ໃນວັນທີ 11 ກໍລະກົດ 2025, ທ່ານ ທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ທ່ານ ນາງ ເພັນນີ ວອງ (Penny WONG), ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ອົດສະຕຣາລີ, ໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 58 ແລະ ບັນດາກອງປະຊຸມລັດຖະມົນຕີທີ່ກ່ຽວຂ້ອງ ໃນວັນທີ 8-11 ກໍລະກົດ 2025 ທີ່ ກົວລາລໍາເປີ, ມາເລເຊຍ.
ໃນໂອກາດນີ້, ທ່ານ ລັດຖະມົນຕີ ທອງສະຫວັນ ພົມວິຫານ ໄດ້ສະແດງຄວາມຂອບໃຈ ໄປຍັງ ລັດຖະບານ ແລະ ປະຊາຊົນ ອົດສະຕຣາລີ ທີ່ໄດ້ໃຫ້ການສະໜັບສະໜູນ ສປປ ລາວ ໃນດ້ານຕ່າງໆ ໃນໄລຍະຜ່ານມາ, ຊຶ່ງໄດ້ປະກອບສ່ວນສໍາຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ, ພ້ອມທັງຂອບໃຈການຊ່ວຍເຫຼືອການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024 ທີ່ຜ່ານມາ.

ພ້ອມກັນນີ້, ສອງຝ່າຍ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍາວນານ ແລະ ການຮ່ວມມືທີ່ດີລະຫວ່າງສອງປະເທດ ຕະຫຼອດໄລຍະຜ່ານມາ ນັບຕັ້ງແຕ່ສອງປະເທດໄດ້ສ້າງຕັ້ງສາຍພົວພັນການທູດນໍາກັນ ໃນວັນທີ 15 ມັງກອນ 1952 (ຄົບຮອບ 73 ປີ), ຊຶ່ງການພົວພັນຮ່ວມມືໃນດ້ານຕ່າງໆ ໄດ້ຮັບການເສີມຂະຫຍາຍ ແລະ ມີຜົນສໍາເລັດເປັນກ້າວໆມາ, ສະແດງອອກຄື ໄດ້ມີການແລກປ່ຽນຢ້ຽມຢາມ ເຊິ່ງກັນ ແລະ ກັນ ຂອງການນໍາຂັ້ນສູງ ແລະ ຂັ້ນຕ່າງໆຂອງສອງປະເທດຢ່າງເປັນປົກກະຕິ, ລວມທັງການສືບຕໍ່ສະໜັບສະໜູນ ແລະ ຊ່ວຍເຫຼືອ ເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ, ກໍ່ຄືໃນຂອບການຮ່ວມມືອາຊຽນ-ອົດສະຕຣາລີ ແລະ ຂອບການຮ່ວມມືອື່ນໆ.

ພ້ອມນີ້, ສອງຝ່າຍ ຍັງໄດ້ປຶກສາຫາລື ແລະ ແລກປ່ຽນຄໍາຄິດເຫັນໃນການເສີມຂະຫຍາຍສາຍພົວພັນ ແລະ ການຮ່ວມມືທາງດ້ານການຄ້າ ແລະ ການລົງທຶນ ລະຫວ່າງສອງປະເທດໃນຕໍ່ໜ້າ ໂດຍສະເພາະຊຸກຍູ້ການຮ່ວມມືໃນຂົງເຂດທີ່ ສປປ ລາວ ມີຄວາມຕ້ອງການ ແລະ ມີທ່າແຮງ ເປັນຕົ້ນແມ່ນ ການພັດທະນາຊັບພະຍາກອນມະນຸດ, ກະສິກໍາ ແລະ ສະບຽງອາຫານ, ພະລັງງານສະອາດ, ບໍ່ແຮ່, ສິ່ງແວດລ້ອມ, ການພັດທະນາພື້ນຖານໂຄງລ່າງ, ການພັດທະນາຊົນນະບົດ ແລະ ອື່ນໆ. ນອກນັ້ນ, ສອງຝ່າຍ ຍັງໄດ້ແລກປ່ຽນຄວາມຄິດເຫັນ ກ່ຽວກັບສະພາບການພົ້ນເດັ່ນໃນພາກພື້ນ ແລະ ສາກົນ ທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ.


