ພະແນກຕຳຫລວດສະກັດກັ້ນ ແລະ ຕ້ານອັກຄີໄພ ນະຄອນຫລວງວຽງຈັນ ຮ່ວມກັບ ໜ່ວຍກູ້ໄພມູນນິທິຈີນ 1628 ນະຄອນຫລວງວຽງຈັນ ແລະ ທີມຄົ້ນຫາໃຕ້ນໍ້າ ຫລື ນາກນ້ອຍຊ່ວຍ ເຫລືອຜູ້ດ້ອຍໂອກາດ ຝຶກຊ້ອມກ່ຽວກັບການຊ່ວຍເຫລືອສັງຄົມ ໃນກໍລະນີຫາກມີເຫດການໄພນໍ້າຖ້ວມເກີດຂຶ້ນ ວັນທີ 15 ກໍລະກົດ 2025 ຢູ່ທີ່ອ່າງນໍ້າຫຸມ ເມືອງນາຊາຍທອງ ນະຄອນຫລວງວຽງຈັນ ໂດຍໄດ້ຮັບການສະໜັບສະໜູນຈາກສູນຊ່ວຍເຫລືອຊາວຈີນພົ້ນທະເລ.
ທ່ານ ພັນໂທ ຄຳເພັດ ດາລາວົງ ຫົວໜ້າພະແນກຕຳຫລວດສະກັດກັ້ນ ແລະ ຕ້ານອັກຄີໄພ ນະຄອນຫລວງວຽງຈັນ ໄດ້ໃຫ້ຮູ້ວ່າ: ການຝຶກຊ້ອມຄັ້ງນີ້, ເພື່ອກຽມຮັບມືກັບເຫດການທີ່ອາດຈະເກີດ ຂຶ້ນໃນລະດູຝົນ, ທັງຮັບປະກັນການຊ່ວຍເຫລືອສັງຄົມໃຫ້ທັນກັບສະພາບການທີ່ຈະເກີດຂຶ້ນ, ເປັນການສ້າງຄວາມວ່ອງໄວ ໃນການກູ້ໄພທາງດ້ານຊີວິດ ແລະ ສັບສິນ ຫລີກລ່ຽງຜົນເສຍຫາຍທີ່ຈະເກີດຂຶ້ນກັບປະຊາຊົນໃຫ້ໜ້ອຍທີ່ສຸດ.
ທ່ານ ຊ້າງ ອິນທິລາດ ຫົວໜ້າກູ້ໄພມູນນິທິຈີນ 1628 ນະຄອນຫລວງວຽງຈັນ ໄດ້ໃຫ້ຮູ້ວ່າ: ການຝຶກແອບເພື່ອສ້າງຄວາມພ້ອມໃຫ້ແກ່ການກູ້ໄພ ແມ່ນໄດ້ຈັດຂຶ້ນທຸກໆປີ ເພື່ອຮັບມືກັບເຫດການໄພນ້ຳຖ້ວມທີ່ຈະເກີດ ໂດຍໄດ້ຖືເອົາບົດຮຽນຈາກປະສົບການ ແລະ ເຫດການຕົວຈິງທີ່ໄດ້ໃຫ້ການຊ່ວຍເຫລືອສັງຄົມໃນປີຜ່ານມາ ເພື່ອຍົກລະດັບຄວາມສາມາດ, ສ້າງຄວາມພ້ອມ ແລະ ຄວາມຮັບຜິດຊອບໃຫ້ແກ່ທີມງານ, ສ້າງແບບແຜນໃນການປະຕິບັດງານຮ່ວມກັນ ເຊັ່ນ: ການກູ້ໄພທາງນໍ້າ, ໃຕ້ນ້ຳ, ການອົບພະຍົບຄົນໃນພື້ນທີ່ສ່ຽງ, ການປະສານງານຊ່ວຍເຫລືອໃຫ້ທັນກັບເຫດການ ເພື່ອຮອງຮັບການຊ່ວຍເຫລືອແກ່ສັງຄົມ ໃຫ້ມີຄວາມປອດໄພທາງດ້ານຊີວິດ ແລະ ສັບຊິນ ໃນກໍລະນີເກີດເຫດນໍ້າຖ້ວມ.




ຂ່າວ-ພາບ: ເກດສະໜາ


