ພາຍຫຼັງສຳເລັດກອງປະຊຸມໃຫຍ່ ຄັ້ງທີ XII ຂອງອົງຄະນະພັກເມືອງພີນ, ຄະນະບໍລິຫານງານພັກເມືອງຊຸດໃໝ່ ພາຍໃຕ້ການນຳພາຂອງສະຫາຍ ພູລັດຕະນະ ພົມມະຫາໄຊ ເລຂາພັກເມືອງພີນ, ກໍ່ໄດ້ເອົາໃຈໃສ່ແກ້ໄຂປະກົດການຫຍໍ້ທໍ້ທີ່ເກີດຂຶ້ນພາຍໃນເມືອງ, ໂດຍສະເພາະແມ່ນການປະຕິບັດຕາມຄຳສັ່ງເລກທີ 15/ນຍ, ຄຳສັ່ງເລກທີ11/ນຍ, ປະຕິບັດຄຳສັ່ງຂອງຄະນະປະຈຳພັກແຂວງສະຫວັນນະເຂດ ເລກທີ 2151/ຄປພຂ ວ່າດ້ວຍການແກ້ໄຂປະກົດການຫຍໍ້ໃນສັງຄົມ, ສະຫາຍ ພູລັດຕະນະ ພົມມະຫາໄຊ ເລຂາພັກເມືອງພີນ ໄດ້ມີຄຳເຫັນລາຍງານຕໍ່ກອງປະຊຸມຄົບຄະນະບໍລິຫານງານພັກແຂວງສະຫວັນນະເຂດ ຄັ້ງທີ 19 ສະໄໝທີ IX ໃນຄັ້ງວັນທີ 7-9 ກໍລະກົດ 2025, ເຊິ່ງສະຫາຍໄດ້ລາຍງານວ່າ ມາຮອດປັດຈຸບັນເມືອງພີນໄດ້ດໍາເນີນການຕ້ານ, ສະກັດກັ້ນ ຢ່າງເຂັ້ມງວດ, ພາຍໃນໄລຍະ 1 ເດືອນທີ່ຜ່ານມາ ສາມາດກວດຍຶດການລັກລອບຕັດໄມ້ ແລະ ອາຍັດໄມ້ເຖື່ອນໄດ້ຈຳນວນ 183 ທ່ອນ, 463 ຕັບ, 350 ເສັ້ນ(ໄມ້4×8), ລວມບໍລິມາດທັງໝົດປະມານ 700 ແມັດກ້ອນ, ເຊິ່ງປະກອບມີປະເພດໄມ້ຍາງ, ໄມ້ເປືອຍ, ໄມ້ແດງ, ໄມ້ແຄນຫີນ ແລະ ໄມ້ອື່ນໆ, ໄດ້ເຮັດບົດບັນທຶກອາຍັດໄວ້ ແລະ ມອບໃຫ້ເຈົ້າໜ້າທີ່ເປັນຜູ້ຄຸ້ມຄອງຈົນກວ່າຈະໄດ້ຮັບການແກ້ໄຂ. ຕໍ່ກັບສະພາບດັ່ງກ່າວແມ່ນຂໍຮຽກຮ້ອງມາຍັງປະຊາຊົນຊາວເມືອງພີນ ໃຫ້ຢຸດຕິການຕັດໄມ້ທຳລາຍປ່າໂດຍບໍ່ໄດ້ຮັບອະນຸຍາດ, ຮຽກຮ້ອງມາຍັງອຳນາດການປົກຄອງບ້ານ ແລະ ປະຊາຊົນຊ່ວຍເປັນຫູເປັນຕາ,ໃຫ້ຄວາມຮ່ວມມືກັບເຈົ້າໜ້າທີ່, ຖ້າພົບເຫັນການລັກລອບຕັດໄມ້ແມ່ນໃຫ້ແຈ້ງເຈົ້າໜ້າທີ່ ແລະ ປັດຈຸບັນເຈົ້າໜ້າທີ່ທີ່ກ່ຽວຂ້ອງແມ່ນໄດ້ສຸມໃສ່ແກ້ໄຂບັນຫານີ້ຢ່າງເຂັ້ມງວດ, ຈະໄດ້ສືບຕໍ່ແກ້ໄຂໄປເລື້ອຍໆ ຈົນກວ່າບັນຫາຈະເບົາບາງລົງ ແລະ ໝົດໄປ.



