປົກປັກຮັກສາສະພາບແວດລ້ອມ ແລະ ຄວາມອຸດົມສົມບູນຂອງຊັບພະຍາກອນທຳມະຊາດ, ປາ ແລະ ສັດນໍ້າໃຫ້ຍືນຍົງ, ມີຄວາມສົມດູນ, ໂດຍສະເພາະຢູ່ເມືອງຫົງສາຂອງພວກເຮົາໄດ້ພ້ອມພຽງຮຽງໜ້າກັນ ສ້າງຂະບວນການ ແລະ ຈັດຕັ້ງປະຕິບັດຕາມເນື້ອໃນຂອງວັນປະຫວັດສາດນີ້ຂຶ້ນຢ່າງເປັນຂະບວນຟົດຟື້ນ. ດັ່ງທີ່ພວກເຮົາຮູ້ນຳກັນແລ້ວວ່າ ປາ ແລະ ສັດນໍ້າ ທີ່ມີຢູ່ຕາມທຳມະຊາດໃນໂລກຂອງພວກເຮົາພວມ ຖືກລົບກວນດ້ວຍຫຼາຍຮູບແບບເຮັດໃຫ້ຈຳນວນປາ ແລະ ສັດນໍ້າ ຫຼຸດນ້ອຍຖອຍລົງຢ່າງໜ້າວິຕົກ, ປາ ແລະ ສັດນໍ້າ ຫຼາຍຊະນິດຖືກຂຶ້ນບັນຊີເປັນສັດທີ່ໃກ້ຈະສູນພັນສາເຫດທີ່ພາໃຫ້ເປັນເຊັ່ນນັ້ນ ຕົ້ນຕໍແມ່ນຍ້ອນການກະທໍາຂອງມວນມະນຸດພວກເຮົາ. ສະເພາະຢູ່ເມືອງຫົງສາຂອງພວກເຮົາ ກໍ່ເຊັ່ນດຽວກັນ ຈາກສະພາບໃນເມື່ອກ່ອນທີ່ມີປາ ແລະ ສັດນໍ້າ ທີ່ສໍາຄັນຫຼາຍຊະນິດ ແຕ່ມາຮອດປັດຈຸບັນນີ້ຄວາມອຸດົມສົມບູນດັ່ງກ່າວໄດ້ນັບມື້ຫຼຸດໜ້ອຍຖອຍລົງເທື່ອລະກ້າວ ຍ້ອນທຳມະຊາດມີການປ່ຽນແປງ, ຍ້ອນການຫາປາ ແບບບໍ່ຖືກຕ້ອງຕາມລະບຽບກົດໝາຍ ໃນທີ່ສຸດປາ ແລະ ສັດນໍ້າ ກໍ່ຈະສູນພັນໄປ. ເຊິ່ງມາເຖິງປັດຈຸບັນທົ່ວເມືອງຫົງສາຂອງພວກເຮົາໄດ້ປ່ອຍປາແລ້ວ ຈຳນວນ 2.496.800 ກ່ວາໂຕ. ປາທີ່ນໍາມາປ່ອຍມີຫຼາຍຊະນິດພັນທີ່ຂຶ້ນກັບສະພາບຄວາມເໝາະສົມຕາມເງື່ອນໄຂຂອງທ້ອງຖິ່ນ. ສະເພາະມື້ນີ້ພວກເຮົາຈະໄດ້ປ່ອຍປາລົງສູ່ແຫຼ່ງນໍ້າທຳມະຊາດຈຳນວນ 50,000 ໂຕ ຢູ່ທີ່ ໜ້າເຂື່ອນນ້ຳແກ່ນ ຈຳນວນ 30.000 ໂຕ, ໜ້າເຂື່ອນນໍ້າເຫຼືອກ 20.000 ໂຕ, ເຊິ່ງໄດ້ຮັບການສະໜັບສະໜູນລູກປາຈາກບໍລິສັດສັດໄຟຟ້າຫົງສາ ຈຳກັດ ຈຳນວນ 25,000 ໂຕ ເຫຼືອນັ້ນແມ່ນການມີສ່ວມຮ່ວມຂອງສັງຄົມພາຍໃນເມືອງປະກອບສ່ວນປ່ອຍລົງສູ່ທຳມະຊາດ, ຄຽງຄູ່ກັບການປ່ອຍປານີ້ພວກເຮົາຍັງໄດ້ມີມາດຕະການຄຸ້ມຄອງການຫາປາຢູ່ໜ້າເຂື່ອນນໍ້າເຫຼືອກ, ນໍ້າແກນ ໂດຍການຈໍາກັດຂອບເຂດການຫາປາ, ຫ້າມຫາໃນໄລຍະລະດູວາງໄຂ່, ການຈຳກັດຕາມອງ, ເຄື່ອງມືຫາປາ ເຊິ່ງມີຄະນະກຳມະການລົງກວດກາເປັນແຕ່ລະໄລຍະ ແລະ ປະຕິບັດຕໍ່ຜູ້ລະເມີດ ຢຶດເຮືອ, ມອງຫາປາໄດ້ຈຳນວນຫຼວງຫຼາຍພໍສົມຄວນ. ພ້ອມນີ້ທ່ານໄດ້ຮຽກຮ້ອງມາຍັງທຸກພາກສ່ວນໃນສັງຄົມ ຈົ່ງໄດ້ພ້ອມກັນເອົາໃຈໃສ່ອານຸລັກປາ ແລະ ສັດນໍ້າ, ປົກປັກຮັກສາບວກນ້ຳວັງປາໃຫ້ນັບມື້ນັບຂະຫຍາຍຕົວ, ສ້າງໃຫ້ໄດ້ວັງສະຫງວນຂອງແຕ່ລະບ້ານ, ຫ້າມຫາປາໃນລະດູວາງໄຂ່, ຫ້າມນຳໃຊ້ອຸປະກອນຫາປາທີ່ມີລັກສະນະດັບສູນ ຫຼື ກີດກັ້ນທາງເດີນຂຶ້ນລ່ອງຂອງປາເຊັ່ນ: ເຮັດລີ່, ເຮັດຕ້ອນ, ເຮັດໂຕ່ງ, ການເບືອປາ, ຖີ້ມລະເບີດ, ໃຊ້ໄຟຟ້າຊ໋ອດ ແລະ ອື່ນໆ. ໃນໂອກາດທີ່ມີຄວາມໝາຍສຳຄັນນີ້ຄະນະນຳຂອງເມືອງ ແລະ ບໍລິສັດໄຟຟ້າຫົງສາຍັງໄດ້ຮ່ວມກັນຕັດແຖບຜ້າ – ປ່ອຍປາລົງສູ່ແມ່ນ້ຳແກນ ພ້ອມດ້ວຍທຸກພາກສ່ວນທີ່ເຂົ້າຮ່ວມ.

ຂ່າວ-ພາບ: ຖວທ ຫົງສາ


