ຊາວກະສິກອນ ເມືອງຫົງສາ ປູກພືດລະດູຝົນສຳເລັດແລ້ວ 5.400 ກວ່າເຮັກຕາ ເທົ່າກັບ 98,39 %.

ຕາມການລາຍງານຂອງທ່ານ ສາຍພອນ ສີວົງໄຊ ກໍາມະການພັກເມືອງ ຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງຫົງສາ ໃນວັນທີ 16 ກໍລະກົດ 2025ນີ້ ໄດ້ໃຫ້ຮູ້ວ່າ: ເພື່ອປະຕິບັດຕາມແຜນພັດທະນາເສດຖະກິດ – ສັງຄົມ ຂອງເມືອງວາງອອກ, ກໍ່ຄືວຽກງານຄໍ້າປະກັນທາງດ້ານສະບຽງອາຫານ ແລະ ປູກພືດເປັນສິນຄ້າ ຂອງຊາວກະສິກອນເມືອງຫົງສາ ໃຫ້ບັນລຸຕາມລະດັບຄາດໝາຍທີ່ວາງໄວ້ ໃນປີ 2025 ນີ້, ໂດຍໄດ້ວາງແຜນການປູກພືດລະດູຝົນໃນເນື້ອທີ່ ທັງໝົດ 5.548,83 ເຮັກຕາ, ມາຮອດປັດຈຸບັນນີ້ ການປູກພືດລະດູຝົນທົ່ວເມືອງສໍາເລັດແລ້ວ 5.459,98 ເຮັກຕາ ເທົ່າກັບ 98,39 % ເຊິ່ງເຫັນວ່າການປູກພືດລະດູຝົນຂອງຊາວກະສິກອນຢູ່ເມືອງຫົງສາ ປີນີ້ເປັນຂະບວນການຟົດຟື້ນກວ້າງຂວາງຫຼາຍກວ່າປີທີ່ຜ່ານມາ ເປັນຕົ້ນແມ່ນ: ການຜະລິດເຂົ້າຕາມແຜນການວາງໄວ້ ທັງໝົດ 2.828,83 ເຮັກຕາ ມາຮອດປັຈຸບັນຈັດຕັ້ງປະຕິບັດສໍາເລັດແລ້ວ 103,56 % ໃນເນື້ອທີ່ 2.929,78 ເຮັກຕາ ໃນນີ້: ການປູກເຂົ້ານາປີສໍາເລັດແລ້ວ 95 % ໃນເນື້ອທີ່ 1.547,38 ເຮັກຕາ, ການປູກເຂົ້າເນີນສູງ (ເຂົ້າໄຮ່)ສຳເລັດ 115,2 % ໃນເນື້ອທີ່ 1.382,4 ເຮັກຕາ, ການຜະລິດພືດສະບຽງອາຫານແຜນການວາງໄວ້ທັງໝົດ 240 ເຮັກຕາ, ມາຮອດປັດຈຸບັນຈັດຕັ້ງປະຕິບັດສໍາເລັດແລ້ວ 54,41 % ໃນເນື້ອທີ່ 130,6 ເຮັກຕາ ເປັນຕົ້ນແມ່ນ: ໝາກເຜັດ, ໝາກເຂືອ, ໝາກແຕງ, ເຜືອກມັນ, ໝາກຖົ່ວ ແລະ ພືດຜັກຕ່າງໆ, ການປູກພືດເປັນສິນຄ້າໃນທົ່ວເມືອງວາງແຜນໄວ້ທັງໝົດ 2.450 ເຮັກຕາ, ມາຮອດປັດຈຸບັນຈັດຕັ້ງປະຕິບັດສໍາເລັດແລ້ວ 97,47% ໃນເນື້ອທີ່ 2.388,2 ເຮັກຕາ ເປັນຕົ້ນແມ່ນ: ສາລີແຂງເນື້ອທີ່ 417,1 ເຮັກຕາ, ໝາກເດືອຍເນື້ອທີ່ 1.400 ເຮັກຕາ, ໝາກງາເນື້ອທີ 250 ເຮັກຕາ, ມັນຕົ້ນເນື້ອທີ 95 ເຮັກຕາ, ຖົ່ວດິນເນື້ອທີ 63,8 ເຮັກຕາ, ຂີງ 140 ເຮັກຕາ, ການຜະລິດໄມ້ໃຫ້ໝາກຕາມແຜນວາງໄວ້ ປູກໃນເນື້ອທີ 30 ເຮັກຕາ ເປັນຕົ້ນແມ່ນ: ລິ້ນຈີ່, ລໍາໄຍ, ໝາກມ່ວງ ແລະ ໄມ້ໃຫ້ໝາກຊະນິດອື່ນໆ ເຊິ່ງໄດ້ຮັບການສະໜັບສະໜູນຈາກໂຄງການຜັນຂະຫຍາຍ ການຈັດຕັ້ງປະຕິບັດແຜນງານຫຼຸດຜ່ອນການປ່ອຍທາດອາຍເຮືອນແກ້ວ ໂດຍປັບປຸງການຄຸ້ມຄອງພູມີທັດປ່າໄມ້ ແບບຍືນຍົງ ຢູ ສປປ ລາວ, ການປູກຢາງພາລາວາງແຜນໄວ້ໃນເນື້ອທີ່ 100 ກ່ວາເຮັກຕາ, ປັດຈຸບັນຈັດຕັ້ງປະຕິບັດສໍາເລັດແລ້ວ 64%, ໃນເນື້ອທີ 64 ກ່ວາເຮັກຕາ.
ສ່ວນແຜນການຮັບມືກັບການລະບາດຂອງພະຍາດພືດ-ສັດ ຕິດພັນກັບການຕ້ານແລ້ງ-ຕ້ານຖ້ວມ: ຫ້ອງການກໍ່ໄດ້ແຕ່ງຕັ້ງຄະນະຮັບຜິດຊອບຕິດຕາມເຝົ້າລະວັງວຽກງານຕ້ານແລ້ງ-ຕ້ານຖ້ວມ, ຄວບຄຸມ, ກໍາຈັດ ການແຜ່ລະບາດຂອງພະຍາດພືດ, ພະຍາດສັດ ແລະ ແມງໄມ້ ສັດຕູພືດ ພ້ອມທັງຝຶກອົບຮົມເຕັກນິກການປູກ-ການລ້ຽງ ໃນໄລຍະໃໝ່ ໃຫ້ກັບຊາວກະສິກອນ ສາມາດເປັນເພື່ອນຮ່ວມງານ ໃນການແກ້ໄຂບັນຫາ ຕ້ານແລ້ງ-ຕ້ານຖ້ວມ, ຄວບຄຸມການລະບາດ ຂອງພະຍາດພືດ ແລະ ສັດ ເພື່ອກຽມພ້ອມຮັບມືກັບສະພາບການດັ່ງກ່າວໃຫ້ທ່ວງທັນເວລາ.
ຂ່າວ-ພາບ: ຖວທ ຫົງສາ




