ວັນທີ 14 ກໍລະກົດ 2025 ທີ່ຫ້ອງວ່າການປົກຄອງ ນວ ໄດ້ມີພິທີພົບປະສອງຝ່າຍລະຫວ່າງຄະນະຜູ້ແທນຊາວໜຸ່ມ ນະຄອນຫຼວງວຽງຈັນ (ນວ) ແລະ ຄະນະຜູ້ແທນສະຫະພັນຊາວໜຸ່ມກອມມຸຍນິດຈີນ ເມືອງຊ່ານໂຖວ ແຂວງກວາງຕຸງ ສປ ຈີນ, ໂດຍມີທ່ານ ຫຸມແພງ ສີສົມບັດ ເລຂາຄະນະບໍລິຫານງານຊາວໜຸ່ມປະຊາຊົນ ປະຕິວັດລາວ ນວ ແລະ ທ່ານ ໄລ່ ສຽວເຫວີຍ ຮອງເລຂາທິການຄະນະພັກ ເລຂາທິການຄະນະກຳມະການຄວບຄຸມວຽກງານພັກ ເມືອງຊ່ານໂຖວ ແຂວງກວາງຕຸ້ງ ສປ ຈີນ ແລະ ຜູ້ແທນຊາວໜຸ່ມສອງຝ່າຍ ເຂົ້າຮ່ວມ.
ທ່ານ ຫຸມແພງ ສີສົມບັດ ກ່າວວ່າ: ເພື່ອເຮັດໃຫ້ການຮ່ວມມືລະຫວ່າງຊາວໜຸ່ມ ນວ ແລະ ສະຫະພັນຊາວໜຸ່ມຄອມມູນິດຈີນ ເມືອງຊ່ານໂຖ່ວໄດ້ຮັບການຈັດຕັ້ງປະຕິບັດຕາມທິດລວມຂອງການຮ່ວມມືລະຫວ່າງສອງພັກສອງລັດ ກໍຄືການຊີ້ນຳແບບຍຸດທະສາດຂອງການນໍາຂັ້ນສູງ ຮັບປະກັນພື້ນຖານຕໍ່ການພັດທະນສາຍພົວພັນຈີນ-ລາວ ສະເໜີໃຫ້ຄະນະຊາວໜຸ່ມ ນວ ແລະ ສະຫະພັນຊາວໜຸ່ມຄອມມູນິດຈີນເມືອງຊ່ານໂຖວຕ້ອງໄດ້ມີການແລກປ່ຽນຄະນະຜູ້ແທນຊາວໜຸ່ມເພື່ອພົບປະແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນປີລະ 1 ຄັ້ງ ເພື່ອເພີ່ມທະວີການພັດທະນາຄວາມຮູ້ ຄວາມສາມັກຄີ ທີ່ໃກ້ຊິດຕິດແທດ ແລະ ການຊ່ວຍເຫຼືອເຊິ່ງກັນ ແລະ ກັນກ້າວໄປເຖິງການຮ່ວມມືສະເພາະ ຄົ້ນຄວ້າ ຮ່ວມມືທາງດ້ານການຄຸ້ມຄອງ ແລະ ການບໍລິຫານກາານສຶກສາ ຄົ້ນຄວ້າຄວາມເປັນໄປໄດ້ໃນການແລກປ່ຽນການສຶກສາ ການໃຫ້ທຶນຍົກລະດັບການສຶກສາພາສາຈີນ ຫຼື ຊັ້ນປະລິນຍາຕີ ໂທ ເອກໃຫ້ແກ່ພະນັກງານຊາວໜຸ່ມ ນວ ປີລະທຶນ ສ້າງເງື່ອນໄຂໃຫ້ແກ່ພາກທຸລະກິດທ່ອງທ່ຽວຂອງສອງພາກສ່ວນໃຫ້ໄດ້ພົບປະແລກປ່ຽນ ເຂົ້າຮ່ວມບັນດາງານໂຄສະນາສົ່ງເສີມການທ່ອງທ່ຽວລົງນາມການຮ່ວມມື ຊ່ວຍໃນຈັດເຝິກອົບຮົມການພັດທະນາວຽກງານວິຊາຊີບ ສົ່ງເສີມໃຫ້ຊາວໜຸ່ມ-ເຍົາວະຊົນ ໄດ້ມີການແລກປ່ຽນວັດທະນະທໍາໃນແຕ່ລະປີ ດ້ວຍການໄປມາຫາສູ່, ຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນເວລາສຸກເສີນ ແລະ ອື່ນໆ.




ທີ່ມາ: ວຽງຈັນໃຫມ່.


