ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເມືອງປາກແຊງ ເລັ່ງຕັດທາງເວັ້ນຊົ່ວຄາວຈຸດເສັ້ນທາງຂາດ ເຂດບ້ານສະຄີງ

Jul 18, 2025

ແຫລ່ງຂ່າວຈາກເມືອງປາກແຊງ ແຂວງຫລວງພະບາງ ໃຫ້ຮູ້ວ່າ: ໃນຄໍ່າຄືນຂອງວັນທີ 14 ຫາ 15 ກໍລະກົດ 2025 ນີ້ ໄດ້ມີຝົນຕົກໜັກຕິດຕໍ່ກັນຫລາຍຊົ່ວໂມງ ເຮັດໃຫ້ເກີດມີປະລິມານນ້ຳຫ້ວຍເພີ່ມຂຶ້ນຜິດປົກກະຕິ ແລະ ໄຫລຊຸເຂົ້າຖ້ວມເຮືອນຂອງປະຊາຊົນ 5 ຄອບຄົວ, ລວມທັງເນື້ອທີ່ທຳການຜະລິດ ຢູ່ບ້ານສະຄີງ ເມືອງປາກແຊງເສຍຫາຍຫລາຍສົມຄວນ.
ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນເມືອງ ລາຍງານໃຫ້ຮູ້ວ່າ: ຜົນເສຍຫາຍຄັ້ງນີ້, ມີເນື້ອທີ່ນາ, ວັດຖຸມີຄ່າ ແລະ ສັດລ້ຽງຂອງປະຊາຊົນ ຈໍານວນໜຶ່ງ ຖືກນໍ້າຖ້ວມ-ພັດໄຫລໄປກັບນ້ຳ. ນອກນັ້ນ, ເສັ້ນທາງຫລວງຂອງແຂວງເລກທີ່ 2505 ແຕ່ສາມແຍກປາກເຊືອງ ຫາເມືອງປາກແຊງຖືກນ້ຳເຊາະເຈື່ອນເປ່ເພລາຍຈຸດ, ສະເພາະເຂດບ້ານສະຄີງ ເສັ້ນທາງໄດ້ຖືກຕັດຂາດ ເປັນຂຸມເລິກ ເຮັດໃຫ້ການສັນຈອນບໍ່ສາມາດຜ່ານໄດ້ນັບທັງລົດຈັກ ແລະ ລົດໃຫຍ່.
ຕໍ່ເຫດການຄັ້ງນີ້, ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນເມືອງ ໄດ້ລົງຕິດຕາມຜົນເສຍຂອງປະຊາຊົນ ທັງໄດ້ລະດົມກຳລັງທະຫານ-ຕໍາຫລວດ ເຂົ້າຊ່ວຍປະຊາຊົນຢ່າງທັນເຫດການ ເພື່ອກອບກູ້ເອົາວັດຖຸສິ່ງຂອງທີ່ຈຳເປັນ ທັງຍ້າຍອອກໄປເກັບມ້ຽນໄວ້ບ່ອນທີ່ປອດໄພກ່ອນ ແລະ ຊ່ວຍອະນາໄມເຮືອນຂອງປະຊາຊົນ ທີ່ຖືກນ້ຳຖ້ວມ, ອະນາໄມຮ່ອງລະບາຍນ້ຳ ເພື່ອລະບາຍນ້ຳອອກຈາກປາກທໍ່. ສ່ວນເສັ້ນທາງທີ່ຖືກຕັດຂາດ ພວມເລັ່ງຕັດທາງເວັ້ນ ເພື່ອໃຫ້ໄດ້ມີການສັນຈອນຊົ່ວຄາວ ເພື່ອເປັນການແກ້ໄຂຊີວິດການເປັນຢູ່ ຂອງປະຊາຊົນທີ່ຖືກຜົນກະທົບ. ພ້ອມນີ້, ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນເມືອງ ຍັງໄດ້ມອບເຄື່ອງຊ່ວຍເຫລືອສຸກເສີນ ເພື່ອແກ້ໄຂຄວາມຈຳເປັນໃນເບື້ອງຕົ້ນ, ສ່ວນຜົນເສຍຫາຍ ຍັງຢູ່ໃນໄລຍະການເກັບກຳຂໍ້ມູນ.
May be an image of roadMay be an image of motorcycleMay be an image of 1 person, tree and lumberyard
ຂ່າວ: ສົມສັກ ເຮືອງມະນີ