ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ອຸທິຍານແຫ່ງຊາດຫິນໜາມໜໍ່, ເມືອງບົວລະພາ, ແຂວງຄຳມ່ວນ ຖືກຮັບຮອງເປັນມໍລະດົກໂລກແຫ່ງທີ 4 ຂອງ ສປປ.ລາວ ໂດຍອົງການ UNESCO ທີ່ນະຄອນຫຼວງປາຣີ ປະເທດຝຣັ່ງ ໃນວັນທີ 13 ກໍລະກົດ 2025.

Jul 14, 2025

ອຸທິຍານແຫ່ງຊາດຫິນໜາມໜໍ່, ເມືອງບົວລະພາ, ແຂວງຄຳມ່ວນ ຖືກຮັບຮອງເປັນມໍລະດົກໂລກແຫ່ງທີ 4 ຂອງ ສປປ.ລາວ ໂດຍອົງການ UNESCO ທີ່ນະຄອນຫຼວງປາຣີ ປະເທດຝຣັ່ງ ໃນວັນທີ 13 ກໍລະກົດ 2025.
ອຸທິຍານແຫ່ງຊາດ ຫີນໜາມໜໍ່ ສິ່ງມະຫັດສະຈັນທາງທໍາມະຊາດ, ມີພື້ນທີ່ທັງໝົດ 94,121 ເຮັກຕາ ຕັ້ງຢູ່ ທິດຕາເວັນອອກສ່ຽງໃຕ້ຂອງປະເທດລາວ ເຂດພື້ນທີ່ອະນຸລັກ ທີ່ສວຍສົດງົດງາມໜ້າປະທັບໃຈແຫ່ງນີ້ເປັນຖິ່ນທີ່ຢູ່ອາໄສທີ່ສໍາຄັນ ຂອງຊີວະນາໆພັນຫຼາກຫຼາຍຊະນິດ ແລະ ບາງຊະນິດໃກ້ສູນພັນທີ່ມີລັກສະນະໂດດເດັ່ນລືກລັບທີ່ສຸດຢູ່ໃນໂລກ ແລະ ກໍເປັນແຫຼ່ງກໍາເນີດຂອງລະບົບນິເວດທໍາມະຊາດທີ່ຫຼາກຫຼາຍ ລວມທັງປ່າໄມ້ດົງດິບດັ່ງເດີມທີ່ອຸດົມສົມບູນ, ນໍ້າຕົກຕາດທີ່ສວຍງາມ ແລະ ລະບົບນິເວດຖໍ້າທີ່ມີຄວາມສະຫຼັບຊັບຊ້ອນເປັນຕົ້ນແມ່ນ ຖໍ້ານໍ້າລອດເຊບັ້ງໄຟ ເຊິ່ງເປັນຖໍ້າພູຫີນປູນທີ່ກວ້າງໃຫຍ່ທີ່ສຸດແຫ່ງໜຶ່ງຂອງໂລກ ທີ່ມີສາຍນໍ້າໄຫຼລອດຜ່ານທຸກລະດູການ. ອຸທິຍານແຫ່ງຊາດ ຫີນໜາມໜໍ່ ຕັ້ງຢູ່ພາກກາງຂອງສາຍພູຫຼວງໃນເຂດພື້ນທີ່ມີພູຫີນປູນສູງຊັນຈໍານວນຫຼາຍ ແລະ ເປັນເຂດຊາຍແດນລະຫວ່າງ ສປປ. ລາວ ກັບ ປະເທດ ສສ.ຫວຽດນາມ ໂດຍມີຂອບເຂດຊາຍແດນທາງທິດຕາເວັນອອກຕິດກັບອຸທິຍານແຫ່ງຊາດ ຟອງຍາ-ແກບາງ ພື້ນທີ່ມໍລະດົກໂລກທາງດ້ານທໍາມະຊາດໃນປະເທດຫວຽດນາມ ແລະ ເມື່ອເຂດພື້ນທີ່ອະນຸລັກທັງສອງແຫ່ງນີ້ລວມເຂົ້າກັນຈະກາຍເປັນພູມິທັດພູຫີນປູນຂະໜາດໃຫຍ່ທີ່ສຸດໃນໂລກ.
ຄໍາວ່າ “ ຫີນໜາມໜໍ່ ” ແປວ່າ “ ຫີນປູນທີ່ມີຍອດແຫຼມຄົມຄ້າຍຄືກັບໜໍ່ໄມ້” ເຊິ່ງໝາຍເຖິງພູມີທັດຂອງປ່າພູຫີນປູນທີ່ສູງຊັນທີ່ມີຍອດແຫຼມຄົມອັນເປັນເອກະລັກສະເພາະໂດດເດັ່ນທີ່ເກີດຂື້ນຈາກຂະບວນການວິວັດທະນາການທາງດ້ານທໍລະນີວິທະຍາ ເປັນເວລາ 300 ລ້ານປີ.
ປັດຈຸບັນ ມີການຄົ້ນພົບຖໍ້າຈໍານວນ 173 ແຫ່ງ ພ້ອມກັບໜ້າຜາສູງຊັນເຖິງ 300 ແມັດ ຢູ່ໃນເຂດຂອງອຸທິຍານ ເຊິ່ງກໍ່ໃຫ້ເກີດເປັນແຫຼ່ງຖິ່ນທີ່ຢູ່ອາໄສທີ່ມີຄວາມປອດໄພສຳລັບສັດປ່າຫຼາຍຊະນິດທີ່ມີວິວັດທະນາການເຕີບໃຫ່ຍທີ່ແຕກຕ່າງກັບປະຊາກອນສັດປ່າ ກຸ່ມອື່ນໆ.
ລັກສະນະອັນໂດດເດັ່ນສະເພາະຂອງອຸທິຍານແຫ່ງຊາດ ຫີນໜາມໜໍ່ຢ່າງໜຶ່ງກໍ່ຄື ເປັນໜຶ່ງໃນສະຖານທີ່ເກົ່າແກ່ ແລະ ໂດດເດັ່ນທີ່ສຸດໃນອາຊີຕາເວັນອອກສ່ຽງໃຕ້, ຄວາມຫຼາກຫຼາຍຂອງຊີວະນາໆພັນ ແລະ ມັນເປັນບ່ອນເພິ່ງພາອາໄສໃຫ້ກັບຈໍາພວກສັດຈໍານວນຫຼວງຫຼາຍ ພ້ອມທັງມີຫຼາຍຊະນິດພັນທີ່ບໍ່ມີການຄົ້ນພົບອີກແລ້ວໃນທົ່ວໂລກ ເປັນ ແຫຼ່ງທີ່ຢູ່ອາໄສອັນສຳຄັນຂອງສັດທີ່ຫາຍາກ ໃນບັນຊີໃກ້ສູນພັນ ເຊັ່ນ: ນົກກົກຄໍຄຳ, ຂະຍຸ (ໜູຫີນ) ແລະ ທະນີແກ້ມຂາວຖິ່ນໃຕ້, ສັດເລືອຄານ ແລະ ພືດແປກຕາຫາຍາກ ເຊິ່ງເຮັດໃຫ້ສິ່ງເຫຼົ່ານີ້ກາຍເປັນຊັບສົມບັດທາງທໍາມະຊາດ.
ສິ່ງທີ່ເຮັດໃຫ້ຫີນໜາມໜໍ່ໂດດເດັ່ນຍິ່ງຂຶ້ນ ບໍ່ແມ່ນຄວາມອຸດົມສົມບູນທາງລະບົບນິເວດເທົ່ານັ້ນ ແຕ່ມັນຍັງເປັນຕົ້ນແບບສໍາລັບການຮ່ວມມືຂ້າມຊາຍແດນ, ການເຊື່ອມໂຍງຂອງລະບົບນິເວດລະຫວ່າງ ສປປ ລາວ ແລະ ສສ ຫວຽດນາມ. ຄວາມສຳເລັດໃນຄັ້ງນີ້ເປັນຕົວພິສູດວ່າ ການຮ່ວມມືລະຫວ່າງປະເທດ, ການນໍາພາລະດັບຊາດ ແລະ ການມີສ່ວນຮ່ວມຢ່າງຈິງຈັງຂອງຊຸມຊົນທ້ອງຖິ່ນ ສາມາດນຳໄປສູ່ຜົນລຳເລັດ ທາງດ້ານການອະນຸລັກ ແລະ ການພັດທະນາທີ່ຍືນຍົງໄດ້.