ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຫຼາຍພາກສ່ວນ ບໍລິຈາກເລືອດເພື່ອຊ່ວຍເຫຼືອສັງຄົມ

Jul 15, 2025

ເພື່ອຂໍ່ານັບຮັບຕ້ອນວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ (ວັນທີ 20 ກໍລະກົດ 1955 – ວັນທີ 20 ກໍລະກົດ 2025) ແລະ ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ (ວັນທີ 13 ສິງຫາ 1950 – ວັນທີ 20 ສິງຫາ 2025) ມາວັນທີ 14 ກໍລະກິດ 2025, ທີ່ຫໍວັດທະນະທໍາ ກໍ່ໄດ້ສ້າງຂະບວນການບໍລິຈາກເລືອດເພື່ອຊ່ວຍເຫຼືອສັງຄົມ ພາຍໃຕ້ຄໍາຂວັນ ໃຫ້ເລືອດໃຫ້ຄວາມຫວັງ ຮ່ວມໃຈກັນໃຫ້ຊີວິດ ເຂົ້າຮ່ວມພິທີມີທ່ານ ຄໍາຜະຫຍາ ພົມປັນຍາ ຮອງເຈົ້າແຂວງບໍ່ແກ້ວ ຜູ້ຊີນໍາຂົງເຂດວັດທະນະທໍາ-ສັງຄົມ, ທ່ານ ດາລີວັນ ພູສະຫວັນ ປະທານແນວລາວສ້າງຊາດແຂວງ ຜູ້ຊີນໍາສີອົງການຈັດຕັ້ງມະຫາຊົນ, ມີບັນດາການນໍາຂັ້ນແຂວງ, 2 ກອງບັນຊາການ ປກຊ-ປກສ, ຫົວໜ້າ, ຮອງພະແນກການ, ອົງການ, ລັດວິສາຫະກິດ ແລະ ສະມາຊິກສະຫະພັນແມ່ຍິງເຂົ້າຮ່ວມ.
ທ່ານ ນາງ ບຸນຍົກ ແສງສະຫວ່າງ ປະທານສະຫະພັນແມ່ຍິງແຂວງບໍ່ແກ້ວ ໄດ້ກ່າວເປີດພິທີຢ່າງເປັນທາງການ: ປັດຈຸບັນແມ່ນວ່າຈໍານວນຜູ້ບໍລິຈາກເລືອດໄດ້ເພີ່ມຂຶ້ນໃນແຕ່ລະປີກໍ່ຕາມ, ແຕ່ຖ້າທຽບໃສ່ຄວາມຕ້ອງການແລ້ວເຫັນວ່າຍັງບໍ່ພຽງພໍເທື່ອ, ຜູ້ເຈັບເປັນຂາດເລືອດຈໍານວນໜຶ່ງຍັງບໍ່ສາມາດເຂົ້າເຖິງການບໍລິການເລືອດທີ່ປອດໄພໄດ້ເທື່ອ ໂດຍສະເພາະແມ່ນປະຊາຊົນທີ່ຢູ່ເຂດຫ່າງໄກສອກຫລີກ ແລະ ສິ່ງທີ່ທ້າທາຍໄປກວ່ານັ້ນກໍ່ຄືຢູ່ແຂວງບໍ່ແກ້ວເປັນແຂວງທີ່ມີປະຊາກອນໜ້ອຍໃນ ນີ້ກໍ່ມີຊົນເຜົ່າທີ່ຖືຮີດເກົ່າຄອງເດີມເປັນສ່ວນໃຫ່ຍ ແລະ ມີເດັກທີ່ເກີດມາເປັນພະຍາດຂາດເລືອດມາແຕ່ກຳເນີດ ເປັນຈຳນວນຫຼວງຫຼາຍເພາະສະນັ້ນ, ທາງສູນເລືອດອົງການກາແດງແຂວງ ຍັງບໍ່ສາມາດປະຕິບັດໜ້າທີ່ ໃຫ້ມີເລືອດປອດໄພ, ພຽງພໍ, ທັນເວລາ ແລະ ສະໝໍ່າສະເໝີເພື່ອຊ່ວຍຊີວິດຂອງເຂົາເຈົ້າເຫລົ່ານັ້ນໄດ້. ຍັງມີຫລາຍໆຄົນທີ່ປະຕິເສດຕໍ່ການບໍລິຈາກເລືອດ; ໂດຍສະເພາະກໍ່ແມ່ນຢູ່ໃນລະດັບແຂວງ, ເມືອງ ແລະ ບ້ານ ຍ້ອນວ່າເຂົາເຈົ້າຍັງບໍ່ທັນໄດ້ຮັບຂໍ້ມູນຂ່າວສານທີ່ພຽງພໍ, ຄິດວ່າບໍລິຈາກເລືອດໄປແລ້ວຈະເຮັດໃຫ້ເຂົາເຈົ້າສູນເສຍສຸຂະພາບ ຫຼື ກໍບໍ່ຢາກຊ່ວຍຜູ້ອື່ນ ແລະ ບາງຄັ້ງຍັງຕ້ອງການສິ່ງຕອບແທນທີ່ມີຄ່າ.
ພ້ອມນັ້ນທ່ານຍັງໄດ້ຮຽກຮ້ອງ ມາຍັງທຸກໆພາກສ່ວນຈົ່ງຮ່ວມກັນໃນການບໍລິຈາກເລືອດ ເພື່ອຊ່ວຍເຫຼືອສັງຄົມ ແລະ ຊ່ວຍກັນປຸກລະດົມຂົນຂວາຍຊັກຊວນໃຫ້ຫລາຍຄົນມີສ່ວນຮ່ວມ, ການປະກອບສ່ວນດ້ານວັດຖຸປັດໃຈ ເພື່ອສົ່ງເສີມໃຫ້ມີການເຄື່ອນໄຫວຢ່າງກວ້າງຂວາງ, ທັງເປັນຜູ້ບໍລິຈາກເລືອດທັງເປັນນັກການທູດຜູ້ປຸກລະດົມໃຫ້ໝູ່ເພື່ອນ, ຍາດພີ່ນ້ອງ ແລະ ການຈັດຕັ້ງຂອງຕົນມາປະກອບສ່ວນບໍລິຈາກເລືອດຕາມຄວາມສາມາດ ແລະ ເງື່ອນໄຂຕົວຈິງຂອງຕົນ. ການບໍລິຈາກເລືອດຄັ້ງນີ້ ມີຜູ້ເຂົ້າຮ່ວມ 237 ຄົນ, ຍິງ 202 ຄົນ, ມີຜູ້ສະມັກໃນກວດສຸຂະພາບ 36 ຄົນ ແລະ ສາມາດເອົາເລືອດອອກໄດ້ 30 ຄົນ, ຍິງ 23 ຄົນ, ໄດ້ເລືອດ 30 ຖົງ ເທົ່າກັບ 10.500 ຊີຊີ. ພ້ອມນັ້ນກໍ່ໄດ້ມອບຂອງຂວັນ ແລະ ໃບຍ້ອງຍໍໃຫ້ຜູ້ບໍລິຈາກເລືອດນໍາອີກ.
ຂ່າວ: ຄໍາເພັງ ສີສະຫວ່າງ