ສື່ມວນຊົນລາວ ຮຽນຮູ້ການເປັນຄູເຝິກສື່ສີຂຽວ ຈາກຊ່ຽວຊານຕ່າງປະເທດ ດ້ວຍວິທີຮຽນແບບມີສ່ວນຮ່ວມ

ຊຸດເຝິກອົບຮົມຄູຝຶກ “ ການລາຍງານຂ່າວບັນຫາສີຂຽວ ” ພາຍໃຕ້ໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ສື່ມວນຊົນ ໂດຍການມີສ່ວນຮ່ວມຂອງອົງການຈັດຕັ້ງມະຫາຊົນ ແລະ ອົງການຈັດຕັ້ງທາງສັງຄົມ ເພື່ອການພັດທະນາສີຂຽວ ໃນ ສປປ ລາວ ໄດ້ຈັດຂຶ້ນລະຫວ່າງວັນທີ 7-9 ກໍລະກົດ 2025 ນີ້ ທີ່ໂຮງແຮມຄຣາວພຣາຊ່າ ນະຄອນຫລວງວຽງຈັນ ໂດຍການເຂົ້າຮ່ວມຂອງ ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ, ທ່ານ ນາງ ບົວຄຳ ດວງປັນຍາ ຫົວໜ້າໂຄງການ GAMCIL, ມີສຳມະນາກອນຈາກກົມສື່ມວນຊົນ, ໜັງສືພິມວຽງຈັນທາມ, ວິທະຍຸກະຈາຍສຽງແຫ່ງຊາດລາວ, ພະນັກງານຮັບຜິດຊອບໂຄງການ, ສື່ມວນຊົນຈາກແຂວງຫຼວງພະບາງ ແລະ ແຂວງຈໍາປາສັກ ເຂົ້າຮ່ວມ ທັງໝົດ 13 ທ່ານ ໂດຍມີຜູ້ຊ່ຽວຊານຈາກຕ່າງປະເທດມາຊ່ວຍເປັນຄູເຝິກ.
ຜ່ານການເຝິກອົບຮົມ ຜູ້ເຂົ້າຮ່ວມສາມາດເຂົ້າໃຈກ່ຽວກັບຫຼັກການ, ວິທີການ, ຂັ້ນຕອນຕ່າງໆ ໃນການເປັນຄູເຝິກທີ່ດີ, ການຈັດ Workshop ທີ່ດີ ແລະ ບໍ່ດີ, ທີ່ສຳຄັນແມ່ນການຝຶກປະຕິບັດຕົວຈິງ ເປັນຕົ້ນແມ່ນການກະກຽມແຜນການຈັດເຝິກອົບຮົມ, ການສ້າງເນື້ອໃນເຝິກອົບຮົມ, ການກຳນົດຈຸດປະສົງໃຫ້ຊັດເຈນເຈາະຈົງບໍ່ກວ້າງເກີນໄປ, ການສ້າງຮູບພາບຕ່າງໆທີ່ຈະນຳໃຊ້ເຂົ້າໃນການເຝິກອົບຮົມ, ໂດຍຍົກໃຫ້ເຫັນຄວາມແຕກຕ່າງລະຫວ່າງ ວິທີເຝິກອົບຮົມແບບເອົາຄູເຝິກເປັນໃຈກາງ ແລະ ເອົາຜູ້ເຂົ້າຮ່ວມເປັນໃຈກາງ, ເນັ້ນກິດຈະກຳສ້າງຄວາມກະຕືລືລົ້ນການມີສ່ວນຮ່ວມ, ການໃຫ້ຂໍ້ມູນທີ່ເປັນຮູບພາບ (PPT ຫຼື Flip chart) ໃຊ້ຫຼັກການຮຽນຮູ້ແບບຜູ້ໃຫຍ່, ການສ້າງກິດຈະກຳ Check in, Check out, ກິດຈະກໍາກະຕຸ້ນພະລັງງານ ໂດຍຈັດໃຫ້ມີການເຮັດວຽກເປັນກຸ່ມ, ສະແດງບົດບາດສົມມຸດ, ອອກແບບບົດຮຽນ ສົ່ງເສີມການຮຽນຮູ້ແບບມີສ່ວນຮ່ວມເພື່ອເພີ່ມການເຄື່ອນໄຫວໃຫ້ຫຼາຍທີ່ສຸດ, ຫຼີກລ່ຽງການບັນຍາຍໃຫ້ຂໍ້ມູນແບບຍາວໆພຽງຝ່າຍດຽວ, ແຕ່ໃຫ້ນຳໃຊ້ 3 ວິທີການຄື: ໃຫ້ຜູ້ເຂົ້າຮ່ວມໄດ້ເບິ່ງເຫັນ, ໄດ້ຟັງ ແລະ ໄດ້ລົງມືປະຕິບັດຕົວຈິງດ້ວຍຕົນເອງ.






