ແຫລ່ງຂ່າວຈາກ ແຂວງສາລະວັນ ໃຫ້ຮູ້ວ່າ: ທ່ານ ສົມໃຈ ອຸ່ນຈິດ ຮອງເຈົ້າແຂວງໆສາລະວັນ ໄດ້ລົງຕິດຕາມ ຊຸກຍູ້ຄອບຄົວຕົວແບບ ການປູກກາເຟເປັນສິນຄ້າ ຢູ່ບ້ານນໍ້າແບ່ງ ເມືອງເລົ່າງາມ ໃນວັນທີ 15 ກໍລະກົດ 2025.
ທ່ານ ນາງ ຕິ໋ມ ແກ່ນມະນີສົດ ຕາງໜ້າໃຫ້ແກ່ຄອບຄົວຕົວແບບ ການປູກກາເຟເປັນສິນຄ້າ ໄດ້ລາຍງານວ່າ: ຄອບຄົວຂອງຕົນໄດ້ຢຶດຖືອາຊີບ ປູກກາເຟ ແບບທໍາມະຊາດ ສືບທອດກັນມາ ແຕ່ຮຸ່ນພໍ່ແມ່ ໂດຍອີງໃສ່ທ່າແຮງ, ເງື່ອນໄຂ, ສະພາບແວດລ້ອມ ຢູ່ບ້ານນ້ຳແບ່ງ ເຫັນວ່າມີຄວາມເໝາະສົມໃນການປູກກາເຟ ດັ່ງນັ້ນຄອບຄົວຂອງຕົນ ຈຶ່ງໄດ້ຫັນເອົາການປູກກາເຟເປັນອາຊີບຕົ້ນຕໍ, ເຊິ່ງໃນເບື້ອງຕົ້ນເລີ່ມປູກພຽງແຕ່ 3 ເຮັກຕາ ສາມາດຂາຍໄດ້ 4 ລ້ານກີບຕໍ່ປີ ແລະ ຕໍ່ມາໄດ້ຂະຫຍາຍເນື້້ອທີ່ປູກກາເຟນ້ອຍຕື່ມອີກ 7 ເຮັກຕາ, ສາມາດຂາຍໄດ້ 50 ຫາ 100 ລ້ານກີບຕໍ່ປີ, ສ່ວນທຶນຮອນເບື້ອງຕົ້ນແມ່ນນຳໃຊ້ແຮງງານຂອງຕົນເອງ.
ປັດຈຸບັນ, ອົງການປົກຄອງເມືອງ ກໍຄື ຫ້ອງການອຸດສາຫະກຳ ແລະ ການຄ້າເມືອງເລົ່າງາມ ໄດ້ສະເໜີຮັບຮອງເອົາຜະລິດຕະພັນກາເຟຄຸນນະພາບປອດສານພິດ, ຊາດອກ, ຊາເປືອກກາເຟ ຂອງກຸ່ມຜະລິດບ້ານນ້ຳແບ່ງ ແລະ ປະກາດເປັນສິນຄ້າ ໜຶ່ງເມືອງໜຶ່ງຜະລິດຕະພັນ ຂອງເມືອງ. ສຳລັບໃນປີ 2025 ໄດ້ສົ່ງຜະລິດຕະພັນກາເຟແກ່ນ ມະນີສົດ ໃຫ້ໂຮງແຮມພູເທວະດາ ເມືອງປາກຊ່ອງ ແຂວງຈຳປາສັກ 30 ກິໂລກຣາມ ເຊິ່ງເປັນຕົວແທນເຂົ້າຮ່ວມງານກາເຟໂລກ.



