ພິທີລົງນາມສັນຍາຮ່ວມມືໂຄງການກອງທຶນພິເສດແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ປະຈຳປີ 2025 ວັນທີ 15 ກໍລະກົດ 2025 ທີ່ ກະຊວງການຕ່າງປະເທດ

ໃນວັນທີ 15 ກໍລະກົດ 2025 ສປປ ລາວ ແລະ ສປ ຈີນ ໄດ້ຈັດພິທີຮ່ວມກັນລົງນາມສັນຍາຮ່ວມມືໂຄງການພາຍໃຕ້ກອງທຶນພິເສດແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ທີ່ ກະຊວງການຕ່າງປະເທດ, ເຊິ່ງຕາງໜ້າໃຫ້ລັດຖະບານແຫ່ງ ສປປ ລາວ ໂດຍ ທ່ານ ໄມທອງ ທຳມະວົງສາ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ຕາງໜ້າໃຫ້ລັດຖະບານແຫ່ງ ສປ ຈີນ ໂດຍ ທ່ານ ນ. ຟັ່ງຫົງ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປ ຈີນ ປະຈຳ ສປປ ລາວ. ພ້ອມນີ້, ໄດ້ມີຜູ້ຕ່າງໜ້າຈາກບັນດາກົມພາຍໃນກະຊວງການຕ່າງປະເທດ ແລະ ກະຊວງ, ຂະແໜງການທີ່ໄດ້ຮັບໂຄງການຊ່ວຍເຫຼືອຈາກກອງທຶນດັ່ງກ່າວໃນຄັ້ງນີ້ເຂົ້າຮ່ວມເປັນສັກຄີພິຍານ.
ໃນປີ 2025 ນີ້, ສປປ ລາວ ໄດ້ຮັບອະນຸມັດໂຄງການທັງໝົດ ຈຳນວນ 10 ໂຄງການ ເປັນມູນຄ່າ 2,823,600 ໂດລາສະຫະລັດ ເຊິ່ງໄດ້ປະກອບມີໂຄງການຊ່ວຍເຫຼືອໃຫ້ແກ່ຂັ້ນສູນກາງ ແລະ ທ້ອງຖິ່ນ ທີ່ນອນໃນຂົງເຂດການພັດທະນາຊັບພະຍາກອນມະນຸດ, ກະສິກໍາ, ຊັບພະຍາກອນນ້ຳ, ສາທາລະນະສຸກ ແລະ ລຶບລ້າງຄວາມທຸກຍາກ.
ຂອບການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ໄດ້ຖືກສ້າງຕັ້ງຂຶ້ນຢ່າງເປັນທາງການໃນວັນທີ 23 ມີນາ 2016 ໂດຍມີເຈດຕະນາລົມ ແລະ ຄວາມໝາຍໝັ້ນຮ່ວມກັນຂອງບັນດາປະເທດສະມາຊິກເພື່ອສ້າງປະຊາຄົມແຫ່ງສັນຕິພາບ ແລະ ຄວາມສົມບູນພູນສຸກ ໃນອະນາຄົດຮ່ວມກັນ ໂດຍມີ ສປປ ລາວ, ກຳປູເຈຍ, ມຽນມາ, ໄທ, ຫວຽດນາມ ແລະ ສປ ຈີນ ເປັນປະເທດເພື່ອນມິດທີ່ດີຕໍ່ກັນມາແຕ່ດົນນານ, ມີທີ່ຕັ້ງພູມສາດທີ່ຕິດຈອດກັນດ້ວຍພູຜາ ແລະ ແມ່ນ້ຳຮ່ວມສາຍດຽວກັນ. ທ່າມກາງສະພາບການຂອງໂລກທີ່ຍັງສືບຕໍ່ປະເຊີນໜ້າຫັນປ່ຽນ ແລະ ສິ່ງທ້າທາຍນາໆປະການ, ຂອບການຮ່ວມມືດັ່ງກ່າວ ໄດ້ສືບຕໍ່ເປັນເວທີຮ່ວມມືທາງດ້ານເສດຖະກິດ-ສັງຄົມ ທີ່ສຳຄັນເພື່ອຮັດແໜ້ນການຮ່ວມມືຫຼາຍຝ່າຍສະໜັບສະໜູນເຊິ່ງກັນ ແລະ ກັນ ເພື່ອການຮ່ວມມືຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ພ້ອມທັງຮ່ວມກັນແກ້ໄຂສິ່ງທ້າທາຍຕ່າງໆຂອງພາກພື້ນ ພ້ອມທັງປະກອບສ່ວນສະໜັບສະໜູນການສ້າງປະຊາຄົມອາຊຽນ, ຂໍ້ລິເລີ່ມໜຶ່ງແລວ ໜຶ່ງເສັ້ນທາງ, ການຮ່ວມມືໃຕ້-ໃຕ້ ແລະ ເປົ້າໝາຍການພັດທະນາແບບຍືນຍົງ ຮອດປີ 2030 ຂອງອົງການສະຫະປະຊາຊາດ. ໃນປີດຽວກັນ, ສປ ຈີນ ກໍໄດ້ປະກາດສ້າງຕັ້ງກອງທຶນພິເສດແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ແລະ ໄດ້ເລິ່ມຈັດຕັ້ງປະຕິບັດໃນປີ 2017 ໂດຍມີເປົ້າໝາຍເພື່ອຈັດຕັ້ງຜັນຂະຫຍາຍເຈດຕະນາລົມ ແລະ ຄວາມໝາຍໝັ້ນຂອງບັນດາປະເທດແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ດັ່ງກ່າວຂ້າງເທິງ ໃຫ້ປະກົດຜົນເປັນຈິງ. ໃນໄລຍະຜ່ານມາ, ສປປ ລາວ ໄດ້ຮັບໂຄງການທັງໝົດ 90 ໂຄງການ ມູນຄ່າຫຼາຍກ່ວາ 23 ລ້ານກວ່າໂດລາສະຫະລັດ ເຊິ່ງໄດ້ຮັບການຈັດຕັ້ງປະຕິບັດຢ່າງຕໍ່ເນື່ອງ ແລະ ມີໝາກຜົນເປັນຮູບປະທຳຢ່າງແທ້ຈິງ.
ໃນໂອກາດດັ່ງກ່າວ, ທັງສອງຝ່າຍ ສປປ ລາວ ແລະ ສປ ຈີນ ເຊື່ອໝັ້ນວ່າໂຄງການທີ່ໄດ້ຮັບການຊ່ວຍເຫຼືອງວດໃໝ່ ໃນປີ 2025 ນີ້ ຈະສາມາດປະກອບສ່ວນໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ໃນພາກພື້ນແມ່ນ້ຳຂອງ ໃຫ້ມີປະສິດທິຜົນ ແລະ ມີໝາກຜົນຕົວຈິງ, ພ້ອມທັງ, ເປັນການຮັດແໜ້ນສາຍພົວພັນການຮ່ວມມືໃນຂອບການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ນັບມື້ນັບແໜ້ນແຟ້ນຂຶ້ນເປັນກ້າວໆ.





