ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຫາລື ສົ່ງເສີມດ້ານການຄ້າ-ການລົງທຶນ ລາວ-ຈີນ

Jul 18, 2025

ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ(ສຄອຊ) ຈັດກອງປະຊຸມປືກສາຫາຫລື ກ່ຽວກັບການຈັດຕັ້ງປະຕິບັດ ແລະ ການເຄື່ອນໄຫວວຽກງານ ຂອງຄະນະກຳມາທິການສົ່ງເສີມການຮ່ວມມືທຸລະກິດ ລາວ-ຈີນ (ຄທລຈ) ປະຈຳ ສຄອຊ ໃນວັນທີ 16 ກໍລະກົດ 2025 ໂດຍມີ ທ່ານ ອຸເດດ ສຸວັນນະວົງ ປະທານ ສຄອຊ, ປະທານ ຄທລຈ ປະຈຳ ສຄອຊ, ພ້ອມດ້ວຍ ຮອງປະທານ, ສະພາການຄ້າຈີນ ປະຈຳ ສປປ ລາວ, ສະພາການຄ້າຈີນຕ່າງດາວ, ທະນະຄານຈີນ ປະຈຳລາວ, ບໍລິສັດທາງລົດໄຟ ລາວ-ຈີນ ແລະ ພາກທຸລະກິດ ເຂົ້າຮ່ວມ.
ທ່ານ ອຸເດດ ສຸວັນນະວົງ ໄດ້ໃຫ້ຮູ້ວ່າ: ກອງປະຊຸມໃນຄັ້ງນີ້, ຈັດຂຶ້ນເພື່ອປືກສາຫາຫລື ລະດົມຂົນຂວາຍ ການຊຸກຍູ້ສົ່ງເສີມທຸລະກິດ ລາວ-ຈີນ ໃຫ້ມີປະສິດທິຜົນ, ເພື່ອລາຍງານວຽກງານ ຂອງ ຄທລຈ ປະຈຳປີ 2020-2025 ແລະ ສິ່ງທ້າທາຍແຜນການໃນຕໍ່ໜ້າ ເຊັ່ນ: ການປັບປຸງບຸກຄະລາກອນ ແລະ ຈັດແບ່ງໜ້າທີ່ຊັດເຈນໃຫ້ຄະນະກຳມາທິການ, ລະດົມທຶນຮອນເພື່ອໃຊ້ຈ່າຍໃນການເຄື່ອນໄຫວກິດຈະກຳຕ່າງໆທັງພາຍໃນ ແລະ ຕ່າງປະເທດ, ກຳນົດໂຄງການຮ່ວມມືຕົວແບບ ແລະ ຈັດສັນລາຍຮັບຈຳນວນໜຶ່ງຈາກໂຄງການດັ່ງກ່າວ, ສະໜັບສະໜູນການຢ້ຽມຢາມ ຂອງບັນດາກະຊວງ ແລະ ພາກ ສ່ວນກ່ຽວຂ້ອງ ສປປ ລາວ ແລະ ສປ ຈີນ ເພື່ອພົບປະປືກສາຫາຫລື ແລະ ສະເໜີພາລະບົດບາດຂອງຄະນະກຳມາທິການ, ສະເໜີສຶກສາກ່ຽວກັບໂຄງການທີ່ມີທ່າແຮງ(ໂຄງການທ່ອງທ່ຽວ, ເຂດປຸງແຕ່ງກະສິກຳ, ເຂດອຸດສາຫະກຳ, ເຂດໂລຈິສຕິກ ແລະ ອື່ນໆ) ຕາມເສັ້ນທາງລົດໄຟ ລາວ-ຈີນ. ພ້ອມນີ້, ກອງປະຊຸມ ຍັງມີຄວາມໝາຍສຳຄັນ ຕໍ່ກັບວຽກງານການຊຸກຍູ້ສົ່ງ ເສີມວຽກງານການຄ້າ ແລະ ການລົງທຶນລາວ-ຈີນ ເພື່ອຂະຫຍາຍຂອບການຮ່ວມມືຂອງ ຄທລຈ ໃຫ້ເລິກເຊິ່ງ ແລະ ເເໜ້ນແຟ້ນກວ່າເກົ່າ.
ທ່ານ ອຸເດດ ສຸວັນນະວົງ ຍັງໃຫ້ຮູ້ອີກວ່າ: ກອງປະຊຸມໃນຄັ້ງນີ້, ຈະເປັນບາດກ້າວບຸກທະລຸວຽກງານການສົ່ງເສີມການຮ່ວມມື ລາວ-ຈີນ ແນໃສ່ສົ່ງເສີມຊຸກຍູ້ການຮ່ວມມືພັດທະນາ ແລະ ອຳນວຍຄວາມສະດວກໃນກອບແຜນວຽກການຮ່ວມມືລຽບຕາມເສັ້ນທາງລົດໄຟ ລາວ-ຈີນ, ປັບປຸງສະພາບແວດລ້ອມທຸລະກິດ ລາວ-ຈີນ ໃຫ້ດີຂຶ້ນ, ຊຸກຍູ້ ແລະ ແກ້ໄຂຂໍ້ຂັດແຍ່ງ, ບັນຫາຕ່າງໆ ທີ່ພາກທຸລະກິດຈີນ ເຂົ້າມາລົງທຶນໃນ ສປປ ລາວ ໃຫ້ມີປະສິດທິຜົນຂຶ້ນກວ່າເກົ່າ.
May be an image of 12 people and text
ທີ່ມາ: ຂປລ