ໃນຕອນເຊົ້າວັນທີ 17 ກໍລະກົດ 2025 ສະຫະພັນແມ່ຍິງເມືອງ ວຽງທອງ ແຂວງບໍລິຄໍາໄຊ ໄດ້ຈັດພິທີປາຖະກາຖາວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ (20/7/1955 - 20/7/2025) ຂຶ້ນທີ່ຫ້ອງປະຊຸມຊັ້ນ III ສຳນັກງານປົກຄອງເມືອງ ໂດຍການເປັນປະທານ ແລະ ເລົ່າຄືນມູນເຊື້ອວັນສຳຄັນດັ່ງກ່າວຂອງ ທ່ານ ສົມພົງ ພົມມະວາດ ຮອງເລຂາພັກເມືອງຫົວໜ້າຄະນະຈັດຕັ້ງເມືອງ, ມີປະທານ, ບັນດາສະຫາຍຄະນະບໍລິຫານງານສະຫະພັນແມ່ຍິງເມືອງ, ຄະນະຮາກຖານ ແລະ ສະມາຊິກເອຶ້ອຍນອ້ງແມ່ຍິງອ້ອມຂ້າງເມືອງເຂົ້າຮ່ວມ.
ໃນພິທີໄດ້ຮັບຟັງການປາຖະກາຖາເລົ່າຄືນມູນເຊື້ອຄວາມໝາຍຄວາມສໍາຄັນຂອງວັນດັ່ງກ່າວ ໄດ້ຍົກໃຫ້ເຫັນເຖິງການກໍາເນີດ, ການເຕີບໃຫ່ຍຂະຫຍາຍຕົວຂອງອົງການຈັດຕັ້ງສະຫະພັນແມ່ຍິງລາວແຕ່ລະໄລຍະ ພາຍໃຕ້ການນຳພາຂອງພັກ, ຍົກໃຫ້ເຫັນການເຄື່ອນໄຫວເລີ່ມແຕ່ວັນສ້າງຕັ້ງສະຫະພັນແມ່ຍິງລາວຈົນເຖິງປັດຈຸບັນ, ຍົກໃຫ້ເຫັນມູນເຊື້ອຕໍ່ສູ້ພິລະອາດຫານ ບໍ່ຍອມຈໍານົນຂອງຂະບວນການຕໍ່ສູ້ຂອງເອື້ອຍນ້ອງແມ່ຍິງລາວບັນດາເຜົ່າ, ເຊິ່ງນັບແຕ່ມື້ສ້າງຕັ້ງເປັນຕົ້ນມາ ອົງການຈັດຕັ້ງແມ່ຍິງ ໄດ້ເຄື່ອນໄຫວຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນຢ່າງຕັ້ງໜ້າ, ເອົາ ໃຈໃສ່ປະຕິບັດໂຄງການດຳເນີນງານໃນການພັດທະນາ ແລະ ຍົກສູງບົດບາດຂອງເອື້ອຍນ້ອງແມ່ ຍິງໃຫ້ສູງຂຶ້ນ, ໄດ້ປັບປຸງໃຫ້ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງຂອງພັກໃນແຕ່ລະໄລຍະ. ທັງນີ້ກໍ່ເພື່ອເປັນການປຸກລະດົມສະມາຊິກ ສະຫະພັນແມ່ຍິງກໍ່ຄືແມ່ຍິງລາວບັນດາເຜົ່າ, ເວົ້າລວມເວົ້າສະເພາະສະມາຊິກແມ່ຍິງພາຍໃນເມືອງ ວຽງທອງ, ໄດ້ຮັບຮູ້, ເຂົ້າໃຈຄວາມໝາຍຄວາມສຳຄັນອັນເລິກເຊິ່ງ ແລະ ເສີມຂະຫຍາຍມູນເຊື້ອອັນພິລະອາດຫານຂອງວັນສຳຄັນດັ່ງກ່າວ, ຕັ້ງໜ້າເຂົ້າຮ່ວມຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນພັດທະນາແມ່ຍິງລາວ ຕິດພັນກັບຂະບວນການເຄື່ອນໄຫວອອກແຮງແຂ່ງຂັນສ້າງຜົນງານດ້ານຕ່າງໆ ຕິດພັນກັບເນື້ອໃນຂໍ້ແຂ່ງຂັນ 3 ດີຂອງເອື້ອຍນ້ອງແມ່ຍິງ ໃຫ້ເປັນຂະບວນກວ້າງຂວາງ ແລະ ມີໝາກຜົນ, ຜົນງານຍິ່ງໃຫຍ່ກວ່າເກົ່າ. ໂອກາດດັ່ງກ່າວຍັງຜ່ານຂໍ້ຕົກລົງ ເລກທີ 425/ສຍຂ ວ່າດ້ວຍການຢັ້ງຍືນ ຮາກຖານ, ໜ່ວຍ, ບ້ານ ແລະ ສະມາຊິກສະຫະພັນແມ່ຍິງ 3 ດີ ປະຈໍາປີ 2024 ຂອງສະຫະພັນແມ່ຍິງແຂວງ ບໍລິຄໍາໄຊ ໃນນັ້ນເມືອງວຽງທອງໄດ້ຮັບໃບຢັ້ງຢືນໜ່ວຍ 3 ດີ 30 ໜ່ວຍ, ບ້ານ 3 ດີ 32 ບ້ານ ແລະ ຮາກຖານ 3 ດີຕື່ມອີກ.


ພາບ-ຂ່າວ: ທອງວັນດີ


