ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເລຂາທິການໃຫຍ່, ປະທານປະເທດ ຕ້ອນຮັບຄະນະພະນັກງານການນໍາໜຸ່ມ 3 ປະເທດ

Jul 15, 2025

ໃນວັນທີ 14 ກໍລະກົດ 2025, ທີ່ສໍານັກງານຫ້ອງວ່າການສູນກາງພັກ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປປ ລາວ,​ ປະທານປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ຄະນະພະນັກງານການນໍາໜຸ່ມ ສຳລັບແຂວງທີ່ມີຊາຍແດນຕິດຈອດ 3 ປະເທດ ລາວ-ຫວຽດນາມ-ກໍາປູເຈຍ ທັງໝົດຈໍານວນ 50 ສະຫາຍ ທີ່ເຂົ້າຮ່ວມຊຸດຝຶກອົບຮົມຫົວຂໍ້ສະເພາະ ໂດຍການເປັນເຈົ້າພາບແລະ ຈັດຂຶ້ນໃນລະຫວ່າງ ວັນທີ 8-15 ກໍລະກົດ 2025, ທີ່ ນະຄອນຫລວງວຽງຈັນ.
ສະຫາຍເລຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ແລະ ຕີລາຄາສູງ ຕໍ່ຜົນສໍາເລັດໃນການຝຶກອົບຮົມຫົວຂໍ້ສະເພາະ ສຳລັບພະນັກງານການນໍາໜຸ່ມ 3 ພັກ ລາວ-ຫວຽດ ນາມ-ກຳປູເຈຍ ທີ່ຈັດຂຶ້ນເປັນ ຄັ້ງທີ III, ເຊິ່ງຄັ້ງນີ້ແມ່ນ ພັກ ປປ ລາວ ເປັນເຈົ້າພາບ, ເປັນການຈັດຕັ້ງປະຕິບັດຕາມເນື້ອໃນຈິດໃຈຜົນການພົບປະຜູ້ນໍາ 3 ພັກ ລາວ-ຫວຽດນາມ-ກໍາປູເຈຍ, ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່ສໍາມະນາກອນທັງ 3 ປະເທດ ທີ່ໄດ້ເອົາໃຈໃສ່ແລກປ່ຽນປະກອບຄໍາຄິດເຫັນຢ່າງສ້າງສັນ ແລະ ກົງໄປກົງມາ ໂດຍສະເພາະ ແລກປ່ຽນບົດຮຽນໃນການພັດທະນາເສດຖະກິດ-ສັງຄົມ, ການທ່ອງທ່ຽວ, ວັດທະນະທໍາ ແລະ ອື່ນໆ ຂອງແຕ່ລະພັກ, ແຕ່ລະປະເທດ ເຊິ່ງເປັນການປະກອບສ່ວນສໍາຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງແຕ່ລະປະເທດ ກໍຄື ການຮັດແໜ້ນສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ຄວາມສາມັກຄີພິເສດ ແລະ ການພົວພັນຮ່ວມມືຮອບດ້ານຂອງ 3 ພັກ ແລະ ປະຊາຊົນ 3 ຊາດ ລາວ-ຫວຽດນາມ-ກໍາປູເຈຍ ໃຫ້ນັບມື້ໄດ້ຮັບການເສີມຂະຫຍາຍ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ.
ສະຫາຍເລຂາທິການໃຫຍ່, ປະທານປະເທດ ສປປ ລາວ ໄດ້ຕີລາຄາສູງ ການພົວພັນຮ່ວມມືຂອງ 3 ພັກ, 3 ລັດ ແລະ ປະຊາຊົນ 3 ຊາດ ລາວ-ຫວຽດນາມ-ກໍາປູເຈຍ ເຊິ່ງເປັນການພົວພັນທີ່ບໍ່ສາມາດຕັດແຍກອອກຈາກກັນໄດ້ຄືກັບ ຄຽງ 3 ຂາ, ມີມູນເຊື້ອຄວາມສາມັກຄີສະໜິດແໜ້ນ, ມີການຊ່ວຍເຫຼືອເຊິ່ງກັນ ແລະ ກັນ ເຊິ່ງກາຍເປັນຊັບສົມບັດອັນລໍ້າຄ່າ, ເປັນປັດໄຈສໍາຄັນ ແລະ ເປັນກໍາລັງແຮງອັນໃຫຍ່ຫລວງທີ່ສຸດ ໃຫ້ແກ່ພາລະກິດຕໍ່ສູ້ປົດປ່ອຍປະເທດຊາດໃນເມື່ອກ່ອນ ກໍຄື ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຂອງແຕ່ລະປະເທດ ໃນປັດຈຸບັນ ແລະ ຕໍ່ໜ້າ. ພ້ອມກັນນັ້ນ, ກໍໄດ້ຊີ້ນຳໃຫ້ບັນດາການນຳໜຸ່ມຂອງ 3 ປະເທດ ສືບຕໍ່ຮັກສາ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການພົວພັນຮ່ວມມືທີ່ເປັນມູນເຊື້ອອັນດີງາມດັ່ງກ່າວ ໃຫ້ຂະຫຍາຍຕົວຍິ່ງໆຂຶ້ນໄປຢ່າງບໍ່ຢຸດຢັ້ງ ໂດຍໄດ້ເນັ້ນໜັກຕ້ອງເພີ່ມທະວີການປະສານງານກັນຢ່າງໃກ້ຊິດ, ການໄປມາຫາສູ່ ໂດຍສະເພາະ ຮ່ວມກັນໂຄສະນາເຜີຍແຜ່ມູນເຊື້ອສາຍພົວພັນອັນດີງາມດັ່ງກ່າວ ດ້ວຍຫລາຍເນື້ອໃນ, ຮູບການ ແລະ ໂອກາດ ເພື່ອເຮັດໃຫ້ຄົນຮຸ່ນຫລັງຢູ່ 3 ປະເທດ ລາວ-ຫວຽດນາມ-ກຳປູເຈຍ ໄດ້ມີຄວາມເຂົ້າໃຈຢ່າງຖືກຕ້ອງ ແລະ ເລິກເຊິ່ງແທ້ໆ. ພ້ອມກັນນີ້, ຍັງໄດ້ຊີ້ນຳໃຫ້ການນຳແຕ່ລະແຂວງທີ່ມີຊາຍແດນຕິດຈອດກັນ ເພີ່ມທະວີການຮ່ວມມືທາງດ້ານເສດຖະກິດໃຫ້ແຂງແຮງກວ່າເກົ່າ ໂດຍອີງໃສ່ທ່າແຮງບົ່ມຊ້ອນຂອງແຕ່ລະແຂວງທີ່ເຫັນວ່າຍັງມີຢ່າງຫລວງຫລາຍ. ສຳຄັນແມ່ນພ້ອມກັນປົກປັກຮັກສາເສັ້ນຊາຍແດນ ລະຫວ່າງ 3 ປະເທດຂອງພວກເຮົາ ໃຫ້ເປັນເສັ້ນຊາຍແດນແຫ່ງ ສັນຕິພາບ, ມິດຕະພາບ ແລະ ການພັດທະນາທີ່ຍືນຍົງຕໍ່ໄປໃນອະນາຄົດ.
May be an image of 12 people and text
ໃນໂອກາດນີ້, ຕາງໜ້າສໍາມະນາກອນຂອງ 3 ປະເທດ ໄດ້ສະແດງຄວາມຂອບໃຈເປັນຢ່າງສູງ ຕໍ່ການໃຫ້ກຽດຕ້ອນຮັບອັນອົບອຸ່ນ, ສະໜິດສະໜົມ ເຕັມໄປດ້ວຍໄມຕີຈິດມິດຕະພາບອັນດູດດື່ມ ແລະ ການໃຫ້ທິດຊີ້ນຳ ຂອງ ສະຫາຍເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ເຊິ່ງສະແດງເຖິງການໃຫ້ຄວາມສຳຄັນ ແລະ ເປັນຫ່ວງເປັນໃຍທີ່ມີຕໍ່ຄະນະ, ພ້ອມທັງຈະນໍາເອົາທິດຊີ້ນໍາ ທີ່ເປັນດັ່ງເຂັມທິດເຍືອງທາງ ນໍາໄປຈັດຕັ້ງປະຕິບັດເຂົ້າສູ່ວຽກງານຕົວຈິງຂອງຕົນໃຫ້ເກີດດອກອອກຜົນ, ປະກອບສ່ວນສໍາຄັນເຂົ້າໃນການພົວພັນຮ່ວມມືຂອງ 3 ພັກ, 3 ລັດ ແລະ ປະຊາຊົນ 3 ຊາດ, ພ້ອມທັງຢືນຢັນຈະເຮັດສຸດຄວາມສາມາດຂອງຕົນ ຮ່ວມກັນໃນການປົກປົກຮັກສາ, ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນເປັນມູນເຊື້ອທີ່ດີງາມດັ່ງກ່າວ ໃຫ້ຈະເລີນງອກງາມຍິ່ງໆຂຶ້ນ, ປະກອບສ່ວນເຂົ້າໃນການສ້າງສັນຕິພາບ, ມິດຕະພາບ ແລະ ການຮ່ວມມື ເພື່ອການພັດທະນາ ໃນພາກພື້ນ ແລະ ໃນໂລກ.
ໃນຕອນທ້າຍ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ຍັງໄດ້ຝາກຄວາມຢື້​ຢາມ​ຖາມ​ຂ່າວ ແລະ ອວຍພອນໄຊອັນປະເສີດໄປຍັງ ສະຫາຍ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ແລະ ສົມເດັດ ເຕໂຈ ຮຸນເຊນ, ປະທານພັກປະຊາຊົນ ກໍາປູເຈຍ, ປະທານສະພາສູງ ກໍາປູເຈຍ ຈົງ​ມີ​ສຸຂະພາບ​ເຂັ້ມ​ແຂງ, ມີ​ຄວາມ​ຜາ​ສຸກ ​ແລະ ​ປະສົບ​ຜົນສຳ​ເລັດ​ໃນ​ໜ້າ​ທີ່​ວຽກ​ງານ​ອັນ​ສູງ​ສົ່ງ​, ສືບ​ຕໍ່​ນຳພາ​ປະ​ເທດ​ຊາດ​ຫວຽດນາມ ແລະ ກໍາປູເຈຍ ກ້າວ​ຂຶ້ນ​ຢ່າງ​ບໍ່ຢຸດຢັ້ງ.
ພາບ: ອ່າຍຄໍາ