ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສາທາລະນະສຸກເມືອງຕະໂອ້ຍ ກວດພົບສິນຄ້າໝົດອາຍຸ ແລະ ເສື່ອມຄຸນະພາບ 866 ລາຍການ

Jul 16, 2025

ສາທາລະນະສຸກເມືອງຕະໂອ້ຍ ກວດພົບສິນຄ້າໝົດອາຍຸ ແລະ ເສື່ອມຄຸນະພາບ 866 ລາຍການ
ຄະນະຮັບພິດຊອບອາຫານ ແລະ ຢ່າຫ້ອງການສາທາລະນະສຸກເມືອງຕະໂອ້ຍ ໄດ້ຮ່ວມກັນລົງເຄື່ອນໄຫວກວດກາ ສິນຄ້າທີ່ໝົດອາຍຸ ແລະ ເສື່ອມຄຸນະພາບ ປະຈໍາປີ 2025. ນໍາທີມໂດຍທ່ານ ໄລວັນ ວົງມາລາ ຮອງຫົວໜ້າໜ່ວຍງານອາຫານ ແລະ ຢາ ຂັ້ນເມືອງ, ພ້ອມດ້ວຍຄະນະຫ້ອງການ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ໂດຍປະຕິບັດຕາມທິດຊີ້ນໍາຂອງຫົວໜ້າພະແນກສາທາລະນະສຸກແຂວງສາລະວັນ ປະຈໍາປີ 2025. ສະນັ້ນ, ທາງຄະນະຮັບຜິດຊອບວຽກງານ ອາຫານ ແລະຢາຂັ້ນເມືອງ ຈຶ່ງໄດ້ປະສານສົມທົບ ກັບເຈົ້າໜ້າທີ່ການຄ້າຂັ້ນເມືອງ ພ້ອມດ້ວຍວິຊາການຈາກພາກສ່ວນທີ່ກ່ຽວຂ້ອງໄດ້ລົງກວດກາສິນຄ້າໝົດອາຍຸ, ເສື່ອມຄຸນະພາບ,ສິນຄ້າເກືອດຫ້າມ – ຫ້າມຈໍາໜ່າຍ, ສິນຄ້ານອກລະບົບ, ສິນຄ້າລັກລອບພາສີ ແລະ ສິນຄ້າອື່ນໆ ທີ່ມີການລະເມີດການຄຸ້ມຄອງວຽກງານການຄ້າ ໃນຂອງເຂດທົ່ວເທດສະບານເມືອງຕະໂອ້ຍ, ຮ້ານຄ້າຂາຍຍົກ – ຂາຍຍ່ອຍ ທົ່ວໄປ ຕາມເປົ້າໝາຍໄດ້ພົບສິນຄ້າ ແລະ ຢຶດສິນຄ້າມາຫຼາຍລາຍການເພື່ອນໍາມາທໍາລາຍຕາມລະບຽບການຂອງຂະແໜງອາຫານ ແລະຢາ, ທາງເຈົ້າໜ້າທີ່ໄດ້ລົງເກັບກໍາຂໍ້ມູນ ແລະ ໄດ້ລົງເຄື່ອນໄຫວກວດກາຕາມເປົ້າໝາຍຄື: ໄດ້ກວດກາ ແລະ ຢຶດສິນຄ້າປະເພດເຄື່ອງບໍລິໂພກ – ອຸປະໂພກທີ່ເສຍທາດ, ເສື່ອມຄຸນນະພາບ, ສິນຄ້າເກືອດຫ້າມ ໄດ້ຈໍານວນທັງໝົດ 30 ຮ້ານ; ກວດພົບ ແລະຢຶດສິນຄ້າໝົດອາຍຸທັງໝົດມີ 21 ຮ້ານ. ເຄື່ອງປະເພດ: ເຂົ້າໜົມ, ເຄື່ອງດື່ມ, ເຄື່ອງສໍາອາງ, ໂຈກ, ເສັ້ນໝີ່ ແລະ ນົມ ໃນນັ້ນມີສິນຄ້າຕ້ອງສົງໄສ 866 ລາຍການ ມູນຄ່າເສຍຫາຍທັງໝົດປະມານ 12 ລ້ານກວ່າກີບ.
ການລົງກວດກາສິນຄ້າໃນຄັ້ງນີ້ ກໍ່ເພື່ອປົກປ້ອງໃຫ້ກັບຜູ້ ບໍລິໂພກ – ອຸປະໂພກ ສິນຄ້າທຸກປະເພດທີ່ໄດ້ຈໍາໜ່າຍຕາມທ້ອງຕະຫຼາດ ໃຫ້ມີຄວາມປອດໄພ ເຮັດໃຫ້ຊີວິດ, ສຸຂະພາບຂອງປະຊາຊົນ ບໍ່ໄດ້ຮັບອັນຕະລາຍ.
ໂດຍ: ກິລິຍາ ຄໍາຫຼ້າ ວິຍາເກດ