ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສະຫະພັນແມ່ຍິງ ຫ້ອງວ່າການສູນກາງພັກ ປາຖະກະຖາວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ

Jul 18, 2025

ສະຫະພັນແມ່ຍິງ ຫ້ອງວ່າການສູນກາງພັກ ຈັດປາຖະກະຖາ ຫວນຄືນມູນເຊື້ອການກໍາເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວ ຂອງອົງການຈັດຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ (20 ກໍລະກົດ 1955-ກໍລະກົດ 2025) ໃນວັນທີ 17 ກໍລະກົດ 2025 ໂດຍການເປັນປະທານຮ່ວມ ຂອງ ສະຫາຍ ນາງ ໃບຄູນ ສົມບັດດວງປະທານສະຫະພັນແມ່ຍິງ ຫ້ອງວ່າການສູນກາງພັກ ແລະ ສະຫາຍ ນາງ ສິນທະມາລາ ລານະວັນ ຫົວໜ້າ ກົມໂຄສະນາ-ວັດທະນະທໍາ ສູນກາງສະຫະພັນແມ່ຍິງລາວ.
ໂອກາດນີ້, ສະຫາຍ ນາງ ສິນທະມາລາ ລານະວັນ ໄດ້ໃຫ້ຮູ້ວ່າ: ວັນທີ 20 ກໍລະກົດ 1955 ແມ່ນວັນກຳເນີດເກີດຂຶ້ນຂອງ ສະຫະພັນແມ່ຍິງລາວ, ນັບແຕ່ວັນທີ 22 ມີນາ 1955 ພັກປະຊາຊົນລາວ ໄດ້ຮັບການສ້າງຕັ້ງຂຶ້ນ, ພັກ ກໍໄດ້ຈັດຕັ້ງໜ່ວຍຄົ້ນຄວ້າວຽກງານແມ່ຍິງ ຂຶ້ນຢ່າງເປັນທາງການ (ເຊິ່ງເປັນຕົ້ນກຳເນີດຂອງ ອົງການຈັດຕັ້ງສະຫະພັນແມ່ຍິງລາວໃນປັດຈຸບັນ). ຕະຫລອດໄລຍະຜ່ານມາ ຈົນເຖິງ ປັດຈຸບັນ, ແມ່ຍິງລາວບັນດາເຜົ່າ ໄດ້ມີຜົນງານອັນໃຫຍ່ຫລວງ ໃນຂະບວນການຕໍ່ສູ້ປົດປ່ອຍຊາດ ແລະ ສ້າງສາພັດທະນາປະເທດຊາດ. ພ້ອມນີ້, ທ່ານ ນາງ ໃບຄູນ ສົມບັດດວງ ໄດ້ເນັ້ນໃຫ້ ຄະນະສະຫະພັນແມ່ຍິງ ຫ້ອງວ່າການສູນກາງພັກສືບຕໍ່ເສີມຂະຫຍາຍ ແລະ ຮັກສາມູນເຊື້ອແຫ່ງຄວາມເປັນແມ່ຍິງລາວ ໃຫ້ສົມກັບ ຄໍາທີ່ວ່າ “ແມ່ຍິງລາວເປັນລູກຜູ້ປະເສີດ ຂອງພັກ ແລະ ຂອງປະເທດຊາດ” ໄວ້ຕະຫລອດໄປ.
May be an image of 2 people, dais, newsroom and text that says '140 (ល06 เ7ว0- 40 មាល 2023) ต้องอาภามสุมภาๆพัภ, BAS' May be an image of 2 people and dais