ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກອງປະຊຸມລັດຖະມົນຕີຕ່າງປະເທດ ຂອບການຮ່ວມມືແມ່ນໍ້າຂອງ-ສ. ເກົາຫລີ ຄັ້ງທີ 13 ໃນວັນທີ 11 ກໍລະກົດ 2025 ທີ່ ກົວລາລຳເປີ, ມາເລເຊຍ.

Jul 12, 2025

ໃນວັນທີ 11 ກໍລະກົດ 2025, ທ່ານ ທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດຂອບການຮ່ວມມືແມ່ນ້ໍາຂອງ-ສ.ເກົາຫລີ ຄັ້ງທີ 13 ທີ່ ກົວລາລຳເປີ, ປະເທດມາເລເຊຍ, ໂດຍການເປັນປະທານຮ່ວມຂອງ ທ່ານ Bui Thanh Son, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງ ປະເທດ ສສ ຫວຽດນາມ ແລະ ທ່ານ Park Yoonjoo, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສ.ເກົາຫລີ, ຊຶ່ງມີບັນດາລັດຖະມົນຕີ ແລະ ຫົວໜ້າຄະນະຜູ້ແທນຈາກບັນດາປະເທດສະມາຊິກແມ່ນໍ້າຂອງ ຄື: ກຳປູເຈຍ, ສປປ ລາວ, ມຽນມາ, ໄທ ແລະ ສສ.ຫວຽດນາມ ເຂົ້າຮ່ວມຢ່າງພ້ອມພຽງ.
May be an image of 7 people, television, newsroom and text
ຈຸດປະສົງຂອງກອງປະຊຸມຄັ້ງນີ້ ແມ່ນເພື່ອທົບທວນຄືນຄວາມຄືບໜ້າໃນການຈັດຕັ້ງປະຕິບັດບັນດາແຜນງານ ແລະ ໂຄງການຕ່າງໆ ພາຍໃຕ້ແຜນປະຕິບັດງານຂອບການຮ່ວມມືແມ່ນໍ້າຂອງ-ສ. ເກົາຫລີ 2021-2025 (Plan of Action 2021-2025) ໂດຍປິ່ນອ້ອມ 7 ຂົງເຂດການຮ່ວມມືບູລິມະສິດ ຄື: 1). ວັດທະນະທໍາ ແລະ ການທ່ອງທ່ຽວ, 2). ການພັດທະນາຊັບພະຍາກອນມະນຸດ, 3). ກະສິກໍາ ແລະ ການພັດທະນາຊົນນະບົດ, 4). ພື້ນຖານໂຄງລ່າງ, 5). ເຕັກໂນໂລຊີ ແລະ ການສື່ສານ, 6). ດ້ານສິ່ງແວດລ້ອມ ແລະ 7). ສິ່ງທ້າທາຍດ້ານຄວາມໝັ້ນຄົງແບບໃໝ່. ພ້ອມກັນນັ້ນ, ກອງປະຊຸມຍັງໄດ້ປຶກສາຫາລື ກ່ຽວກັບ ທິດທາງການຮ່ວມມືໃນຕໍ່ໜ້າ ເຊັ່ນ: ຮ່າງແຜນປະຕິບັດງານຂອບການຮ່ວມມືແມ່ນ້ຳຂອງ-ສ.ເກົາຫລີ ສະບັບໃໝ່ 2026-2030 ແລະ ແຜນການຈັດກອງປະຊຸມສຸດຍອດແມ່ນ້ຳຂອງ-ສ.ເກົາຫລີ ຄັ້ງທີ 3 ໃນທ້າຍປີ 2025. ໃນໄລຍະຜ່ານມາ, ສປປ ລາວ ໄດ້ຮັບການສະໜັບສະໜູນໂຄງການພາຍໃຕ້ກອງທຶນຂອບການຮ່ວມມືແມ່ນ້ຳຂອງ-ສ. ເກົາຫລີ (Mekong-Republic of Korea Cooperation Fund – MKCF) ຈຳນວນ 9 ໂຄງການ ມູນຄ່າທັງໝົດ 3.6 ລ້ານກວ່າໂດລາສະຫະລັດ. ແລະໃນປີ 2025 ນີ້, ສ. ເກົາຫລີ ໄດ້ອະນຸມັດໂຄງການພາຍໃຕ້ກອງທຶນຂອບການຮ່ວມມືດັ່ງກ່າວ ຈຳນວນ 02 ໂຄງການ ມູນຄ່າ 949.000 ກວ່າໂດລາສະຫະລັດ ເຂົ້າໃນການຈັດຕັ້ງປະຕິບັດໂຄງການສົ່ງເສີມການຜະລິດກາເຟໃນອະນຸພາກພື້ນແມ່ນ້ຳຂອງ ຂອງ ສປປ ລາວ ແລະ ສສ.ຫວຽດນາມ ແລະ ໂຄງການພັດທະນາກະສິກຳ ແລະ ການປະມົງຂອງຊຸມຊົມຂອງ ມະຫາວິທະຍາໄລ ແຂວງສະຫວັນນະເຂດ, ເຊິ່ງໄດ້ເລີ່ມຈັດຕັ້ງປະຕິບັດນັບແຕ່ເດືອນມີນາ 2025 ເປັນຕົ້ນມາ.
May be an image of 11 people, dais, newsroom and text that says 'OK FOREIGN MINISTERS® MEETING ala Lumpur, Ihduly Lumpur,11July.2025 July.2025 2025 提牛 MT L'
ໃນກອງປະຊຸມຄັ້ງນີ້, ທ່ານ ລັດຖະມົນຕີກະຊວງການຕ່າງປະ ເທດ ແຫ່ງ ສປປ ລາວ ໄດ້ສະແດງຄວາມຊົມເຊີຍ ແລະ ຂອບໃຈຕໍ່ລັດຖະບານ ສ. ເກົາຫລີ ທີ່ໄດ້ສືບຕໍ່ປະກອບສ່ວນໃນການພັດທະນາເສດຖະກິດ-ສັງຄົມ ຢູ່ ໃນພາກພື້ນແມ່ນ້ຳຂອງ, ລວມທັງ ສປປ ລາວ. ພ້ອມທັງສະເໜີ ໃຫ້ ສ. ເກົາຫລີ ສືບຕໍ່ສົ່ງເສີມ ແລະ ຮັດແໜ້ນການຮ່ວມມື ລະຫວ່າງ ສ. ເກົາຫລີ ແລະ ປະເທດສະມາຊິກແມ່ນ້ຳຂອງໃນຕໍ່ໜ້າ.
May be an image of 6 people and text that says 'MEKONG-ROK ROK FOREIGN MINISTERS' MEETING Kuala Lumpur, 11 July 2025'
ຂ່າວ,ພາບ: ກົມການຂ່າວ ກະຊວງການຕ່າງປະເທດ.