ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ລັດຖະມົນຕີກະຊວງການຕ່າງປະເທດ ລາວ ແລະ ປາກິດສະຖານ ພົບປະປຶກສາຫາລືການພົວພັນຮ່ວມມືສອງຝ່າຍ

Jul 15, 2025

ໃນວັນທີ 10 ກໍລະກົດ 2025, ທ່ານ ທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ທ່ານ ໂມຮຳມັດ ອີຊັກ ດາຣ (Muhammad Ishaq Dar), ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ອິດສະລາມ ປາກິດສະຖານ, ໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 58, ກອງປະຊຸມເວທີພາກພື້ນອາຊຽນ ຄັ້ງທີ 32 ແລະ ບັນດາກອງປະຊຸມລັດຖະມົນຕີທີ່ກ່ຽວຂ້ອງ ໃນວັນທີ 8-11 ກໍລະກົດ 2025 ທີ່ ກົວລາລໍາເປີ, ມາເລເຊຍ.
ໃນການພົບປະ, ສອງຝ່າຍໄດ້ສະແດງຄວາມຍິນດີທີ່ໄດ້ມີໂອກາດພົບປະກັນໃນຄັ້ງນີ້, ຊຶ່ງເປັນການປະກອບສ່ວນອັນສໍາຄັນເຂົ້າໃນການສືບຕໍ່ສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງ ສປປ ລາວ ແລະ ປະກິດສະຖານ ໃຫ້ໄດ້ຮັບການພັດທະນາຍິ່ງໆຂຶ້ນໃນຕໍ່ໜ້າ. ພ້ອມນີ້, ສອງຝ່າຍ ໄດ້ທົບທວນຄືນການພົວພັນຮ່ວມມືໃນໄລຍະຜ່ານມາ, ໂດຍໄດ້ຕີລາຄາສູງ ຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີນຳກັນ ນັບຕັ້ງແຕ່ສອງປະທດໄດ້ສ້າງຕັ້ງສາຍພົວພັນການທູດນຳກັນ ແຕ່ວັນທີ 15 ກໍລະກົດ 1965 (ຄົບຮອບ 60 ປີ). ພ້ອມກັນນີ້, ສອງຝ່າຍ ຍັງປຶກສາຫາລືການຮ່ວມມືໃນຕໍ່ໜ້າຂອງສອງປະເທດ ໂດຍສະເພາະແມ່ນການຊຸກຍູ້ໃຫ້ມີການແລກປ່ຽນການຢ້ຽມຢາມ ເຊິ່ງກັນ ແລະ ກັນ ໃຫ້ຫຼາຍຂຶ້ນ, ເຫັນດີໃຫ້ສືບຕໍ່ກົນໄກການຮ່ວມມືສອງຝ່າຍ ກໍ່ຄືກອງປະຊຸມປຶກສາຫາລືດ້ານການເມືອງ, ພ້ອມທັງຊຸກຍູ້ການພົວພັນຮ່ວມມືໃນຂົງເຂດທີ່ສອງຝ່າຍມີທ່າແຮງ ເປັນຕົ້ນ ດ້ານກະສິກໍາ, ພະລັງງານ, ການທ່ອງທ່ຽວ ແລະ ອື່ນໆ. ນອກຈາກນີ້, ສອງຝ່າຍ ຍັງໄດ້ແລກປ່ຽນຄໍາຄິດຄໍາເຫັນ ກ່ຽວກັບ ການຮ່ວມມືໃນຂອບຫຼາຍຝ່າຍ, ສະພາບການພາກພື້ນ ແລະ ສາກົນ ທີ່ສອງຝ່າຍມີຄວາມສົນໃຈ.
May be an image of 4 people, dais and text that says '58 ASEAN FOREIGN MINISTERS' MEETING AND RELATED MEETINGS KUALA LUMPUR, 8 11 JULY 2025 FANO'
May be an image of 7 people, dais, newsroom and text