ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດ ມາດຕາ 15, 16, 32, 33, 49 ແລະ ມາດຕາ 50 ຂອງກົດໝາຍວ່າດ້ວຍ ການປົກຄອງທ້ອງຖິ່ນ (ສະບັບປັບປຸງ) ເລກທີ 75/ສພຊ, ລົງວັນທີ 20 ມີນາ 2025 ໃຫ້ມີຄວາມເປັນເອກະພາບ ແລະ ບໍ່ສ້າງຄວາມສັບສົນ ໃນການເອີ້ນຊື່ ປະທານ, ຮອງປະທານ ຄະນະກຳມະການປົກຄອງ ຂັ້ນແຂວງ, ຂັ້ນເມືອງ. ຄະນະຈັດຕັ້ງສູນກາງພັກ ຈຶ່ງແຈ້ງມາຍັງບັນດາສະຫາຍ ໃຫ້ຈັດຕັ້ງປະຕິບັດ ດັ່ງນີ້:
1. ຂັ້ນແຂວງ ໃຫ້ສືບຕໍ່ເອີ້ນວ່າ: ເຈົ້າຄອງນະຄອນຫຼວງ, ເຈົ້າແຂວງ ຈົນກວ່າຈະສຳເລັດກອງປະຊຸມໃຫຍ່ ຂອງ ອົງຄະນະພັກນະຄອນຫຼວງ ແລະ ແຂວງ, ພາຍຫຼັງຮັບຮອງເອົາຄະນະພັກຊຸດໃໝ່ ແລະ ການແບ່ງງານໃຫ້ບັນດາສະຫາຍ ຄະນະພັກ ສໍາເລັດ ຈຶ່ງເອີ້ນຊື່ຕາມ ມາດຕາ 15 ຂອງກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ (ສະບັບປັບປຸງ) ເລກທີ 75/ສພຊ, ລົງວັນທີ 20 ມີນາ 2025
2. ຂັ້ນເມືອງ ໃຫ້ເອີ້ນວ່າ: ປະທານ, ຮອງປະທານ ຄະນະກຳມະການປົກຄອງເມືອງ, ນະຄອນ ຕາມ ມາດຕາ 32 ແລະ ມາດຕາ 49 ຂອງກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ (ສະບັບປັບປຸງ) ເລກທີ 75/ສພຊ, ລົງວັນທີ 20 ມີນາ 2025 ນັບແຕ່ກົດໝາຍໄດ້ປະກາດໃຊ້ ເປັນຕົ້ນໄປ;
3. ການແຕ່ງຕັ້ງ ປະທານຄະນະກຳມະການປົກຄອງ ນະຄອນຫຼວງ, ແຂວງ ແມ່ນປະຕິບັດຕາມ ມາດຕາ 16 ຂອງ ກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ (ສະບັບປັບປຸງ) ເລກທີ 75/ສພຊ, ລົງວັນທີ 20 ມີນາ 2025
4. ການແຕ່ງຕັ້ງ ປະທານ ຄະນະກຳມະການປົກຄອງ ເມືອງ, ນະຄອນ ແມ່ນປະຕິບັດຕາມ ມາດຕາ 33 ແລະ ມາດຕາ 50 ຂອງກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ (ສະບັບປັບປຸງ) ເລກທີ 75/ສພຊ, ລົງວັນທີ 20 ມີນາ 2025
5. ສໍາລັບ ຕາປະທັບ ຂອງຄະນະກຳມະການປົກຄອງ ຂັ້ນແຂວງ, ຂັ້ນເມືອງ ໃຫ້ຮີບຮ້ອນດໍາເນີນການສະເໜີ ຄວັດຕາປະທັບ (ໃໝ່) ໃຫ້ຖືກຕ້ອງຕາມຊື່ເອີ້ນ ແລະ ພາລະບົດບາດ ທີ່ກຳນົດໄວ້ໃນ ກົດໝາຍວ່າດ້ວຍການປົກຄອງ ທ້ອງຖິ່ນ (ສະບັບປັບປຸງ) ເລກທີ 75/ສພຊ, ລົງວັນທີ 20 ມີນາ 2025 ໃຫ້ສໍາເລັດໂດຍໄວ.
ດັ່ງນັ້ນ, ຈຶ່ງແຈ້ງມາຍັງບັນດາສະຫາຍ ເພື່ອຮັບຊາບ ແລະ ຈັດຕັ້ງປະຕິບັດຕາມແຈ້ງການສະບັບນີ້ດ້ວຍ.



